ສັດລ້ຽງຕາຍ

ພະຍາດປາກເປື້ອຍລົງເລັບ ລະບາດຢູ່ເມືອງວຽງໄຊ ມີງົວ - ຄວາຍຕິດພະຍາດຫຼາຍກວ່າ3.600ໂຕ


ຕາມຂ່າວສານຈາກແຂວງຫົວພັນໃຫ້ຮູ້ວ່າ: ນັບແຕ່ຕົ້ນເດືອນພະຈິກ 2017 ເປັນຕົ້ນມາ ຢູ່ເມືອງວຽງໄຊ ແຂວງຫົວພັນໄດ້ມີການແຜ່ລະບາດຂອງພະຍາດປາກເປື້ອຍລົງເລັບ ງົວ - ຄວາຍທີ່ເກີດຂຶ້ນຢູ່ 9 ກຸ່ມບ້ານ ມີ 35 ບ້ານຂອງເມືອງວຽງໄຊ ມີງົວ - ຄວາຍຕິດເຊື້ອພະຍາດນີ້ທັງໝົດ 3,673 ໂຕ(ງົວ 2,994 ໂຕ, ຄວາຍ 729 ໂຕ) ແລະ ມີງົວ - ຄວາຍຕາຍແລ້ວ 112 ໂຕ.ສັດທີ່ຕາຍສ່ວນຫຼາຍແມ່ນສັດທີ່ເກີດໃໝ່, ສຸຂະພາບອ່ອນເພຍລວມມູນຄ່າເສຍຫາຍທັງໝົດ 290 ລ້ານກວ່າກີບ.

ທ່ານ ອຳໄພ ພູນມະໂນລາດ ຮອງຫົວໜ້າຫ້ອງການກະສິກຳ - ປ່າໄມ້ເມືອງວຽງໄຊ ຮັບຜິດຊອບວຽກງານລ້ຽງສັດ ແລະ ການປະມົງໃຫ້ຮູ້ວ່າ: ພະຍາດປາກເປື້ອຍລົງເລັບ ງົວ - ຄວາຍໄດ້ເກີດຂຶ້ນກ່ອນໝູ່ຢູ່ກຸ່ມບ້ານສອນເພັດແລ້ວແຜ່ລາມຢ່າງໄວວາກວມເອົາ 9 ກຸ່ມ 35 ບ້ານຂອງເມືອງວຽງໄຊ. ໃນນີ້ກຸ່ມທີ່ໄດ້ຜົນເສຍຫາຍຫຼາຍກວ່າໝູ່ແມ່ນກຸ່ມບ້ານຊຽງລວງ  ມີງົວຕິດເຊື້ອພະຍາດທັງໝົດ 1,122 ໂຕ ຕາຍ 17 ໂຕ, ຄວາຍຕິດເຊື້ອພະຍາດ 184 ໂຕ ຕາຍ 16 ໂຕ; ກຸ່ມສອນເພັດມີງົວຕິດເຊື້ອ 600 ໂຕ, ຕາຍ 49 ໂຕ, ຄວາຍຕິດເຊື້ອ 289 ໂຕ ແລະ ຕາຍ 16 ໂຕ.

ຕໍ່ສະພາບດັ່ງກ່າວເຈົ້າເມືອງວຽງໄຊໄດ້ອອກແຈ້ງການດ່ວນເຖິງບັນດາກຸ່ມບ້ານ ແລະ ບ້ານໃນທົ່ວເມືອງວຽງໄຊຫ້າມເຄື່ອນຍ້າຍສັດ, ຂ້າສັດ ແລະ ໂຮງຂ້າສັດໄດ້ປິດບໍລິການຊົ່ວຄາວ, ສ່ວນຫ້ອງການກະສິກຳ - ປ່າໄມ້ເມືອງວຽງໄຊໄດ້ສົ່ງພະນັກງານວິຊາການກ່ຽວຂ້ອງລົງສົມທົບກັບກັບອຳນາດການປົກຄອງບ້ານ, ສັດຕະວະແພດບ້ານ ໃຫ້ຄຳແນະນຳ ແລະ ສາທິດວິທີການປິ່ນປົວຕົວຈິງດ້ວຍວິທີປິ່ນປົ່ວດ້ວຍຢາຫຼວງ ແລະ ຢາພື້ນເມືອງ.
ທ່ານ ເພີນທອງ ພົນວີໄຊ ວິຊາການຫ້ອງການກະສິກຳ - ປ່າໄມ້ ຜູ້ລົງປະຕິບັດຕົວຈິງຢູ່ກຸ່ມຊຽງລວງເມືອງວຽງໄຊໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບຄຳສະເໜີຈາກປະຊາຊົນ ທິມງານວິຊາການໜ່ວຍງານລ້ຽງສັດ ແລະ ການປະມົງ ໄດ້ແບ່ງຄວາມຮັບຜິດຊອບໃຫ້ພະນັກງານລົງໃກ້ສິດຕິດແທດ, ແນະນຳ - ນຳພາເຈົ້າຂອງສັດປິ່ນປົ່ວສັດທີ່ຕິດເຊື້ອພະຍາດ, ສ່ວນສັດທີ່ຕາຍໃຫ້ນຳໄປຝັງຖິ້ມບໍ່ໃຫ້ນຳມາຮັບປະທານເພາະຈະເປັນການແຜ່ກະຈ່າຍເຊື້ອພະຍາດໄປເປັນບໍລິເວນກວ້າງ.

ທ່ານ ບຸນໂດຍ ເຮືອງສົມບັດ ນາຍບ້ານໆຊຽງລວງເວົ້າວ່າ: ພະຍາດປາກເປື້ອຍລົງເລັບງົວ - ຄວາຍ ເກີດຂຶ້ນຄັ້ງນີ້ເປັນຄັ້ງທີສອງ, ຄັ້ງທຳອິດແມ່ນເກີດຂຶ້ນໃນປີ 2010 ແຕ່ບໍ່ຮ້າຍແຮງຄືຄັ້ງນີ້. ຊຶ່ງປີນີ້ທົ່ວບ້ານມີງົວທັງໝົດ 212 ໂຕ, ຄວາຍ 98 ໂຕໄດ້ຕິດເຊື້ອພະຍາດນີ້ 100 % ໃນນີ້ມີງົວຕາຍ 15 ໂຕ, ຄວາຍ 2 ໂຕ. ຮອດປະຈຸບັນນີ້ທົ່ວບ້ານສາມາດຄວບຄຸມ ແລະ ປິ່ນປົ່ວດີແລ້ວ 70%, ສ່ວນຈຳນວນທີ່ເຫຼືອແມ່ນກຳລັງສືບຕໍ່ປິ່ນປົວ.
ຕໍ່ກັບສະພາບດັ່ງກ່າວທາງບ້ານໄດ້ຫ້າມບໍ່ໃຫ້ປ່ອຍສັດຊະຊາຍຕ້ອງມັດແຫຼ່ງໄວ້ທຸກມື້, ຫ້າມຄ້າຂາຍສັດ, ຫ້າມຮັບປະທານສັດທີ່ຕາຍ, ທຸກຄົນຕ້ອງຕິດຕາມງົວ - ຄວາຍຂອງຕົນວ່າມີອາການແນວໃດຖ້າຜິດປົກກະຕິຕ້ອງລາຍງານສັດຕະວະແພດບ້ານ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນໃນການສະກັດກັ້ນເຊື້ອພະຍາດດັ່ງກ່າວບໍ່ໃຫ້ແຜ່ລາມສູ່ເຂດອື່ນ.

ທ່ານ ອຳໄພ ພູນມະໂນລາດ ຮອງຫົວໜ້າຫ້ອງການກະສິກຳ - ປ່າໄມ້ເມືອງວຽງໄຊໃຫ້ຮູ້ຕື່ມອີກວ່າ: ເພື່ອປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວຂະຫຍາຍເປັນບໍລິເວນກວ້າງ ຫ້ອງການກະສິກຳ - ປ່າໄມ້ເມືອງໄດ້ມີແຜນປ້ອງກັນສະເພາະໜ້າ ແລະ ຍາວນານເປັນຕົ້ນແມ່ນມີແຜນສັກຢາປ້ອງກັນພະຍາດສັດໃຫ້ຄົບຕາມຮອບວຽນປີລະ 2 ເທື່ອ, ຫ້າມເຄື່ອນຍ້າຍສັດ, ຫ້າມບໍລິໂພກສັດທີ່ຕາຍ. ພ້ອມນີ້ຍັງຮຽກຮ້ອງເຖິງຜູ້ປະກອບການລ້ຽງສັດ ຈົ່ງເອົາໃຈໃສ່ເບິ່ງແຍ່ງສຸຂະພາບສັດລ້ຽງ ໂດຍສະເພາະຕ້ອງໄດ້ສັກຢາວັກຊິນປ້ອງກັນ, ໃນຍາມໜາວຕ້ອງເຮັດຄອກ ແລະ ໃຫ້ອາຫານສັດໃຫ້ພຽງພໍ



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.