LU02

ຄຸນຄ່າໝາກນາວໃຫ້ພະລັງບາງຢ່າງຊ່ວຍປັດເປົ່າສິ່ງບໍ່ດີໃນເຮືອນໄດ້


ໝາກນາວນັບເປັນໝາກໄມ້ຊະນິດໜຶ່ງທີ່ຖືກໃຈເກືອບວ່າທຖກຄົນ ແອັດມິນໂປ່ງຍັງບໍ່ເຄີຍໄດ້ຍິນວ່າຄົນແພ້ໝາກນາວແຕ່ເກີດ ມາແຕ່ທີ່ຮູ້ຈັກກັນດີເກືອບຈະຂາດບໍ່ໄດ້ໃນເຮືອນຄົວຕ້ອງມີໄວ້ປະຈຳ ເພື່ອປຸງແຕ່ງອາຫານ ຊຶ່ງຕິດພັນກັບຊີວິດສັງຄົມມາຊ້ານານ.

ໝາກນາວມີສັບພະຄຸນທາງຢາຄືໃຫ້ວິຕາມິນຊີ ແລະກົດຕ່າງໆຊ່ວຍຮັກສາອາການຕ່າງໆແລ້ວແຕ່ກໍລະນີຈະໃຊ້ ແຕ່ທີ່ແນ່ອນອນສາມາດຮັກສາອາການທ້ອງຜູກ ແໜ້ນທ້ອງ ຍ່ຽວຍອດ ແລະຊ່ວຍຮັກສາໂລກເລືອດຈາງ ແລະຕີນມືຊາອີກຕ່າງຫາກ.



ແນວໃດກໍ່ຕາມເປົ້າໝາຍມື້ນີ້ແອັດມິນໂປ່ງຢາກໃຫ້ທ່ານຜູ້ອ່ານຮູ້ແມ່ນການນຳໃຊ້ໝາກນາວໃຫ້ເກີດໃນທາງຄວາມເຊື່ອ ຕາມຜູ້ທີ່ເຄີຍເຮັດມາແລ້ວບອກວ່າໝາກນາວນອກຈາກເປັນອາຫານ, ໃຫ້ຄຸນຄ່າທາງຢາແລ້ວຍັງມີພະລັງບາງຢ່າງໃນຕົວມັນຊ່ວຍສົ່ງເສີມການດຳເນີນຊີວິດຂອງຄົນເຮົາໄດ້ຕ່າງແຕ່ພວກເຮົາບໍ່ຮູ້ນຳໃຊ້ເທົ່ານັ້ນເອງ.

ເພິ່ນວ່າໃຫ້ເອົາໝາກນາວ ມາຕົ້ມແລະແຍກອອກເປັນບ່ອນລະ 9 ໜ່ວຍໄປວາງໄວ້ໃນຕູ້ເຢັນ, ພາເຂົ້າ ແລະເອົາ 8 ໜ່ວຍໄປໄວ້ຢູ່ໃຈກາງເຮືອນ ແລະໄວ້ໃນລິ້ນຊັກການທີ່ເຮັດແບບນີ້ຈະເຮັດໃຫ້ໜ້າທີ່ການງານມີຄວາມໝັ້ນຄົງ ພ້ອມນີ້ກິ່ນໝາກນາວຍັງຊ່ວຍໃຫ້ພະລັງງານທີ່ບໍ່ດີຢູ່ໃນເຮືອນອອກໄປ.





ບໍ່ພຽງເທົ່ານັ້ນຖ້າທ່ານເອົາໝາກນາວ 3 ໜ່ວຍໃສ່ຖ້ວຍແລ້ວວາງໄວ້ເທິງໂຕະກ່ອນນອນທຸກຄືນຍັງຊ່ວຍດອງດູດຄົນທີ່ຮັກເຂົ້າມາຫາ.

 ຖ້າຫາກທ່ານຕ້ອງການຢາກປ້ອງກັນພະລັງທີ່ບໍ່ດີບໍ່ໃຫ້ເຂົ້າມາໃນເຮືອນໃຫ້ເອົາໝາກນາວໜ່ວຍໜຶ່ງຜ່າເປັນ 4 ປ່ຽງແລ້ວເອົາໄປວາງໃສ່ຖ້ວຍເກືອ ເອົາໄວ້ກ້ອງຕຽງ ຫຼື ຂ້າງຕຽງນອນທຸກຄືນກ່ອນນອນ ແລ້ວທຸກໆເຊົ້າໃຫ້ໃຫ້ຈັບອອກໄປຖີ້ມ ໂດຍບໍ່ໃຫ້ເອົາມີຈັບຕ້ອງຈັບຖ້ວຍນັ້ນເທົ່ານັ້ນຖອກລົງກະຕ່າຂຶີ້ນເຫຍື້ອ ເຮັດແບບນີ້ຢ່າງໜ້ອຍ 3 ມື້ຕິດຕໍ່ກັນຈະເຮັດໃຫ້ທ່ານຮູ້ສຶກດີຂຶ້ນ ແລະຖ້າຈະດີແທ້ຄວນຖືໝາກນາວໜ່ວຍໜຶ່ງຕິດຕົວວາງໃສ່ກະເປົາ ແລະປ່ຽນອອກທຸກມື້ ເຮັດແບບນີ້ຈະຊ່ວຍໃຫ້ສິ່ງບໍ່ດີອອກຫ່າງຈາກຕົວທ່ານໄດ້ ແຕ່ຢ່າລືມນີ້ເປັນພຽງຄວາມເຊື່ອສ່ວນບຸກຄົນ, ຜູ້ໃດຢາກຮູ້ລອງເບິ່ງບໍ່ເສຍຫາຍ ແຕ່ຜູ້ບໍ່ເຊື່ອກໍ່ປະຕິບັດຕົວໃຫ້ດີທຸກໆມື້ກໍ່ພໍແລ້ວ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.