ເກົາຫຼີເໜືອ

ສ ​ເກົາຫຼີ ​ແລະ​ ສປປ ​ເກົາຫຼີ​ຈັດການ​ເຈ​ລະ​ຈາລະ​ດັບ​ສູງ​ຄັ້ງທຳອິດ ໃນຮອບ 2ປິປາຍຜ່ອນຄາຍຄວາມເຄັງຕຶງໃນແຫຼມເກົາຫຼີລົງ


ຕາມຂ່າວຈາກຊີອາໄອໃຫ້ຮູ້ວ່າ: ຕາມເວລາ​ທ້ອງ​ຖິ່ນ 10 ​ໂມງ​ຕອນ​ເຊົ້າ​ວັນ​ທີ 9 ມັງກອນ​ນີ້, ຜູ້​​ແທນ​ຈາກ​ ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ​ໄດ້​ຈັດການ​ເຈລະຈາ​ລະດັບ​ສູງ​ຢູ່ "​ເຮືອນສັນຕິ​ພາບ"​ ​ໃນ​ເຂດ​ປານ​ມູນ​ຈອມ​ເບື້ອງ ສ ​ເກົາຫຼີ, ປຶກສາ​ຫາລື​ບັນຫາ​ສຳຄັນຕ່າ​ງໆ ຄື ຄະນະນັກ​ກິລາ ສປປ ​ເກົາຫຼີຈະ​ເຂົ້າ​ຮ່ວມ​ງານ​ໂອ​ແລມປິກ​ລະດູ​ໜາວ​ພຽງ​ຊາງ,ການ​ປັບປຸງ​ສາ​ຍພົວພັນ​ສອງ​ປະ​ເທດ ​ແລະ​ອື່ນໆ.


ນີ້ເປັນ​ການ​ເຈລະຈາ​ລະຫວ່າງລັດຖະບານສອງ​ປະ​ເທດ​ເທື່ອ​ທຳ​ອິດພາຍຫຼັງ​ການ​ເຈລະຈາ​ລະດັບ​ຮອງ​ລັດຖະມົນຕີທັງ​ສອງ​ປະ​ເທດໃນ​ເດືອນ​ທັນວາ​ປີ 2015. ​



ແຕ່ລະ​ຝ່າຍ​ກໍ​ມີຄະນະ​ຜູ້​ແທນ 5 ​ຄົນ​ເຂົ້າ​ຮ່ວມ, ຫົວໜ້າຄະນະ​ຜູ້​ແທນ ສ ​ເກົາຫຼີ​ນຳ​ໂດຍທ່ານ​ໂຈ​ມິ​ງຈຸ່ນ ​ລັດຖະມົນຕີ​ກະຊວງ​ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ ສ ​ເກົາຫຼີ ​ແລະ​ຫົວໜ້າ​ຄະນະ​ຜູ້​ແທນ ສປປ ​ເກົາຫຼີນຳ​ໂດຍ​ທ່ານ​ລີ​ເຊ​ນກວັນ ຫົວ​ໜ້າ​ຄະນະ​ກຳມະການທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ໂດ​ຍສັນຕິ ສປປ ​ເກົາຫຼີ.


ຮູບ: AP
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.