18ລໍ້

18 ລໍ້ເບກແຕກ ຕຳປະສານງານ 9 ຄັນລວດ



ມີແຫຼ່ງຂ່າວແຈ້ງວ່າ ໄດ້ເກີດເຫດລົດບັນທຸກ 18 ລໍ້ເບກແຕກແລ້ວໄປຊົນເອົາລົດເກງ, ລົດກະບະທີ່ກຳລັງຜ່ອນຄວາມໄວ ໃນເຂດທີ່ການສັນຈອນຕິດຄັດໃຫ້ໄຟອຳນາດ ຊື່ງເຮັດໃຫ້ລົດທີ່ໃກ້ກັນຕຳກັນຕໍ່ໆລວມ 9 ຄັນບາດດຽວ ເຮັດໃຫ້ການສັນຈອນເປັນອຳມະພາດໄປເລີຍ.



ເຫດເກີດຕອນສວາຍມື້ນີ້(8ມັງກອນ 2018)ປະມານ 11 ໂມງ ທີ່ອຳເພີເມືອງ ຈັງຫວັດຊົນບູລີປະເທດໄທ ໃນນັ້ນອຸປະຕິເຫດຄັ້ງນີ້ມີລົດ 18 ລໍ້ 2 ຄັນ, ລົດເກງ 3 ຄັນ, ຟໍຈູນເນີ 1 ຄັນ ແລະລົດກະບະອີກ 3 ຄັນລວມທັງໝົດ 9 ຄັນ.



ຢ່າງໃດກໍ່ດີ ອຸປະຕິເຫດຄັ້ງນີ້ເຖິງຈະມີລົດທີ່ຊວຍນຳກັນເຖິງ 9 ຄັນ ແຕ່ມີຜູ້ບາດເຈັບເລັກນ້ອຍພຽງ 3 ຄົນ ເນື່ອງຈາກເປັນຊ່ວງທາງຂອງໄຟອຳນາດລົດແລ່ນບໍ່ໄວ ຊຶ່ງຜູ້ບາດເຈັບໜ່ວຍກູ້ໄພໄດ້ປະຖົມພະຍາບານໃຫ້ພ້ອມສົ່ງໂຮງໝໍເປັນທີ່ຮຽບຮ້ອຍແລ້ວ.



ຕາມການສອບຖາມໜຶ່ງໃນຜູ້ປະສົບເຫດທີ່ຖືກກະທົບໃບໜ້າຈົນບວມບອກວ່າ ໃນລະວ່າງທີ່ກຳລັງຜ່ອນລົດເພື່ອຈອດທີ່ໄຟອຳນາດທີ່ມີລົດຕິດຍາວຢຽດ ຢູ່ໆກໍ່ມີ 18 ລໍ້ທີ່ແລ່ນມາຕາມຫຼັງແລ່ນເຂົ້າໃສ່ຈົນດັງສະໜັ່ນຫວັ່ນໄຫວຕົນຈິ່ງໄດ້ຮັບບາດເຈັບໄປນຳ.





ສ່ວນໂຊເຟີລົດ 18 ລໍ້ໄດ້ໂທລະສັບຫາເຈົ້າຂອງລົດພ່ວງບອກວ່າຕົນເບກລົດຈັ່ງໃດກໍ່ບໍ່ຢູ່ ໜ້າຈະແມ່ນເບກແຕກ ຂໍໃຫ້ມາເບິ່ງນຳແນ່ ເຫດການຄັ້ງນີ້ໃນເບື້ອງຕົ້ນເຈົ້າໜ້າທີ່ໄດ້ຕັ້ງຂໍ້ຫາຂັບລົດໂດຍປະໝາດເຮັດໃຫ້ຜູ້ອື່ນໄດ້ຮັບບາດເຈັບ ແລະເສຍຫາຍທາງດ້ານຊັບສິນ.




ທີ່ມາ: https://www.facebook.com/permalink.php?story_fbid=1097147377095084&id=100003994950023
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.