LU03

ຮືຮາ! ທີມຫວຽດນາມ ສ້າງປະຫວັດສາດດືງອະດີດນັກເຕະຂອງ ແມນຢູ ໃນຍຸກຂອງ ເຟີກູສັນ+ ໂຣນັລໂດ


   ກາຍເປັນເລື່ອງຮືຮາທີ່ສຸດໃນຕອນນີ້ ເມື່ອອະດີດນັກເຕະ ແມນເຊັສເຕີ ຢູໄນເຕັດຢ່າງ ໂຣດຣິໂກ ປອສເຊບອນ ຊາວບຣາຊິນ ໃນຍຸກພາຍໃຕ້ການຄຸມທີມຂອງ ເຊີອະເລັກ ເຟີກູສັນ ແລະ ເຄີຍຄຽງຂ້າງ ຄຣິສເຕຍໂຣ ໂຣນັລໂດ ກອງໜ້າຊາວປ໊ອກຕຸຍການ ຕັດສິນໃຈຍ້າຍມາຫຼິ້ນໃຫ້ກັບສະໂມສອນ ໂຮຈິມິນ ຊິຕີ້ ໃນລີກຂອງ ຫວຽດນາມ ພ້ອມທັງເປັນປະຫວັດສາດແຫ່ງວົງການບານເຕະອາຊີ ແລະ ອາຊຽນ.

   ປອສເຊບອນ ກອງກາງຊາວບຣາຊິນ ເລີ່ມຕົ້ນເປັນນັກເຕະເຍົາວະຊົນຂອງ ອິນເຕີນາຊິອອງນາ ກ່ອນຍ່າຍໄປຫຼິ້ນໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ເມື່ອປີ 2008 ພາຍໃຕ້ການຄຸມທີມຂອງ ເຊີອະເລັກ ເຟີກູສັນ ແລະ ໄດ້ລົງຫຼິ້ນໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ໃນພຣີເມຍລີກ ອັງກິດ 3 ນັດ ລວມເຖິງຢູ່ໃນທີມຊຸດແຊັມ ຄອມມິວນິຕີ້ ຊິລ ແລະ ລີກຄັບ ອີກດ້ວຍ.

   ໂດຍສື່ໃນປະເທດຫວຽດນາມ ໃນທຸກສໍານັກລາຍງານວ່າ: ປອສເຊບອນ ຈະເຂົ້າມາຢູ່ໃນທີມຕັ້ງແຕ່ລະດູການໜ່າ ເປັນຕົ້ນໄປ ໂດຍຈະມີການເປີດຕົວຢ່າງເປັນທາງການໃນອາທິດນີ້.

   ຢ່າງໃດກໍ່ຕາມ, ມີຄວາມກັງຫົວນໃຈຈາກສື່ໃນສະເປນ ເພາະ ປອສເຊບອນ ມີອາການເຈັບຊໍ້າເຮື້ອ ແລະ ໄດ້ລົງຫຼິ້ນພຽງ 73 ນັດໃນຮອບ 9 ປີ, ເຊິ່ງເຖິງວ່າຈະມີອາຍຸ 28 ປີ, ແຕ່ອາການເຈັບຖີ່ໆຂອງລາວ ກໍ່ເປັນເລື່ອງທີ່ຕ້ອງເບິ່ງອີກຄັ້ງ. 





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.