LU02

ທ້າຍເດືອນນີ້ວໍຊີງຕັນຈະອອກໃບຢັ້ງຢືນໃຫ້ເພດທີ3 ເປັນລັດທຳອິດ




ທີ່ຜ່ານມາຫຼາຍປະເທດເຖິງຈະຮັບຮູ້ກັນແລ້ວກ່ຽວກັບເພດທີ3 ແຕ່ໃນບັດປະຈຳຕົວເອກະສານຕ່າງໆຍັງລະບຸເພດຕາມແພດບັນທຶກໃນມື້ເກີດອອກມາຈາກທ້ອງແມ່ ນັ້ນໝາຍຄວາມວ່າໃນໂລກນີ້ຜູ້ຄົນຈຳນວນຫຼາຍທີ່ເກີດມາໃນຮ່າງເປັນຊາຍໃຈເປັນຍິງ, ຮ່າງເປັນຍິງໃຈເປັນບ່າວນັ້ນຍັງບໍ່ທັນເປັນທີ່ຮັບຮູ້ຢ່າງຖືກຕ້ອງທາງກົດໝາຍ ແຕ່ລາຍງານຂ່າວຫຼ້າສຸດນີ້ໃຫ້ຮູ້ວ່າ ທີ່ນະຄອນຫຼວງວໍຊີງຕັນຂອງສະຫະລັດຈະມີການຈົດທະບຽນອອກໃບຢັ້ງຢືນໃຫ້ກັບເພດທີ3 ເປັນລັດທຳອິດຂອງອາເມລິກາພາຍໃນທ້າຍເດືອນນີ້.



ກຳນົດໝາຍເປີດໂອກາດໃຫ້ເພດທີ3 ໄດ້ປ່ຽນສະຖານະຕົນເອງເປັນເພດທີ3 ນັ້ນຈະມີຂຶ້ນໃນວັນທີ 27 ມັງກອນ 2018 ນີ້ເປັນຕົ້ນໄປ. ທາງການໃນລັດວໍຊີງຕັນເຊື່ອວ່າ ນີ້ຈະເປັນໂອກາດໃນການຊ່ວຍຫຼຸດຜ່ອນການລ່ວງລະເມີດທາງເພດ ແລະສົ່ງເສີມຄວາມເທົ່າທຽມກັນດ້ານສຸຂະພາບອີກດ້ວຍ.



ໃນສະຫະລັດນອກຈາກລັດວໍຊີງຕັນທີ່ຈະອອກໃບຢັ້ງຢືນການເກີດໃໝ່ແກ່ເພດທີ3 ແລ້ວໃນລັດຄາລີຟໍເນຍກໍ່ມີແຜນຈະສ້າງກົດໝາຍ ກໍ່ຄືນິຕິກຳ ສຳລັບເພດທີ3 ເຊັ່ນດຽວກັນ ໂດຍຄາດວ່າຈະໄດ້ເລີ່ມລົງມືສ້າງໃນໄວໆນີ້.

Cr: http://insider.foxnews.com

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.