ຂ່າວຕ່າງປະເທດ

ປະທານາທິບໍດີ ຝະຣັ່ງ ເດີນທາງຢ້ຽມຢາມຈີນ


(VOVWORLD) -ຕອນບ່າຍວັນທີ 07 ມັງກອນ, ທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron ໄດ້ອອກຈາກນະຄອນຫລວງ Paris, ເດີນທາງຢ້ຽມຢາມທາງລັດຖະກິດເຖິງ ຈີນ ເປັນຄັ້ງທຳອິດ

ຕາມສຳນັກຂ່າວສານ ຊິນຮວາ ແລ້ວ, ທ່ານປະທານາທິບໍດີ ຝະຣັ່ງ ແມ່ນການນຳ ເອີຣົບ ຄົນທຳອິດຢ້ຽມຢາມ ຈີນ ນັບແຕ່ພາຍຫລັງກອງປະຊຸມໃຫຍ່ພັກກອມມູນິດ ຈີນ ຄັ້ງທີ 19 ເມື່ອເດືອນ ຕຸລາ 2017. ກ່ອນໜ້ານັ້ນ, ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 05 ມັງກອນ ຜ່ານມາ, ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ: ການຢ້ຽມຢາມຂອງທ່ານປະທານາທິບໍດີ Emmanuel Macron ມີຄວາມໝາຍສຳຄັນສຳລັບການພົວພັນ 2 ຝ່າຍ ຈີນ - ຝະຣັ່ງ.



ໃນການຢ້ຽມຢາມ ຈີນ ທີ່ແກ່ຍາວເປັນເວລາ 3 ວັນ, ຄາດຄະເນວ່າ ທ່ານປະທານາທິບໍດີ ຝະຣັ່ງ ຈະພົບປະກັບບັນດາການນຳ ຈີນ ແລະ ເຂົ້າຮ່ວມບາງເຫດການສຳຄັນ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.