ກອງທັບ

ກອງພົນທີ 1 ປະກາດແຕ່ງຕັ້ງ ແລະ ຊັບຊ້ອນໜ້າທີ່ພະນັກງານຂັ້ນບັນຊາ


ຫນັງສືພິມກອງທັບປະຊາຊົນລາວ ລາຍງານວ່າ: ກອງພົນທີ 1 ປະກາດແຕ່ງ ຕັ້ງຊັບຊ້ອນໜ້າທີ່ນາຍທະຫານ ຂັ້ນຊີ້ນໍາ-ບັນຊາວິຊາສະເພາະ ສື່ສານ ແລະ ວິຊາສະເພາະພະ ລາທິການ ພ້ອມປະກາດສ້າງ ຕັ້ງກອງຮ້ອຍ 3 ທີ່ຂຶ້ນກັບກອງ ພັນ 221 ຕື່ມອີກ ໂດຍໃຫ້ກຽດ ເຂົ້າເປັນປະທານພິທີຂອງ ພັນ ເອກ ແສງຍືນ ລັດສະໝີ ເລຂາ ຄະນະພັກ, ຫົວໜ້າການເມືອງ ກອງພົນທີ 1, ມີຄະນະພັກ-ຄະ ນະບັນຊາ ອົງການ 5 ຫ້ອງ, ມີ ພະແນກການ-ກົມກອງທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ພັນໂທ ບຸນຈັນ ບັນນະວົງໄຊ ຫົວໜ້າພະແນກພະນັກງານ ໄດ້ຂຶ້ນອ່ານຂໍ້ຕົກລົງຂອງກົມ ໃຫຍ່ການເມືອງກອງທັບວ່າ ດ້ວຍການແຕ່ງຕັ້ງຫົວໜ້າພະ ແນກສື່ສານ ແລະ ຄະນະບັນຊາ ກອງພັນສື່ສານ ( 221 ) ໂດຍ ປະຕິບັດຕາມກົດໝາຍນາຍທະ ຫານກອງທັບປະຊາຊົນລາວ ໝວດທີ 4, ມາດຕາ 21 ວ່າດ້ວຍ ການແຕ່ງຕັ້ງ, ຍົກຍ້າຍໜ້າທີ່ ຂອງນາຍທະຫານຕາມທິດທາງ ກ່ຽວກັບການປັບປຸງບູລະນະກົງ ຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ໜັກ ແໜ້ນ, ເຂັ້ມແຂງ ເພື່ອຕອບສະ ໜອງຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານ ລະອຽດດັ່ງນີ້: ປະກາດແຕ່ງຕັ້ງ ພັນໂທ ໄຊຊະນະ ໄຊຍະສຸກ ອະດີດຫົວໜ້າການເມືອງກອງ ພັນສື່ສານ ຂຶ້ນເປັນຫົວໜ້າພະ ແນກສື່ສານ, ພັນໂທ ສຸລິພົງ ນັນ ທະວົງ ອະດີດຮອງຫົວໜ້າການ ເມືອງກອງພັນສື່ສານ ຂຶ້ນເປັນ ຫົວໜ້າການເມືອງກອງພັນສື່ ສານ, ພັນຕີ ບົວແດງ ພັນທະ ຈອນ ອະດີດຫົວໜ້າການເມືອງ ກອງຮ້ອຍ 1 ຂຶ້ນເປັນຮອງຫົວ ໜ້າການເມືອງກອງພັນ.

ພ້ອມ ນີ້ກໍໄດ້ປະກາດຊັບຊ້ອນໜ້າທີ່ ພັນຕີ ອຸດອນ ອະດີດອຸປະໂພກ ກອງພັນ 468 ເປັນຫົວໜ້າພະ ລາທິການກອງພັນ 421. ຈາກ ນັ້ນ ຮ້ອຍເອກ ຄໍາຫຼ້າ ຊ່ວຍວຽກ ພະແນກກໍາລັງພົນ ກໍໄດ້ຂຶ້ນອ່ານ ຂໍ້ຕົກລົງຂອງກອງພົນທີ 1 ວ່າ ດ້ວຍການສ້າງຕັ້ງກອງຮ້ອຍ ໂດຍອີງຕາມທິດທາງປັບປຸງບູ ລະນະການຈັດຕັ້ງຂອງກອງທັບ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ທັນສະໄໝເທື່ອລະກ້າວ, ອີງ ຕາມຂໍ້ຕົກລົງຂອງກົມໃຫຍ່ເສ ນາທິການກອງທັບ ວ່າດ້ວຍໂຄງ ປະກອບການຈັດຕັ້ງ; ຕໍາແໜ່ງ ງານ ແລະ ຈໍານວນພົນກອງ ພັນນ້ອຍທະຫານຮາບເອກະ ລາດສະບັບປັບປຸງແຕ່ປີ 2015- ປີ 2020, ກອງພົນທີ 1 ຕົກລົງ ສ້າງຕັ້ງກອງຮ້ອຍທີ 3 ທີ່ຂຶ້ນກັບ ກອງພັນ 221 ເຊິ່ງປະກອບມີຄະ ນະກອງຮ້ອຍຈໍານວນ 4 ສະ ຫາຍ, ມີ 2 ໝວດ, ແຕ່ລະໝວດມີ 2 ໝູ່ຂຶ້ນກັບລວມຈໍານວນພົນ ທັງໝົດ 50 ສະຫາຍ.

ໃນໂອກາດນີ້, ພັນເອກ ແສງ ຍືນ ລັດສະໝີ ກໍໄດ້ເນັ້ນໜັກໃຫ້ ບັນດາສະຫາຍທີ່ໄດ້ຖືກແຕ່ງຕັ້ງເອົາໃຈໃສ່ຍົກສູງຄວາມຮູ້ ຄວາມສາມາດ ເຮັດສໍາເລັດໜ້າທີ່ທີ່ ການຈັດຕັ້ງມອບໝາຍໃຫ້, ຍູ້ ແຮງວຽກງານສຶກສາອົບຮົມ ການເມືອງ-ນໍາພາແນວຄິດໃຫ້ ພະນັກງານ-ນັກຮົບ ເພື່ອສ້າງ ບາດກ້າວບຸກທະລຸໃຫ້ເຂົາເຈົ້າ ເຊື່ອມຊຶມກໍາແໜ້ນແນວທາງນະ ໂຍບາຍຂອງພັກ-ລັດ ແລະ ໜ້າ ທີ່ການເມືອງຕິດພັນກັບການ ສ້າງຂະບວນການຕ່າງໆໃຫ້ຟົດ ຟື້ນ, ສ້າງກອງທັບໃຫ້ເຂັ້ມແຂງ ທັນສະໄໝຂຶ້ນເລື້ອຍໆ.
ໂດຍ: ໂກຮັງ ພັນທະວົງ



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.