ເງິນເດືອນ

ປິນີ້ລັດຖະບານ ຍັງຖືເປັນບູລິມະສິດການລາຍຈ່າຍເງິນເດືອນ-ເງິນອຸດໜູນ ໃຫ້ທັນເວລາ ແລະ ເປັນປົກກະຕິ


ຂປລ. ອີງ​ຕາມ​ຄຳ​ແນ​ະນຳ​ ວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ ​ແຜນ​ງົບປະມານ​ແຫ່ງ​ລັດ ປະຈຳ​ປີ 2018 ຂອງ​ກະຊວງ​ການ​ເງິນ​ໃຫ້​ຮູ້​ວ່າ: ​ໃນ​ປີ 2018 ການ​ປະຕິບັດ​ລາຍ​ຈ່າຍ​ເງິນ​ເດືອນ-​ເງິນ​ອຸດ​ໜູນ ລັດຖະບານ ສປປ ລາວ ໃຫ້​ສຸມ​ໃສ່​ການ​ປະຕິບັດ​ລາຍ​ຈ່າຍ​ເງິນ​ເດືອນ-​ເງິນ​ອຸດ​ໜູນ ​ໃຫ້​ທັນ​ເວລາ ​ແລະ ​ເປັນປົກກະຕິ​ໃນ​ແຕ່ລະ​ເດືອນ, ເຊິ່ງການ​ຄິດ​ໄລ່​ເງິນ​ເດືອນ​ ໃຫ້​ປະຕິບັດ​ການ​ຄິດ​ໄລ່​ດັດ​ສະ​ນີ​ເງິນ​ເດືອນ ໃຫ້​ພະນັກງານ-ລັດຖະກອນ, ທະຫານ​, ຕຳຫລວດ, ພະນັກງານ​ບຳນານ ​ແລະ ພະນັກງານ​ເສຍ​ອົງຄະ 7.200 ກີບ ຕໍ່​ໜຶ່ງ​ດັດ​ສະ​ນີ, ​ໂດຍ​ປະສານ​ສົມທົບ​ກັບ ​ບັນດາ​ຂະ​ແໜງ​ການ​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ເພື່ອ​ຕັດ​ກົນ​ໄກ ​ແລະ ຂັ້ນ​ຕອນ​ການ​ປະກອບ​ເອກະສານ​ຂໍ​ອະນຸມັດ ​ແລະ ຂອດ​ການ​ຊຳລະ​ສະ​ຊາງ ​ໃຫ້​ກະທັດ​ຮັດ ​ແລະ ວ່ອງ​ໄວ​ກວ່າ​ເກົ່າ.

ຕ້ອງ​ໄດ້​ປະຕິບັດ​ຕາມ​ຄຳ​ສັ່ງ ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ ​ແລະ ຈັດ​ຕັ້ງ​ປະຕິບັດ​ລາຍ​ຈ່າຍ​ເງິນ​ເດືອນ, ​ເງິ​ນອຸດ​ໜູນ ​ແລະ ​ເງິນ​ນະ​ໂຍບາຍສະບັບ​ເລກທີ 55/ນຍ ຢ່າງ​ເຂັ້ມ​ງວດ, ​ໂດຍ​ສະ​ເພາະ​ໃຫ້​ເອົາ​ໃຈ​ໃສ່​ ບາງ​ບັນຫາສຳ​ຄັນ ​ເປັນ​ຕົ້ນ​ແມ່ນ ​ໃຫ້​ນຳ​ໃຊ້​ລາຍ​ຮັບ​ພາຍ​ໃນ​ຂອງ​ບັນດາ​ແຂວງ, ນະຄອນຫລວງ ​ແລະ ຂອງ​ເມືອງ​ກ່ອນ​ເປັນ​ຕົ້ນຕໍ, ​ໂດຍ​ບໍ່​ລໍຖ້າ​ການ​ເຄື່ອນ​ຍ້າຍ​ເງິນ​ດຸນ​ດ່ຽງ​ຈາກ​ສູນ​ກາງ;

ປັບປຸງ​ຂອດ​ການ​ສະຫລຸບ​ ລາຍ​ງານ​ເປັນ​ແຕ່ລະ​ຂັ້ນ ນັບ​ແຕ່​ຂັ້ນ​ເມືອງ​ເຖິງ​ຂັ້ນ​ແຂວງ ​ແລະ ຂັ້ນ​ແຂວງ​ເຖິງ​ສູນ​ກາງ​ເປັນ​ແຕ່​ລະອາ​ທິດ ກ່ຽວ​ກັບ​ການ​ເບີກ​ຈ່າຍ​ເງິນ​ເດືອນ, ​ເງິນ​ອຸດ​ໜູນປະຈຳ​ອາທິດ ​ເພື່ອ​ສາມາດ​ສັງ​ລວມ ​ແລະ ຕິດຕາມ​ການ​ຈັດ​ຕັ້ງ  ​ປະຕິບັດ​ຕົວ​ຈິງ​ຢ່າງ​ທັນ​ການ ​ແລະ ສອດຄ່ອງ​ກັບ​ເປົ້າ​ໝາຍ​ການ​ຈ່າຍ;
ຫັນການ​ເບີກ​ຈ່າຍ​ເງິນ​ເດືອນ ຜ່ານ​ລະບົບ​ທະນາຄານ​ໃຫ້​ທົ່ວ​ເຖິງ​ກວ່າ​ເກົ່າ, ​ໂດຍ​ຂະຫຍາຍ​ສູ່​ຂັ້ນ ​ເມືອງ​ໃຫ້​ກວ້າງຂວາງ​ຫລາຍ​ຂຶ້ນ ​ນຳ​ໃຊ້​ສາຂາ​ທະນາຄານ ຫລື ການ​ບໍລິການ​ແບບ​ເຄື່ອນ​ທີ່​ຂອງ​ທະນາຄານ;
ປະສານ​ສົມ ທົບ​ກັບ​ກະຊວງ​ພາຍ​ໃນ ​ແລະ ກະຊວງ​ທີ່​ກ່ຽວຂ້ອງ, ຂະ​ແໜງ​ການ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ໃນ​ການ​ກວດກາ​ຄືນ​ ຈຳນວນ​ພົນ​ພະນັກງານ​-ລັດຖະກອນ​ ໃຫ້​ສອດຄ່ອງ​ກັບ​ຕົວ​ຈິງ, ກວດກາ​ການ​ຄິດ​ໄລ່​ບັນຊີ​ເງືອນ​ເດືອນ ​ແລະ ​ເງິ​ນອຸດ​ໜູນ​ໃຫ້​ພຽງພໍ;

ບັນດາ​ກະຊວງ, ອົງການຂະ​ແໜງ​ການ​ຂັ້ນ​ສູນ​ກາງ ​ແລະ ພະ​ແນ​ກງານ​ເງິນ​ປະຈຳ​ແຂວງ, ນະຄອນຫລວງ ສົມທົບ​ກັບ​ກະຊວງ​ພາຍ​ໃນ, ພະ​ແນ​ກພາຍ​ໃນ​ຂ​ອງ​ແຂວງ, ນະຄ​ອນຫລວງ ​ແລະ ຫ້ອງການ​ພາຍ​ໃນ​ເມືອງ ​ເພື່ອ​ຢັ້ງຢືນ​ຄວາມ​ຖືກຕ້ອງ ຂອງ​ບັນຊີ​ເງິນ​ເດືອນ ​ແລະ ​ເງິ​ນອຸດ​ໜູນ​ຕາມ​ຈຳນວນ​ພົນ​ທີ່​ມີໜ້າ​ຕົວ​ຈິງ ​ເພື່ອ​ນຳ​ສົ່ງ​ໃຫ້​ກົມ​ງົບປະມານ​ແຫ່ງ​ລັດ ກະຊວງ​ການ​ເງິນ​ສັງ​ລວມ​ເປັນ​ແຕ່​ລະ​ງວດ; ການ​ປະກອບ​ເອກະສານ​ເບີກ​ຈ່າຍ​ເງິ​ນ​ເດືອນ ​ແລະ ​ເງິ​ນອຸດ​ໜູນ ຂອງ​ພາກ​ສ່ວນ​ກ່ຽວຂ້ອງ​ ຕ້ອງ​ສົ່ງ​ໃຫ້​ຂະ​ແໜງ​ການ​ເງິນ​ຢ່າງ​ຊ້າບໍ່​ໃຫ້​ກາຍ​ວັນ​ທີ 15 ຂອງ​ເດືອນ​ທຳ​ອິດ​ຂອງ​ແຕ່​ລະ​ງວດ ​ເພື່ອ​ໃຫ້ການ​ອະນຸມັດ ​ແລະ ການ​ເບີກ​ຈ່າຍ​ທັນຕາ​ມກຳນົດ​ເວລາ.

ພ້ອມ​ນີ້, ລາຍຈ່າຍ​ເງິນ​ເດືອນ​ພະນັກງານ​ເຂົ້າ​ການ​ໃໝ່​ ຕາມ​ໂກ​ຕ້າ​ທີ່​ລັດຖະບານ​ອະນຸມັດ ​ແມ່ນ​ໄດ້​ຂຶ້ນ​ແຜນ​ລວມສູນ​ໄວ້​ຢູ່​ກະຊວງ​ການ​ເງິນ ​ແລະ ຈະ​ແຈ້ງ​ເພີ່ມ​ເຂົ້າ​ໃນ​ແຜນ 6 ​ເດືອນ​ທ້າຍ​ປີ ຕາມ​ການສະ​ເໜີ​ຂອງ​ຂະ​ແໜງ​ການ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ບົນ​ພື້ນຖານ​ ຈຳນວນ​ພະນັກງານ​ເຂົ້າ​ການ​ໃໝ່​ ທີ່​ໄດ້​ຮັບ​ເຂົ້າຕົວ​ຈິງ; ສຳລັບ​ລາຍ​ຈ່າຍ​ເງິນ​ອຸດ​ໜູນ​ ພະນັກງານ​ກ່ອນ​ເຂົ້າຮັບ​ບຳນານ, ລາຍ​ຈ່າຍ​ເງິນ​ບຳ​ເນັດ​ ໃຫ້​ພະນັກງານ​-ລັດຖະກອນ ອອກ​ງານ ​ແລະ ​ເງິນ​ບຳນານ, ​ເງິນ​ປະກັນ​ສັງຄົມ 8% ທີ່​ຫັກ​ຈາກ​ເງິນ​ເດືອນ ຂອງ​ພະນັກງານ​ລັດຖະກອນ ​ແລະ ​ເງິນ​ເດືອນ ​ແລະ ​ເງິນ​ອຸດ​ໜູນ​ຂອງ​ລັດຖະກອນ 3 ຂະ​ແໜງການ​ສາຍ​ຕັ້ງ ​ຂອງ​ກະຊວງ​ການ​ເງິ​ນ ແມ່ນ​ໃຫ້ຈັດ​ຕັ້ງ​ປະຕິບັດ​ ຄື​ກັບ​ປີ 2017 ທີ່​ຜ່ານ​ມາ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.