ແຕ່ງຕັ້ງຫນ້າທີ່

ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຕ່ງຕັ້ງທ່ານ ຄຳພັນ ນັນທະວົງ ເປັນຫົວໜ້າຫ້ອງການ ຜູ້ໃໝ່


ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ໄດ້ຈັດພິທີ ປະກາດການຈັດຕັ້ງ ຂັ້ນຫົວໜ້າຫ້ອງການ ແລະ ຄະນະກົມ ຫລາຍຕຳແໜ່ງຂຶ້ນ ໃນວັນທີ 5 ມັງກອນ 2018 ນີ້ ທີ່ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໂດຍ​ເປັນ​ກຽດ​ເຈົ້າ​ຮ່ວມ​ຂອງທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງ ເຂົ້າຮ່ວມ.

 ການປະກາດປັບປຸງການຈັດຕັ້ງໃນຄັ້ງນີ້ ປະກອບມີ ຄື: ທ່ານ ບຸນຕີ ເດດວົງສອນ ຫົວໜ້າ ຫ້ອງການຜູ້ເກົ່າ ແລະ ທ່ານ ຄຳພັນ ນັນທະວົງ ຫົວໜ້າຫ້ອງການ ຜູ້ໃໝ່, ທ່ານ ຈັນທະເນດ ບົວລະພາ ຫົວໜ້າກົມຊັບພະຍາກອນນ້ຳ ຜູ້ເກົ່າ ແລະ ທ່ານ ອິນທະວີ ອັກຄະລາດ ຫົວໜ້າກົມຊັບພະຍາກອນນ້ຳ ຜູ້ໃໝ່, ທ່ານ ອິນທະວີ ອັກຄະລາດ ຫົວໜ້າ ກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ຜູ້ເກົ່າ ແລະ ທ່ານ ຈັນທະເນດ ບົວລະພາ ຫົວໜ້າກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດຜູ້ໃໝ່, ທ່ານ ນາງ ສີສຸພັນ ຫລວງລາດ ຫົວໜ້າສະຖາບັນຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມຜູ້ເກົ່າ ແລະ ທ່ານ ນາງ ວິລະສັກ ຈຸນດາລາ ຫົວໜ້າສະຖາບັນຄົ້ນຄວ້າ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມຜູ້ໃໝ່ ແລະ ນອກຈາກນັ້ນ ຍັງໄດ້ແຕ່ງຕັ້ງທ່ານ ຈັນທະວິພອນ ອິນທະວົງ ເປັນ ຮອງຫົວໜ້າຫ້ອງການ, ທ່ານ ນາງ ວິລະນີ ແສງຈັນ ເປັນຮອງຫົວໜ້າສູນຂໍ້ມູນ-ຂ່າວສານ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ.

 ໃນໂອກາດດັ່ງກ່າວ, ທ່ານ ສົມມາດ ພົນເສນາ ກໍໄດ້ໃຫ້ກຽດໂອ້ລົມ ເພື່ອເປັນທິດ ເຍືອງທາງໃນ ການປະຕິບັດໜ້າທີ່ວິຊາສະເພາະ ໃຫ້ໄດ້ຮັບຜົນສຳເລັດ ຕາມທີ່ພັກ-ລັດ ມອບໝາຍໃຫ້.

ແຫລ່ງທີ່ມາຈາກຂປລ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.