LU02

ເລື່ອງລາວໜ້າສົງສານລ້ຽງລູກບໍ່ສົມແຮງ





ທ່ານຜູ້ອ່ານຄົງເຫັນເລື່ອງລາວພໍ່ທ້າວພອນ ທີ່ລາວອັບເດດພວກເຮົາໄດ້ນຳສະເໜີຂ່າວກ່ອນໜ້ານິ້ ເພິ່ນເປັນຄົນມີຄອບຄົວລູກເມຍ ແຕ່ວິນາທີສຸດທ້າຍບໍ່ມີໃຜສົນໃຈ ຕອນນີ້ເພິ່ນໄດ້ລາໂລກໄປແລ້ວຍ້ອນນອນໂຊມມາດົນ ທີ່ເລື່ອງລາວໜ້າຄິດກວ່ານັ້ນຄືກ່ອນເພິ່ນຈະເສຍ.

ອ້າຍອຸ້ຍກູ້ໄພ ຈາກ ໜ່ວຍກູ້ໄພມູນນິທິຈີນ «1628» ຫາກໍ່ນຳເອົາເລື່ອງມາປເດີເຜີຍມື້ນີ້ໂດຍບອກວ່າ ຈາກການສອບຖາມຜູ້ກ່ຽວເອງແມ່ນວ່າ ເເຕ່ກ່ອນຄອບຄົວເພີ່ນຫັນເປັນຄົນມີ ແລ້ວຕໍ່ມາແມ່ນທຸກ( ໂດຍບໍ່ໄດ້ສໍ້ເພີ່ນຫຼາຍ ) ແຕ່ເພີ່ນໄດ້ເກີດເປັນລົ້ມເປັນອຳມະພຶກ ບໍ່ມີບ່ອນຢູ່ແລ້ວລູກຂອງເພີ່ນແມ່ນໄດ້ເອົາມາໄວ້ທີ່ວັດຈອມໄຕ ແລ້ວບອກກັບລາວວ່າ"ຫາເຊົ່າຫ້ອງແຖວໄດ້ລະສິໄປຮັບເອົາ " ແລ້ວຫາຍຈ້ອຍຈົນເຖິງທຸກວັນນີ້.






ອ້າຍກູ້ໄພຍັງເລົ່າອີກວ່າວັນທີ 03/01/2018 ເວລາ12:00ນາທີ ຕອນສວາຍໜ່ວຍກູ້ໄພເຮົາໄດ້ຮັບແຈ້ງຈາກບ້ານເຂົ້າເບີ1628 ວ່າໃຫ້ຂໍຊ່ວຍເຫຼືອນຳສົ່ງພໍ່ລຸ່ງກັບບ້ານໃຫ້ແນ່ ເພາະວ່າລູກເຕົ້າເອົາມາໄວ້ນີ້ແລ້ວບໍ່ມີໃຜມາເບີ່ງແຍງສ່ວນວັດ ກາບໍ່ມີໃຜສິມາດູແລເພີ່ນ ຈິ່ງຂໍຄວາມຊ່ວຍເຫຼືອນຳໜ່ວຍກູ້ໄພ.

ໜ່ວຍກູ້ໄພມູນນິທິຈີນກໍ່ໄດ້ອອກກວດສອບເຫດພົບເພີ່ນນອນຢູ່ຫ້ອງສາລາແມ່ຊີ ເພາະເຄື່ອນຍ້າຍໄປມາບໍ່ໄດ້
ກີນຖ່າຍແມ່ນຢູ່ບ່ອນເກົ່າເລີຍ ອ້າຍນ້ອງກູ້ໄພຈິ່ງໄດ້ເຄື່ອນຍ້າຍນຳສົ່ງເພີ່ນໄປສົ່ງບ້ານນໍ້າກ້ຽງ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ແຕ່ພໍໄປຮອດສະຖານທີ່ບ້ານຜູ້ປ່ວຍ ປະກົດວ່າບໍ່ເອົາໄປເຮືອນຫຼັງໃດໃຜກໍ່ໄລ່ໜີບໍ່ຮັບບໍ່ໃຫ້ຢູ່, ໄປຫາເມຍກາບໍ່ຮັບ ບໍ່ຢາກເບີ່ງ ທາງເຮົາກໍ່ຈົນປັນຍາຈື່ງໄດ້ນຳສົ່ງເພີ່ນມາວັດຄືນ ເພາະໄປທາງໃດໃຜກາບໍ່ຮັບ ຜູ້ເປັນລູກກໍ່ຂາດການຕິດຕໍ່ແຕ່ດົນ ແລະໃນທີ່ສຸດເພິ່ນກໍ່ເສຍຊີວິດແລ້ວ.

ທ່ານໃດຈະໄປກິນທານນຳກໍ່ໄປຮ່ວມເພິ່ນແນ່ທີ່ວັດຈອມໄຕ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.





ຊີວິດເພິ່ນໜ້າສົງສານ ບໍ່ຮູ້ເບື້ອງໜ້າເບື້ອງຫຼັງເພິ່ນມີແນວໃດກ່ອນຖືກຕອບຄົວປະຖີ້ມບໍ່ສົນໃຈໃຍດີຈົນຮອດມື້ຕາຍ ແຕ່ຈະໃຫ້ດີແທ້ຜູ້ເປັນລູກຄວນຄິດ ແລະມາເບິ່ງແຍງເພິ່ນກ່ອນສິ້ນລົມຫາຍໃຈ ຫຼື ມາສົ່ງເພິ່ນຂຶ້ນສະຫວັນ ຍັງດີກວ່າພາຍຫຼັງມາແລ້ວຈັດພາເຂົ້າເຮັດບຸນໄປຫາບໍ່ມີປະໂຫຍດເທົ່າຕອນທີ່ເພິ່ນມີຊີວິດຢູ່ແລ້ວເຮົາເຮັດດີນຳດອກ.


ຂອບໃຈຂໍ້ມູນຈາກ ອຸ້ຍອ້າຍ ກູ້ໄພ ມູນນິທິຈີນ

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ





About see

0 comments:

Post a Comment

Powered by Blogger.