LU03

ບໍ່ໜ້າເຊື່ອຜົນການວິໄຈ ໂຣນັລ ມີຄ່າຕົວແພງສຸດອັນດັບທີ 49, ສ່ວນ ເນມາ-ເມສຊີ-ເຄນ ຄອງເບີ 1-2-3


   ບໍ່ເຊື່ອກໍ່ຕ້ອງເຊື່ອ ເມື່ອຜົນວິໄຈຈາກ Football Observatory ແຫ່ງສູນນາໆຊາດ ເພື່ອການສຶກສາດ້ານກິລາ ຫຼື້ ຊີໄອອີເອັສ ( CIES ) ຍົກໃຫ້ ເນມາ, ລິໂອເນລ ເມສຊີ ແລະ ແຮຣີ ເຄນ ເປັນນັກເຕະທີ່ມີຄ່າຕົວແພງທີ່ສຸດອັນດັບ 1, 2 ແລະ 3 ຕາມລໍາດັບ, ສ່ວນ ຄຣິສເຕຍໂນ ໂຣນັລໂດ ກອງໜ້າຂອງ ຣີລ ມາດຣິດ ເຈົ້າຂອງລາງວັນເກັບຄໍາຄົນຫຼ້າສຸດ ຢູ່ອັນດັບທີ 49.

   ຜົນການວິໄຈລະບຸວ່າ: ເນມາ ຢູ່ອັນດັບທີ 1 ມີຄ່າຕົວ 213 ລ້ານເອີໂຣ, ເມສຊີ ອັນດັບທີ 2 ມີຄ່າຕົວ 202.2 ລ້ານເອີໂຣ ແລະ ເຄນ ອັນດັບທີ 3 ມີຄ່າຕົວ 194.7 ລ້ານເອີໂຣ. ຂະນະທີ່ ໂຣນັລໂດ ທີ່ຫາກໍ່ຄວ່າລາງວັນໝາກບານຄໍາ ຫຼື ບັນລົງດໍ ສະໄໝທີ 5 ກັບໄດ້ຮັບຄ່າຕົວຢູ່ອັນດັບທີ 49 ດ້ວຍຄ່າຕົວ 80.4 ລ້ານເອີໂຣເທົ່ານັ້ນ.

   ສ່ວນອັນດັບ 4 ເປັນຂອງ ຄີລິຢັນ ເອັມບັບເປ ຈາກປາຣິສ ແຊັງແຊກແມງ ມີຄ່າຕົວ 192.5 ລ້ານເອີໂຣ ແລະ ອັນດັບ 5 ເປົາໂລ ດີບາລາ ຈາກຢູເວນຕຸສ ມີຄ່າຕົວ 174.6 ລ້ານເອີໂຣ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.