LU02

ພີເອັສ!!ບໍ່ທຳມະດາ 800 ຕື້ເງິນປະຊາຊົນລ້ວນໆ



ຂ່າວຄາວບໍລິສັດພີເອັສງຽບຫາຍໄປດົນເຕີບ ຈົນຜູ້ເສຍຫາຍຈົນພາກັນຕົກໃຈວ່າຈະບໍ່ມີການແກ້ໄຂແລ້ວ ແຕ່ທີ່ຈິງຄະນະສະເພາະກິດກຳລັງເຮັດວຽກຢູ່ ແລະເຈົ້າໜ້າພາກສ່ວນຍຸຕິທຳເອງກໍ່ກຳລັງນຳຫາຕົ້ນປາຍສາເຫດ ຕ້ອງຍອມຮັບວ່າເມື່ອເຂົ້າສູ່ຂະບວນຍຸຕິທຳແລ້ວ ຕ້ອງໄດ້ທຳໃຈເລັກນ້ອຍເລື່ອງເວລາ ວ່າຫຍັງບໍລະສັດພິເອັສທີ່ເປັນຄະດີໃຫຍ່ ຄະດີໂຈນລັກຊັບກໍ່ຕ້ອງໃຊ້ເວລາໃຫ້ເປັນໄປຕາມຂະບວນການຂອງເພິ່ນ ຍິ່ງພີເອັສມີຄວາມກ່ຽວພັນຫຼາຍເລື່ອງຜູ້ຄົນນັບແສນຍິ່ງຕ້ອງການເວລາ ແລະຄວາມຊັດເຈນຫຼາຍຂຶ້ນ.



ພີເອັສຖືເປັນບໍລິສັດແຊລູກໂຊ້ຂະໜາດໃຫຍ່ມີຜູ້ຄົນເສຍຫາຍຫຼາຍລ້ານ ບາງຄົນເປັນຕື້ກີບ ຜູ້ຕົກເປັນເຫຍື່ອບໍ່ສະເພາະແຕ່ຢູ່ລາວຢ່າງດຽວ ສະນັ້ນຈິ່ງບໍ່ງ່າຍທີ່ຈະສະຫຼຸບສຳນວນຄະດີໃຫ້ໄວດັ່ງໃຈຜູ້ເສຍຫາຍ ຢ່າງໃດກໍ່ດີຂ່າວຫຼ້າສຸດນີ້ໃຫ້ຮູ້ວ່າ: ຈາກເຫດການຄະດີຂອງບໍລິສັດພີເອັສ ທີ່ທາງປະທານບໍລິສັດ ນາງ ສຸກນາລີ ເທບສີເມືອງ ແລະ ທ້າວ ປໍເຮີ ພ້ອມຄະນະ 11 ຄົນຖືກຈັບກຸມໃນເດືອນ ກັນຍາ 2017 ຜ່ານມາ ໃນຂໍ້ຫາສໍ້ໂກງ ເງິນປະຊາຊົນ ແລະ ດຳເນີນທຸລະກິດ ບໍ່ໄປຕາມລະບຽບທຸລະກິດ ພ້ອມທັງແອບອ້າງສວຍໃຊ້ບຸກຄົນໃນວົງການການເມືອງ ເພື່ອຊັກຈູງ ແລະ ຕົວະຕົ້ມ ປະຊາຊົນຈຳນວນຫຼາຍ ເຂົ້າຮ່ວມທຸລະກິດ ຕ່ອງໂສ້ ໂດຍແຜນການຕະຫຼາດຕົວະຍົວະໃຫ້ດອກປັນຜົນສູງນັ້ນມາຮອດຂະນະນີ້ສາມາດສັງລວມມູນຄ່າເສຍລວມແລ້ວຫຼາຍກວ່າ 800 ຕື້ກີບ.


ພາຍຫຼັງຈັບກຸມ ບຸກຄົນທັງໝົດ ທາງໜ່ວຍງານສະເພາະກິດ ໄດ້ແຈ້ງປະກາດໃຫ້ຜູ້ເສຍຫາຍທົ່ວປະເທດເຂົ້າລາຍງານ ຄວາມເສຍຫາຍ ເຊິ່ງກຳນົດໃຫ້ລາຍງານໃນວັນທີ 30 ພະຈິກ 2017 ຊຶ່ງມີຈຳນວນໜຶ່ງມາ ແລະຈຳນວນໜຶ່ງກໍ່ບໍໄດ້ມາໃຫ້ປາກຄຳ ກໍ່ຄືແຈ້ງເສຍຫາຍຕາມນັດໝາຍຂອງເຈົ້າໜ້າທີ່.



ແຕ່ຈາກການຮີບໂຮມຂໍ້ມູນທັງໝົດທີ່ມີການເຂົ້າລາຍງານ ແມ່ນມີຜູ້ເສຍຫາຍຫຼາຍກວ່າ 30 ພັນຄົນ ລວມມູນຄ່າການເສຍຫາຍເປັນເງິນຫຼາຍກວ່າ 800 ຕື້ກີບ. ຊຶ່ງໜ່ວຍງານສະເພາະກິດລາຍງານວ່າ ບໍລິສັດ ມີຄວາມສັບສົນ ເພາະຂໍ້ມູນຕ່າງໆບໍ່ລະອຽດ ໂດຍສະເພາະບ້ວງລາຍຈ່າຍ, ເອກະສານແມ່ນບໍ່ມີ, ທາງເຈົ້າໜ້າທີ່ໄດ້ປະມູນຕີລາຄາສິນຄ້າຢູ່ໃນບໍລິສັດ ພີເອສເພື່ອເກັບເງິນຄືນ, ແຕ່ກໍ່ເປັນໄປຊັກຊ້າ ເພາະສິນຄ້າສ່ວນຫຼາຍຄົນບໍ່ຢາກໄດ້ ເຖິງຢ່າງໃດກໍຕາມ ການຕິດຕາມ ນຳເອົາຊັບສິນ ທີ່ຜູ່ຮ່ວມຂະບວນການອາດນຳເອົາໄປໃຊ້ໃນທາງອື່ນ ແມ່ນຍັງດຳເນີນການຕໍ່ໄປ ເພື່ອຈະຢຶດເອົາຊັບສິນຕ່າງໆຄືນມາ ເພື່ອຈະຊ່ວຍຜູ່ຕົກເປັນເຫຍື່ອຂອງຂະບວນການຕົ້ມຕຸນນີ້.
ທາງເຈົ້າໜ້າທີ່ກ່ຽວຂ້ອງ ຈະແຈ້ງລາຍງານໃຫ້ຜູ່ເສຍຫາຍ ໄດ້ຮັບຊາບເປັນໄລຍະ ເຖິງຄວາມຄືບໜ້າແຕ່ກໍຕ້ອງໄດ້ໃຊ້ເວລາໃນການກວດກາຂໍ້ມູນຕ່າງໆໃຫ້ຄົບຖ້ວນ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.