LU03

ໂອກາດດີໆ! ສະໂມສອນຈາກອຸດອນ ເປີດສອນທັກສະການເຕະບານໃຫ້ເຍົາວະຊົນລາວ ທີ່ໄຊເຊດຖາ


   Extra Academy ສະໂມສອນທີ່ ຈັງວັດອຸດອນທານີ ປະເທດໄທ ມາເປີດສອນເທັກສະການເຕະບານໃຫ້ກັບ ນັກກິລາເຍົາວະຊົນລາວ ເມື່ອອາທິດທີ່ຜ່ານມາ ແລະ ຈະສືບຕໍ່ສອນຕໍ່ໄປ ທີ່ສະໜາມບານເຕະ ໄຊເຊດຖາ ຕິດກັບຕະຫຼາດຫົວຂົວ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເພື່ອຄັດອັນຜູ້ທີ່ເກັບຄະແນນ 1-20 ຮຽນຟຣີ ແລະ ຜູ້ທີ່ຍາດໄດ້ຄະແນນດີທີ່ສຸດ 1-5 ຈະໄດ້ເກີບເຕະບານຟຣີ 5 ຄູ່.

   ໂດຍປະທານສະໂມສອນທີ່ ຈັງຫວັດອຸດອນທານີ ປະເທດໄທ ເປີດເຜີຍຕໍ່ ລາວອັບເດດ ວ່າ: ຕອນນີ້ສະໂມສອນໄດ້ມາສອນນ້ອງໆທີ່ ສປປ ລາວ ໂດຍເລີ່ມຕັ້ງແຕ່ວັນທີ 6-7 ມັງກອນ ທີ່ຜ່ານມາ ເລີ່ມແຕ່ເວລາ 8:00 ໂມງ ແລະ ສອນຂັ້ນພື້ນຖານຟຣີ, ເຊິ່ງຜູ້ທີ່ເກັບຄະແນນໄດ້ 1-20 ຈະໄດ້ຮຽນຮຽນຟຣີໃນຂັ້ນຕໍ່ໄປ ແລະ ຜູ້ທີ່ຍາດໄດ້ຄະແນນດີທີ່ສຸດ 1-5 ຈະໄດ້ເກີບເຕະບານຟຣີ 5 ຄູ່.

   ສໍາລັບ ທ່ານທີ່ຕ້ອງການໃຫ້ລູກຫຼານຂອງຕົວເອງ ສາມາດລົງທະບຽນໄດ້ທີ່ ສະໜາມ ໄຊເຊດຖາ ຕິດກັບຕະຫຼາດຫົວຂົວ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຫຼື້ ສອບຖາມໄດ້ທີ່ເບີ: 020 9555 5515, 2578 7180 ແລະ 2298 5557.

   ສ່ວນການຝຶກສອນຄັ້ງຕໍ່ໄປມີດັ່ງນີ້:
-ໃນວັນທີ 13 ມັງກອນ 2018 ເວລາ 8:00 ໂມງເປັນຕົ້ນໄປພົບກັບທີມງານນັກເຕະບານຈາກໄທ ທຸກລຸ້ນອາຍຸ ແລະ ອຸ່ນເຄື່ອງ 4 ລຸ້ນ.

-ວັນທີ 20 ມັງກອນ 2018 ເວລາ 8:00 ໂມງ ຮຽນເຕະບານຕາມຫຼັກສູດ.
   ທ່ານສາມາດຕິດຕາມການເຄື່ອນໄຫວໄດ້ທີ່ເພຈ: extra academy สถาบันสอนฟุตบอลเยาวชน ແລະ Lao Update



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.