ກອງທັບ

ສູ້ຊົນຫັນເອົາວຽກງານກຳລັງພົນ, ການປະກອບອາວຸດ - ຍຸດໂທປະກອນທົ່ວກອງທັບໄປສູ່ຄຸນະພາບອັນໃໝ່ ແລະ ທັນສະໄໝ


ກອງປະຊຸມວຽກງານກຳ ລັງພົນ, ການປະກອບອາວຸດ-ຍຸດໂທປະກອນທົ່ວກອງທັບ ປະ ຈຳສົກປີ 2016-2017 ໄດ້ອັດ ລົງດ້ວຍຜົນສຳເລັດອັນຈົບງາມ ໃນຕອນບ່າຍຂອງວັນທີ 5 ມັງ ກອນ 2018 ນີ້, ພາຍຫຼັງໄດ້ດຳ ເນີນມາແຕ່ວັນທີ 4 ມັງກອນ ຜ່ານມາ ໂດຍການເປັນປະທານ ຂອງທ່ານ ພົນໂທ ສຸວອນ ເລືອງ ບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ເປັນກຽດເຂົ້າຮ່ວມ ໃນພິທີອັດກອງປະຊຸມມີທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກລັດຖະມົນຕີກະຊວງ ປ້ອງກັນປະເທດ, ນອກນີ້ກໍມີຄະ ນະນຳຈາກບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນ ປະເທດ, ຄະນະພັກ-ຄະນະບັນ ຊາ ແລະ ພະນັກງານທີ່ເຮັດ ວຽກງານກຳລັງພົນຈາກບັນດາ ກົມກອງກຳລັງຫຼວງ, ກຳລັງ ທ້ອງຖິ່ນທົ່ວກອງທັບເຂົ້າຮ່ວມ.

ທ່ານປະທານກອງປະຊຸມໄດ້ ໃຫ້ທັດສະນະຄວາມເຫັນວ່າ: ກອງປະຊຸມສະຫຼຸບຖອດຖອນ ບົດຮຽນວຽກງານກຳລັງພົນໃນ ຄັ້ງນີ້ເປັນກອງປະຊຸມທີ່ມີຄວາມ ໝາຍຄວາມສຳຄັນຕໍ່ການປັບປຸງ ກໍ່ສ້າງກອງທັບໃນໄລຍະໃໝ່, ໂດຍກອງປະຊຸມກໍໄດ້ສະຫຼຸບຕີ ລາຄາຄືນການຈັດຕັ້ງປະຕິບັດ ໜ້າທີ່, ປັບປຸງ, ກໍ່ສ້າງກຳລັງ ດ້ານກຳລັງພົນ, ຍົກໃຫ້ເຫັນໄດ້ ດ້ານຕັ້ງໜ້າ, ດ້ານຄົງຄ້າງ ແລະ ຜົນສຳເລັດຜ່ານການປະຕິບັດ ການປັບປຸງວຽກງານກຳລັງພົນ ແລະ ວຽກປະກອບອາວຸດກອງ ທັບໃນໄລຍະຜ່ານມາ. ພ້ອມທັງ ຄົ້ນຄວ້າເອກະພາບກຳນົດທິດ ທາງແຜນການປະຈຳສົກປີ 2018-2019 ເຊິ່ງເປັນແຜນນະ ໂຍບາຍລະອຽດໃຫ້ແກ່ວຽກ ງານປັບປຸງກໍ່ສ້າງກຳລັງດ້ານ ໂຄງການປະກອບການຈັດຕັ້ງ, ຈຳນວນພົນ ແລະ ການປະກອບ ອາວຸດຍຸດໂທປະກອນຂອງກອງ ທັບເຮົາໃຫ້ກ້າວໄປສູ່ຄຸນະພາບ ອັນໃໝ່ຕາມທິດຫັນເປັນແບບ ແຜນທັນສະໄໝເທື່ອລະກ້າວ.

ໂອກາດນີ້ ທ່ານ ພົນໂທ ຈັນສະ ໝອນ ຈັນຍາລາດ ກຳມະການ ກົມການເມືອງສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນປະ ເທດ ກໍໄດ້ມີຄຳເຫັນໃຫ້ທິດຊີ້ນຳ ຫຼາຍບັນຫາສຳຄັນ, ເນັ້ນໜັກໃຫ້ ເອົນໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານຂອງພັກໃນໄລຍະໃໝ່ ເປັນຕົ້ນແມ່ນຕ້ອງຮັບປະກັນ ເຮັດໃຫ້ປະເທດຊາດມີສະຖຽນ ລະພາບທາງດ້ານການເມືອງ, ມີ ຄວາມສະຫົງບປອດໄພທາງສັງ ຄົມ, ສ້າງກຳລັງປະກອບອາວຸດ ໃຫ້ປອດໃສໜັກແໜ້ນເຂັ້ມແຂງ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະ ເທດຊາດ ແລະ ຕໍ່ປະຊາຊົນ.

ສືບ ຕໍ່ຈັດຕັ້ງຜັນຂະຫຍາຍແຜນການ ວຽກງານປັບປຸງກໍ່ສ້າງກຳລັງ ທາງດ້ານໂຄງປະກອບການຈັດ ຕັ້ງ, ຈຳນວນພົນ ແລະ ພາຫະ ນະ-ອາວຸດຍຸດໂທປະກອນໃຫ້ ກອງທັບແຕ່ປີ 2015-2020 ຕາມເງື່ອນໄຂຄວາມອາດສາ ມາດຕົວຈິງ ໃນນີ້ໃຫ້ເອົາໃຈໃສ່ ການຊັບຊ້ອນບຸກຄະລາກອນ ເຂົ້າຕາມໂຄງປະກອບການຈັດ ຕັ້ງໃໝ່ທີ່ກະຊວງປ້ອງກັນປະ ເທດໄດ້ອະນຸມັດ.

 ແກ້ໄຂສັບ ຊ້ອນກຳລັງທີ່ເຫຼືອຢູ່ອົງການ ແລະ ຂະແໜງການຮັບໃຊ້ຮັບ ປະກັນລົງປະກອບໃຫ້ຫົວໜ່ວຍ ກົມກອງສູ້ຮົບ, ເອົາໃຈໃສ່ໂຄ ສະນາເຜີຍແຜ່ໃຫ້ທົ່ວສັງຄົມໃຫ້ ເຂົ້າໃຈຢ່າງຖືກຕ້ອງຕໍ່ກົດໝາຍ ພັນທະປ້ອງກັນຊາດເຊິ່ງແມ່ນ ພັນທະຂອງຊາວໜຸ່ມພົນລະ ເມືອງລາວທຸກຄົນຕ້ອງໄດ້ເຂົ້າ ຮ່ວມ, ຖືສຳຄັນການກວດກາຄັດ ເລືອກເອົາທະຫານໃໝ່ທັງພັນ ທະປ້ອງກັນຊາດ ແລະ ສະໝັກ ເປົ້າໝາຍທະຫານອາຊີບໃຫ້ບັນ ລຸໄດ້ຕາມມາດຖານເງື່ອນໄຂທີ່ ກົດໝາຍ ແລະ ຂໍ້ກຳນົດໄດ້ກຳ ນົດໄວ້;ສ້າງເປັນພື້ນຖານໃຫ້ ແກ່ການພັດທະນາບຸກຄະລາ ກອນໃນກອງທັບໃຫ້ໄດ້ມາດ ຖານ, ມີຄຸນະພາບ ແລະ ເຂົ້າສູ່ ລະບຽບການທີ່ຮັດກຸມເທື່ອລະ ກ້າວ.

ສືບຕໍ່ການປະຕິບັດການ ຄຸ້ມຄອງກຳລັງພົນດ້ວຍລະບົບ ຖານຂໍ້ມູນທີ່ໄດ້ປັບປຸງ ແລະ ດຳ ເນີນການໃນໄລຍະ 4 ປີທີ່ ຜ່ານຕາມຂໍ້ກຳນົດຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍລະ ບຽບການຄຸ້ມຄອງກຳລັງພົນໃນ ກອງທັບ, ໃນນີ້ໃຫ້ເອົາໃຈໃສ່ໃນ ການປະສານສົມທົບແໜ້ນລະ ຫວ່າງຂະແໜງກຳລັງພົນ, ພະ ນັກງານ, ປະກັນສັງຄົມ, ການ ເງິນ ແລະ ອາວຸດ-ກະສູນ, ຈັດ ຕັ້ງການລົງກວດກາຢູ່ອົງການ ແລະ ກົມກອງຕົວຈິງໃຫ້ສອດ ຄ່ອງ, ສືບຕໍ່ລົງກວດກາເກັບກຳ ຂໍ້ມູນການປະກອບອາວຸດ-ກະ ສູນຢູ່ກອງກອງຕົວຈິງ, ຕີລາຄາ ຄຸນະພາບເພື່ອເຂົ້າແຜນໃນການ ຖອດອາວຸດທີ່ເປ່ເພເຊື່ອມຄຸນະ ພາບມາສ້ອມແປງ ແລະ ເຂົ້າ ແຜນເບີກຈ່າຍໃໝ່ໃຫ້ຮັບປະກັນ ແກ່ການອົບຮົມຫັດແອບ ແລະ ກຽມພ້ອມສູ້ຮົບ, ສົມທົບກັບ ການສ້າງກົນໄກ ແລະ ລະບົບ ການຄຸ້ມຄອງບັນຊີອາວຸດ-ກະ ສູນບໍ່ໃຫ້ຕົກເຮ່ຍເສຍຫາຍ, ໂດຍ ສະເພາະອາວຸດທີ່ປະກອບໃນກຳ ມື, ເອົາໃຈໃສ່ການບົວລະບັດ ປົກປັກຮັກສາອາວຸດຍຸດໂທປະ ກອນທີ່ມີໃຫ້ໄວ້ນຳໃຊ້ຍາວນານ ແລະ ມີປະສິດທິພາບດີ.


ແຫລ່ງທີ່ມາຈາກຫນັງສືພິມກອງທັບປະຊາຊົນລາວ(http://www.kongthap.gov.la)
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.