ການຊ່ວຍເຫຼືອ

ຮອງເລຂາພັກແຂວງຊຽງຂວາງ ລົງຊຸກຍູ້ການຜະລິດ ແລະ ມອບເຄື່ອງຊ່ວຍເຫລືອປະຊາຊົນເມືອງໝອກ


ໃນວັນທີ5ມັງກອນ 2018 ທ່ານນາງ ອຸເທນ ມາສີຊົນໄຊ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ ແນວຄິດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ຊຸກຍູ້ວຽກງານການຜະລິດຂອງປະຊາຊົນ ຢູ່ບ້ານຖ້ຳສ່ອຍ ແລະ ບ້ານຄັງວຽງ ເມືອງໝອກ ແຂວງຊຽງຂວາງ

ໃນໂອກາດດັ່ງກ່າວທ່ານໄດ້ໂອ້ລົມ ຊີ້ນຳວຽກງານໃຫ້ສືບຕໍ່ ສຶກສາອົບຮົມວຽກງານການເມືອງແນວຄິດ, ຖືສຳຄັນວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ປຶກສາ ຮ່ວມມື ຊ່ວຍເຫຼືອພະນັກງານທີ່ລົງຮາກຖານ, ຢຸດເຊົາການເຮັດ ໄຮ່ແບບເລື່ອນລອຍ, ໃຫ້ຂຸ້ນຂ້ຽວປູກພືດລະດູແລ້ງ, ປູກຫຍ້າລ້ຽງງົວ ຄວາຍ, ເສີມຂະ ຫຍາຍມູນເຊື້ອຄວາມດຸໝັ່ນ ແລະ ວັດທະນະທຳອັນດີງາມຂອງເຜົ່າ.


ພ້ອມນັ້ນກໍສຸມໃສ່ການປູກຝັງ ລ້ຽງສັດໃຫ້ກາຍເປັນສິນຄ້າປອດສານຜິດ, ຍົກສູງສີມືຫັດຖະກຳໃຫ້ສູງຂື້ນ, ຢຸດຕິການ ປູກຝິ່ນ ແລະ ຫ້າມຊຶ້-ຂາຍ ເສບສິ່ງເສບຕິດ, ວຽກງານຕ່າງໆຂອງບ້ານປະຊາຊົນ ແລະ ແມ່ຍິງຕ້ອງມີສ່ວນຮ່ວມ, ສ້າງໜ່ວຍພັກໃຫ້ເຂັ້ມແຂງ-ຮູ້ນຳພາຮອບດ້ານ ໃຫ້ກາຍເປັນ ບ້ານພັດທະນາ ແຕ່ລະວຽກງານຂອງບ້ານຕ້ອງເນັ້ນອາຍຸ ເພດ ຊົນເຜົ່າ, ສ້າງຂະບວນ ການຕ້ອນຮັບຄົບຮອບວັນສ້າງຕັ້ງກອງທັບປະຊາຊົນລາວ, ຈັດຕັ້ງປະຕິບັດມະຕິຕ່າງໆ ຂອງຂັ້ນເທິງ, ມີສະຕິລະວັງຕົວ ສາມາດກຳໄດ້ຄົນເຂົ້າອອກບ້ານ.


 ໂອກາດນີ້ທ່ານກໍ່ໄດ້ ມອບເຄື່ອງນຸ່ງຈຳນວນ42ຖົງໃຫ້ປະຊາຊົນບ້ານຖ້ຳສ່ອຍ, 20ຖົງໃຫ້ບ້ານຄັງວຽງ ແລະ ອີກ34ຖົງມອບໃຫ້ຈຸດສຸມຄັງວຽງເພື່ອມອບຕໍ່ໃຫ້ກັບປະຊາຊົນບ້ານອື່ນໆອີກ; ອົງການຈັດ ຕັ້ງມະຫາຊົນຂອງຫ້ອງວ່າການປົກຄອງແຂວງ ກໍ່ໄດ້ມອບສັງກະສີ30ແຜ່ນໃຫ້ຄອບຄົວ ທຸກຍາກຢູ່ບ້ານຖ້ຳສ່ອຍ ໂອກາດທີ່ເດີນທາງມາຢ້ຽມຢາມຈຸດສຸມຄັງວຽງໃນຄັ້ງນີ້ ຍັງໄດ້ ອວຍພອນຫ້ອງການພັດທະນາຈຸດສຸມຄັງວຽງ ແລະ ກອງປະຕິບັດງານ210ຄັງວຽງ ເນື່ອງໃນໂອກາດຄົບຮອບວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ69ປີທີ່ໝູນວຽນມາຄົບຮອບອີກວາລະໜຶ່ງ
                           
             

ຂ່າວ: ບຸນມີ ແສງທຸມມີ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.