ໄຟຊ໊ອດ

ສາ​ເຫດພະນັກງານ​​ໄຟຟ້າ​ ຖືກໄຟຟ້າຊ໊ອດ ໃນເວລາປະຕິບັດຫນ້າທີ່ ຈົນເຮັດໃຫ້ເສຍຊີວິດ


ຈາກກໍລະນີພະນັກງານ​ໄຟຟ້າ​ລາວ​ປະຕິບັດຫນ້າທີ່ແລ້ວຖືກໄຟຟ້າຊ໊ອດຈົນເສຍຊິີວິດນັ້ນ ໄດ້ຮັບຄວາມສົນໃຈຫຼາຍຈາກສັງຄົມ ໂດຍສ່ວນໃຫຍ່ສະແດງຄວາມເສົ້າໂສກນໍາຄວບຄົວຜູ້ສູນເສຍ; ພ້ອມຕັ້ງຄຳຖາມເຖິງມາດກະການຄວາມປອດໄພໃນເວລາປະຕິບັດວຽກທີ່ບໍລິສັດໄຟຟ້າລາວຄວນຕ້ອງເບິ່ງຢ່າງຈິງຈັງ ແລະ ເຂົ້າສູ່ມາດຕະຖານ.

ຫລ້າສຸດຫນັງສືພິມລາວພັດທະນາສະບັບວັນຈັນທີ8 ມັງກອນ ໄດ້ນຳສະເຫນີສາ​ເຫດຂອງເຫດການຄັ້ງນີ້ວ່າ:
ເກີດ​ຄວາມ​ຜິ​ດພາດ​ເຖິງ​ແກ່​ຊີວິດຈາກການ​ປະຕິບັດ​ງານ​​ຂອງ​ພະນັກງານ​ໄຟຟ້າ​ລາວ​ ​ເມື່ອ​ວັນ​ທີ 2 ມັງກອນ 2018 ທີ່​ບ້ານ​ທົ່ງ​ມັ່ງເມືອງ​ໄຊ​ທານີນະ​ຄອນ​ຫລວງ​ວຽງຈັນ,​ ຍ້ອນ​ໄຟຟ້າ​ແຮງ​ສູງ 22​ ກິ​ໂລ​ໂວ​ນ​ຊ໊ອດ​ແລ້ວຕົກລົງມາຈາກ​ເສົາໄຟສູງ 12 ​ແມັດ ແລະ ເສຍ​ຊີວິດໃນເວລາຕໍ່ມາ, ອັນໄດ້ສ້າງ​ຄວາມ​ສະ​ເທືອ​ນຂວັນ​ໃນ​ວົງ​ການ​ໄຟຟ້າ​ລາວ ​ແລະ ​ສັງຄົມ. ສາ​ເຫດ​ເກີດ​ຈາ​ກຄວາມ​ບົກ​ຜ່ອງ​, ຂາດ​ການ​ປະສານ​ງານ​ກັນ​ລະຫວ່າງພາກສ່ວນຄຸ້ມ​ຄອງ​ຕາ​ຂ່າຍ​ ແລະ ​ສະຖາ​ນີຈ່າຍ​​ໄຟຟ້າ​ເອງ,​ ຈິ່ງ​ເຮັດໃຫ້ເກີດ​ການ​ສູນ​ເສຍ​ດັ່ງກ່າວ.


ພະນັກງານ​ໄຟຟ້າ​ເຂດ II ​ທ່ານ​ໜຶ່ງ​ເລົ່າ​ວ່າ:​ ໄຟຟ້າ​ທີ່ບ່ອນ​ຜູ້ກ່ຽວ​​ໄດ້​ໄປ​ປະຕິບັດວຽກງານຢູ່ນັ້ນ​​ແມ່ນ​ຂຶ້ນ​ກັບ​ສະຖາ​ນີບ້ານ​ວຽງ​ແກ້ວ ແລະ ກ່ອນ​ຈະ​ໄປ​ເຮັດວຽກຢູ່ທີ່ນັ້ນ​ແມ່ນ​ໄດ້​ປະສານ​ຫາ​ກັນ​ແລ້ວ ​ແລະ ​ມີ​ການ​ຕັດ​ໄຟ​ໄວ້​ແລ້ວຈຳນວນ​ໜຶ່ງ ​ແລະ ​ສາຍ​ໜຶ່ງ​ແມ່ນ​ຍັງ​ສືບ​ຕໍ່​ປ່ອຍ​ໄຟຟ້າ​ໄປ​ໃຫ້​ປະຊາຊົນ​ບໍລິ​ເວນ​ໃກ້​ຄຽງ​ຊົມ​ໃຊ້, ​ຈົນຕື່ນ​ເຊົ້າ​ມາສະ​ຖາ​ນີຈ່າຍ​ໄຟວຽງ​ແກ້ວບໍ່ໄດ້ຕັດ​ໄຟ.ຈາກນັ້ນ​ໜ່ວຍ​ງານ​ຄຸ້ມ​ຄອງ​ຕາ​ຂ່າຍ​ລົງ​ໄປ​ເຮັດ​ວຽກ, ​ໂດຍ​ທ້າວ ມິນ​ທະ​ດາ ພົມມະ​ໄກສອນ ປີນ​ເສົາ​ໄຟ 22​ ກິ​ໂລ​​ໂວ​ນສູງ 12 ​ແມັດເພື່ອ​ປິດ​ຂົ້ວສາ​ຍ​ແຈ​ກ, ​ເມື່ອ​ຂື້ນ​ໄປ​ຮອດ​ຈຸດ​ ​ແລະ ພວມຈະ​ເອົາ​ສາຍ​ແອວ​ເກາະ​ໃສ່​ເສົາຈຶ່ງ​ຖືກ​ໄຟຊັອດ​ຕົກລົງ​ມາ​ພາດ​ໃສ່​ໄຟ 220​ KV ຕື່ມ​ອີກ​​ແລ້ວຈຶ່ງຕົກລົງສູ່​ພື້ນດິນ.

ການ​ຊ່ວຍເຫລືອ​ໃນ​ເວລາ​ນັ້ນ, ພຽງ​ແຕ່​ໄດ້​ຮັບ​ການ​ປະຖົມ​ພະຍາບານ​ເບື້​ອງຕົ້ນ​ເອົາ​ນ້ຳ​ເຫຼົ້າ​ຫົດ ​ແລະ ​ຕ້​ອງ​ເສຍ​ເວລາ​ລໍ້​ຖ້າ​ລົດ​ກູ້​ໄພຫຼາຍ​ສິບ​ນາທີ​ຈຶ່ງ​ມາຮອດ. ແຕ່​ລົດ​ກູ້​ໄພ​ນັ້ນພັດ​ບໍ່​ມີ​ອົກ​ຊີ​ຊ່ວຍ​ໃນ​ການ​ຫາຍ​ໃຈ, ຈົນ​ມາ​ຮອດ​ໂຮງໝໍ​ເມືອງ​ໄຊ​ທານີຜູ້ກ່ຽວຍັງ​ມີ​ລົມ​ຫາຍ​ໃຈ​ຢູ່​ແລ້ວ​ຖື​ກສົ່ງ​ມາ​ໂຮງໝໍ​ມິດຕະພາບ, ໝໍ​ຈິ່ງ​ພົບ​ວ່າ​ຜູ້​ກຽວ​ໄດ້​ເສຍ​ຊີວິດ​ຍ້ອນ​ທົນ​ກັບຄວາມເຈັບປວດ​ບໍ່​ໄດ້.


​ນີ້​​ເປັນ​ອຸ​ທາ​ຫອນ​ໄວ້​ສຳລັບທຸກ​ຄົນ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ, ການ​ດຳລົງ​ຊີວິດ, ຖ້າຫາກ​ເຮົາ​ຂາດ​ສະຕິ,​ ເຮັດ​ວຽກ​ຮ່ວມ​ກັນ​ຫລາຍ​ຄົນ, ຫຼາຍ​ພາກສ່ວນຫາກ​ຂາດ​ການ​ປະສານ​ງານ, ຂາດ​ຄວາມ​ພ້ອມ​, ແນ່ນອນ​ຄວາມ​ຜິ​ດພາດ ແລະ ຄວາມ​ສູ​ນ​ເສຍ​ກໍ່​ຈະ​ຕາມ​ມາ.



ທີ່ມາຈາກຫນັງສືພິມລາວພັດທະນາ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.