LU02

ນັກຊິ່ງຮູ້ໄວ້ ເຮັດປ້າຍຈະລາຈອນເສຍຫາຍຖືກຕັດອິດສະລະພາບ 2 ປີແຖມຄ່າປັບໃໝ



ຮູ້ໄວ້ເຕືອນໃຈໂຕເອງສຳລັບນັກຊິ່ງ ນັກດື່ມທັງຫຼາຍຕະຫຼອດຮອດຜູ້ໃຊ້ລົດໃຊ້ຖະໜົນທົ່ວໄປ ການທີ່ເຮົາເສຍຫຼັກ ຫຼື ເມົາແລ້ວໄປຕຳເອົາປ້າຍຈະລາຈອນ, ຫຼັກໝາຍກິໂລແມັດ ແລະອື່ນໆທີ່ເປັນຂອງລັດຂອງຫຼວງເສຍຫາຍ ນອກຈາກທີ່ຕົນເອງຈະໂຕ ລົດລາງພາຫະນະເສຍຫາຍແລ້ວຍັງຕ້ອງຊົດໃຊ້ຄ່າເສຍຫາຍ ຖືກຕັດອິດສາລະພາບ ແລະຖືກປັບໃໝອີກກະໂທງໜຶ່ງ.



ໃນກົດໝາຍອາຍາສະບັບປັບປຸງໝວດທີ 1 ວ່າດ້ວຍການກະທຳຜິດຕໍ່ຄວາມສະງົບຂອງຊາດ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ມາດຕາ 85 ວ່າດ້ວຍການກະທຳຜິດຕໍ່ຄວາມປອດໄພຂອງການຈະລາຈອນໄດ້ລະບຸວ່າ: ບຸກຄົນໃດໂດຍເຈດຕະນາ ຫາກໄດ້ເຮັດຖະໜົນຫົນທາງເສຍຫາຍ ເປັນວັດຖຸສິ່ງຂອງກີດຂວາງຖະໜົນຫົນທາງ, ໄດ້ປ່ຽນແປງ ເຮັດໃຫ້ປ້າຍຈະລາຈອນ, ປ້າຍສັນຍານ ຫຼື ຫຼັກໝາຍກິໂລແມັດເສຍຫາຍ, ໄດ້ໃຊ້ຄວາມຮຸນແຮງ ແລະນາບຂູ່ຜູ້ຂັບຂີ່ຍານພາຫະນະ ຊຶ່ງພາໃຫ້ເກີດອຸປະຕິເຫດໃນການຈະລາຈອນ ຈະຖືກຕັດອິດສະລະພາບແຕ່ ຫົກເດືອນຫາ 2 ປີ ແລະຈະຖືປັບໄໝແຕ່ 100.000 ກີບຫາ 1.000.000 ກີບ.



ກໍລະນີການກະທຳຜິດໄດ້ພາໃຫ້ມີຄົນບາດເຈັບສາຫັດ ຫຼື ເສຍອົງຄະຈະຖືກລົງໂທດຕັດອິດສາລະພາບແຕ່ 2-5 ປີ ແລະຈະຖືກປັບໃໝແຕ່ 200.000 ກີບຫາ 2.000.000 ກີບ.
ໃນກໍລະນີການກະທຳຜິດຫາກເຮັດໃຫ້ຄົນເສຍຊີວິດ ຈະຖືກລົງໂທດຕັດອິດສາລະພາບແຕ່ 6-10 ປີປັບໃໝແຕ່ 300.000 ກີບຫາ 3.000.000 ກີບ.



ຫາກການກະທຳຜິດດ້ວຍຄວາມບໍ່ລະມັດລະວັງ ແລ້ວພາໃຫ້ມີຄົນອື່ນບາດເຈັບສາຫັດ, ເຈັບຫຼາຍຄົນ ຫຼື ເສຍອົງຄະ ຈະຖືກຕັດອິດສາລະພາບແຕ່ 6 ເດືອນຫາ 3 ປີ ແລະປັບໃໝແຕ່ 100.000 ຫາ 1.000.000 ກີບ.
ກໍລະນີທີ່ເປັນການກະທຳບໍ່ລະມັດລະວັງແລ້ວພາໃຫ້ມີຄົນເສຍຊີວິດຈະຖືກລົງໂທດຕັດອິດສະລະພາບແຕ່ 2-5 ປີ ແລະຈະຖືກປັບໃໝ 200.000 ຫາ 2.000.000 ກີບ ແລະຖ້າຫາກເຮັດໃຫ້ມີຄົນເສຍຊີວິດເປັນຈຳນວນຫຼາຍຈະເພີ່ມການລົງໂທດຕັດອິດສະລະພາບແຕ 5-8 ປີ ພ້ອມປັບໃໝ 500.000-5.000.000 ກີບ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.