LU03

ໂອກາດຊ່ວຍຊາດມາແລ້ວ! ຢູ 22 ລາວ ປະກາດຄັດເລຶອກນັກກິລາເປີດກວ້າງ


   ສະຫະພັນບານເຕະແຫ່ງຊາດລາວ ມີຄວາມຍິນດີ ປະກາດຄັດເລືອກນັກກິລາທີມບານເຕະຊາຍທີມຊາດລາວ ລຸ້ນອາຍຸ 22 ປີ ເພື່ອການກະກຽມຄວາມພ້ອມ ເຂົ້າຮ່ວມແຂ່ງຂັນ ໂອແລມປິກ ຮອບຄັດເລືອກ ແລະ ງານມະຫະກຳກິລາ ຊີເກມ ປີ 2019.

   ອີງຕາມແຜນການເຄື່ອນໄຫວຂອງ ສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2018 ສະຫະພັນບານເຕະແຫ່ງຊາດລາວ ມີຄວາມຍິນດີ ປະກາດຄັດເລືອກນັກກິລາທີມບານເຕະຊາຍທີມຊາດລາວ ລຸ້ນອາຍຸ 22 ປີ ມີຈຸດປະສົງຄັດເລືອກນັກກິລາທີ່ມີພອນສະຫວັນ ເພື່ອການກະກຽມຄວາມພ້ອມ ເຂົ້າຮ່ວມແຂ່ງຂັນ ໂອແລມປິກ ຮອບຄັດເລືອກ ແລະ ງານມະຫະກຳກິລາ ຊີເກມ ປີ 2019.

   ສໍາລັບການຄັດເລືອກຈະໄດ້ຈັດຂຶ້ນ 2 ຄັ້ງ ຄື :
- ຄັ້ງທີ 1 ສຳລັບນັກກິລາ ໃນ ນະຄອນຫລວງ ແມ່ນ ວັນທີ 11 – 13 ມັງກອນ 2018
- ຄັ້ງທີ 2 ສຳລັບນັກກິລາ ຕ່າງແຂວງ ແມ່ນ ວັນທີ 24 – 26 ມັງກອນ 2018
   ສ່ວນສະຖານທີ່ ຈັດຂຶ້ນທີ່ສູນຝຶກ ສະຫະພັນບານເຕະແຫ່ງຊາດລາວ ບ້ານ ຫ້ວຍຫົງ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ໃນເວລາ 16:00 – 18:00

ຫມາຍເຫດ :
- ນັກກິລາທີ່ເຂົ້າຮ່ວມຄັດເລືອກຕ້ອງກຽມຮ່າງກາຍໃຫ້ພ້ອມຕະຫລອດໄລຍະການຄັດເລືອກ
- ນັກກິລາທີ່ເຂົ້າຮ່ວມຄັດເລືອກທີມບານເຕະຊາຍ ຮຸ່ນອາຍຸ 22 ປີ ຕ້ອງເກີິດໃນລະຫວ່າງ ປີ 1997, 1998, 1999 ແລະ 2000

- ນັກກິລາທີ່ມາຈາກ ຕ່າງແຂວງ ທີ່ຕ້ອງການມາຄັດເລືອກນັກກິລາໃນຄັ້ງນີ້ທາງ ສະຫະພັນບານເຕະແຫ່ງຊາດລາວ ແມ່ນອຳນວຍຄວາມສະດວກທາງດ້ານທີ່ພັກ ແແລະ ອາຫານການການກິນຕະຫລອດ ໄລຍະການຄັດເລືອກ ສ່ວນການເດີນທາງຂອງນັກກິລາແມ່ນຮັບຜິດຊອບເອງ

- ສຳລັບຜູ້ທີ່ມາຄັດເລືອກ ຈະຕ້ອງນຳເອົາເອກະສານ, ປຶ້ມສຳມະໂນຄົວ ຫລື ຫນັງສືການເດີນທາງ ( ຂອງແທ້ ) ແລະ ໃບຢັ້ງຢືນການສຶກສາ ( ຂອງແທ້ ) ເພື່ອເປັນຫລັກຖານ
- ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີ້ມໄດ້ທີ່ເບີ : 02055699325 ( ອາຈານ ສົມສົກ ແກ້ວດາລາ ), 02022216601 ( ອາຈານ ພຸດປະສົງ ແສງດາລາວົງ ), 02054918322 ( ອາຈານ ວົງມີໄຊ ສຸບົວຄຳ ) .




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.