LU03

ເມສຊີ ບອກ ບາເຊໂລນາ ພັກຕົວຈິງ 1 ຄົນເປີດທາງໃຫ້ ຄູຕິນໂຢ ລົງແຂ່ງຮ່ວມກັນ


   ຂ່າວສົດໆຮ້ອນ ເມື່ອສື່ໃນປະເທດສະເປນ ລາຍງານຂ່າວວ່າ: ລິໂອເນລ ເມສຊີ ກອງໜ້າຕົວສໍາຄັນຂອງ ບາໂຊເລນາ ຮຽກຮ້ອງໃຫ້ຕົ້ນສັງກັດພັກຕົວຫຼັກ 1 ຄົນ ເພື່ອເປີດທາງໃຫ້ ຟິລິບເປ ຄູຕິນໂຢ ກອງກາງຕົວໃໝ່ ໄດ້ລົງສະໜາມເປັນຕົວຈິງ.

   ຄູຕິນໂຢ ຫາກໍ່ຍ້າຍຈາກ ລິເວີພູລ ມາຮ່ວມກັບ ບາເຊໂລນາ ດ້ວຍຄ່າຕົວສະຖິຕິຂອງສະໂມສອນ 142 ລ້ານປອນ, ແຕ່ລາວຕ້ອງຮຽກຄວາມພ້ອມອີກຄັ້ງຈິ່ງຈະໄດ້ລົງສະໜາມ, ແຕ່ ເມສຊີ ກໍ່ຕ້ອງການຫຼິ້ນຮ່ວມກັບລາວ ພ້ອມ ຫຼຸຍ ຊົວເຣຊ ແລະ ຕ້ອງການໃຫ້ ເດມເບເລ ປີກຂອງທີມເປັນຕົວສໍາຮອງໄປກ່ອນ.

   ສໍາລັບ ຄູຕິນໂຢ ຍັງຢູ່ໃນໄລຍະພັກຟື້ນອາການບາດເຈັບ ໂດຍລາວບໍ່ໄດ້ລົງຫຼິ້ນໃຫ້ກັບ ລິເວີພູລ ໄລຍະ 2 ນັດຫຼັງສຸດ ກ່ອນຍ້າຍມາຫຼິ້ນໃຫ້ກັບ ບາເຊໂລນາ, ສ່ວນພິທີເປີດຕົວຢ່າງເປັນທາງການຂອງ ຄູຕິນໂຢ ກັບ ບາເຊໂລນາ ຈະຈັດຂຶ້ນໃນຕອນແລງມື້ນີ້ເວລາ 18:00 ໂມງເປັນຕົ້ນໄປ ຕິດຕາມເບິ່ງວ່າພິທີເປີດຕົວຂອງ ນັກເຕະຄົນນີ້ຈະອະລັງການຂະໜາດໃດ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.