LU02

ຢາກໃຫ້ຜູ້ທີ່ເປັນພໍ່ແມ່ຢຸດອ່ານຈັກໜ້ອຍ



ການລ້ຽງລູກແຕ່ລະຄົນມີວິທີການທີ່ແຕກຕ່າງ ບາງຄົນກໍ່ຈົດຈຳເອົາສິ່ງທີ່ພໍ່ແມ່ສອນຕົນເອງມາສອນລູກ, ບາງຄູ່ກໍ່ຮຽນຮູ້ນຳໝູ່ເພື່ອນ ບາງກໍ່ຫາຮຽນຮູ້ນຳອິນເຕີເນັດ ທຸກສິ່ງຢ່າງລ້ວນຫວັງໃຫ້ລູກເປັນຄົນດີ ແຕ່ບາງສິ່ງທີ່ນຳມາຝາກມື້ນີ້ຫຼາຍຄົນຄົງຄິດບໍ່ເຖິງກໍ່ເປັນໄດ້.



ເພິ່ນບອກວ່າການລ້ຽງລູກຢ່າພະຍາຍາມປັ້ນລູກເຮົາໃຫ້ເໝືອນລູກຄົນອື່ນ, ບໍ່ຂີດເສັ້ນບັງຄັບໃຫ້ລູກໂຕເອງເດີນຕາມເສັ້ນນັ້ນໂດຍເອົາຄົນອື່ນມາສົມທຽບໃຫ້ປະຕິບັດຕົນຄືກັບລູກຜູ້ນັ້ນຜູ້ນີ້, ບໍ່ຄວນຕັ້ງເປົ້າລູກເຮົາໃຫ້ໄດ້ແບບຄົນອື່ນ ບໍ່ບັງຄັບລູກໃຫ້ເປັນຄືໃຜ ເພາະວ່າເດັກທຸກຄົນທີ່ເກີດມາຍ່ອມມີສິ່ງວິເສດ ທີ່ບໍ່ຄືກັນ ສະນັ້ນຜູ້ທີ່ເປັນພໍ່ແມ່ແມ່ນມີໜ້າທີ່ເຝົ້າ ແລະຄົ້ນຫາສິ່ງວິເສດນັ້ນແມ່ນຫຍັງ ແລະໃຫ້ການສົ່ງເສີມຈິ່ງຈະຖືກ.



ຢ່າພະຍາຍາມກົດລູກໃຫ້ອອກມາເປັນແບບດຽວກັນກັບລູກຄົນອື່ນ ເພາະນັ້ນບໍ່ແມ່ນການຄົ້ນຫາສິ່ງວິເສດໃນຕົວລູກ ແຕ່ເຮົາພະຍາຍາມລົບມັນອອກ ແລ້ວຍັດຢ່າງອື່ນທີ່ໃຈເຮົາມັກໃສ່ແທນທີ່.

ຕ້ອງໃຫ້ຄວາມອິດສະຫຼະແກ່ລູກ ບໍ່ຕ້ອງຢັດຢຽດໃຫ້ລູກເດີນຕາມຄວາມຕ້ອງການເຮົາທຸກກ້າວ, ບໍ່ຕ້ອງເກ່ງເທົ່າເຂົາ ບໍ່ຈຳເປັນຕ້ອງຄິດຄືເຂົາ ບໍມີເປົ້າໝາຍດຽວກັນກັບຄົນອື່ນ ຫຼື ແມ່ນແຕ່ຕົວເຮົາເອງລູກກໍ່ບໍ່ຕ້ອງເຮັດຄືກັບເຮົາ ຂໍໃຫ້ເຂົາເປັນໃນສິ່ງທີ່ເຂົາຕັ້ງໃຈຈະເປັນ ແລະຢູ່ໃນຂອບເຂດຂອງຄວາມດີງາມເທົ່ານັ້ນກໍ່ພໍ.



ພໍ່ແມ່ເປັນຜູ້ໃຫ້ຊີວິດ ແຕ່ບໍ່ແມ່ນເຈົ້າຊີວິດລູກ ສະນັ້ນຜູ້ທີ່ເປັນພໍ່ແມ່ຈິ່ງຄວນໃຫ້ການສົ່ງເສີມປະຄັບປະຄອງໃຫ້ລູກກ້າວເດີນໄປຕາມທາງທີ່ເຂົາຢາກເປັນ ແຕ່ບໍ່ແມ່ນຈະຈູງໄປຕາມທາງທີ່ຕົນຊີ້ໃຫ້ທຸກຢ່າງ ເນື່ອງຈາກຍຸກນີ້ເປັນຍຸກແຫ່ງຄວາມແຕກຕ່າງ ໃຫຍ່ຂຶ້ນມາລູກຈະເດັ່ນໄດ້ຈາກຄວາມຄິດຄວາມສາມາດທີ່ຕ່າງຈາກຄົນອື່ນ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.