ທ່ອງທ່ຽວ

ນະຄອນຫຼວງວຽງຈັນຄາດວ່າ ແຕ່ປີ 2018-2020 ຈະມີນັກທ່ອງທ່ຽວເຂົ້າມາ 2 ລ້ານຄົນຕໍ່ປີ


ອີງຕາມການລາຍງານຂອງໜັງສືພິມ ວຽງຈັນໃຫມ່ໃຫ້ຮູ້ວ່າ: ການ​ເປັນ​ເຈົ້າພາບ​ທີ່​ດີ​ປີ​ທ່ອງທ່ຽວ​ລາວ 2018 ທີ່​ນະຄອນຫຼວງວຽງ​ຈັນ ຄາດ​ຄະເນ​ຜົນ​ໄດ້​ຮັບ​ໃນການ​ເປັນ​ເຈົ້າພາບ​ທີ່​ດີ ເພື່ອ​ເປັນການ​ກະຕຸກ​ຊຸກຍູ້ ແລະ ເພີ່ມ​ທະວີຄວາມ​ເປັນ​ເຈົ້າ​ການ ​ຍົກ​ສູງຄວາມ​ເປັນ​ແບບຢ່າງ​ໃນ​ນ້ຳໃຈຮັກ​ຊາດ ​ຮັກ​ບ້ານ​ເກີດ​ເມືອງ​ນອນ ຮັກ​ນະຄອນຫຼວງຂອງ​ປະຊາຊົນນະຄອນຫຼວງ​ວຽງ​ຈັນ ໃນ​ຄວາມເອກອ້າງ​ທະ​ນົງ​ໃຈ​ຕໍ່​ມູນເຊື້ອ​ພິລະ​ອາດ​ຫານ​ຂອງ​ບັນພະບຸລຸດລາວ ໃນ​ການ​ນຳພາ​ຕໍ່ສູ້​ປົກ​ປັກຮັກສາ​ຜືນ​ແຜ່ນດິນ​ລາວ ເຊື້ອຊາດ​ລາວ ໃນ​ໄລຍະ​ປະຫວັດສາດ​ອັນ​ຍາວ​ນານ ພູມໃຈ​ຕໍ່ຄວາມ​ສວນ​ສົດ​ງົດ​ງາມ​ຂອງ​ທຳມະ​ຊາດ​ຕໍ່​ຄວາມ​ອຸດົມ​ຮັ່ງມີ ແລະ ຄວາມ​ເປັນ​ເອກະລັກ​ທາງ​ດ້ານວັດທະນະທຳ ຮີດຄອງ​ປະເພນີ ຕະຫຼອດ​ຮອດ​ອຸປະ​ນິໄສ​ໃຈຄໍ​ທີ່ອ່ອນໂຍນ​ຍິ້ມແຍ້ມ​ແຈ່ມ​ໃສ​ຂອງຄົນ​ນະຄອນຫຼວງ​ວຽງ​ຈັນ.



ເຫັນ​ເຖິງ​ພາບ​ພົດ​ແຫ່ງ​ຄວາມ​ມີສະ​ເຖຍ​ລະ​ພາບ​ທາງ​ດ້ານ​ການເມືອງ ແລະ ຄວາມ​ເຂັ້ມແຂງ​ໃນການ​ພັດທະນາ​ເສດຖະກິດ-ສັງຄົມ ຄວາມ​ເປັນ​ເອກະລັກ​ທາງດ້ານ​ວັດທະນະທຳ​ຂອງ​ນະຄອນຫຼວງ​ວຽງ​ຈັນ ໂດຍ​ພາຍ​ໃຕ້​ການນຳພາ​ຂອງ​ພັກ ແລະ ລັດ​ຖະບານ ຄະນະ​ພັກ ແລະ ອົງການປົກຄອງ​ນະຄອນຫຼວງ ຈະ​ເປັນ​ທີ່ຮູ້ຈັກ​ຂອງ​ຊາວ​ຕ່າງປະເທດ​ຫຼາຍຂຶ້ນ ແລະ ມີ​ຄວາມ​ເຂົ້າໃຈ​ດີ​ຕໍ່​ປະເທດ​ລາວ​ຄົນ​ລາວ​ຫຼາຍ​ຂຶ້ນ ສ້າງສິ່ງ​ຈູງ​ໃຈໃນ​ດ້ານ​ການ​ຄ້າ ແລະ ການ​ລົງທຶນ​ຂອງ​ຕ່າງປະເທດ ​ເຂົ້າສູ່​ນະຄອນຫຼວງ​ນັບ​ມື້​ນັບ​ເພີ່ມ​ຂຶ້ນນັບ​ທັງ​ຍູ້​ແຮງ​ການ​ລົງທຶນ​ຂອງພາຍ​ໃນ​ປະເທດ​ໃຫ້​ເຂັ້ມແຂງ ການ​ເປັນ​ເຈົ້າພາບ​ທີ່​ດີ​ປີ​ທ່ອງທ່ຽວ​ລາວ ຈະ​ເຮັດ​ໃຫ້​ຜົນ​ຂອງການ​ສົ່ງເສີມ​ການທ່ອງທ່ຽວ ໄດ້​ປະກອບສ່ວນ​ຊຸກຍູ້​ສົ່ງເສີມ​ຂະບວນ​ການ​ຕ່າງໆ.


 ເປັນຕົ້ນ ການອະນຸ​ຮັກ​ປົກ​ປັກ​ຮັກສາ​ຮີດຄອງປະເພນີ​ວັດທະນະທຳ​ຂອງ​ປະຊາຊົນ​ບັນດາເຜົ່າ ໃນ​ນະຄອນຫຼວງວຽງ​ຈັນ ການ​ອະນຸ​ຮັກ​ຮັກສາ​ປ່າໄມ້ ສັດປ່າ ແລະ ສິ່ງແວດລ້ອມທາງ​ທຳ​ມະ​ຊາດ ໃຫ້​ມີ​ຄວາມ​ອຸດົມ​ສົມບູນ ຊຸກຍູ້​ການ​ຜະລິດ​ດ້ານຕ່າງໆ​ຂອງ​ປະຊາຊົນ ເຊັ່ນ: ການຜະລິດ​ທາງ​ດ້ານ​ກະສິກຳ ຫັດຖະກຳ ເຄື່ອງໃຊ້​ສອຍ​ຕ່າງໆ​ອັນ​ຈະເປັນ​ການ​ຍົກ​ລະດັບ​ຊີວິດ​ການເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ສັງຄົມ​ເພີ່ມ​ຂຶ້ນ ກະຈາຍ​ລາຍ​ໄດ້​ໄປ​ສູ່ທ້ອງຖິ່ນເຂດ​ຫ່າງ​ໄກ​ສອກຫຼີກ ​ທີ່ມີ​ການທ່ອງທ່ຽວ​ໄປ​ເຖິງ ​ເປັນ​ການກະຕຸກ​ຊຸກຍູ້​ເຮັດ​ໃຫ້ການ​ຮ່ວມ​ມືລະຫວ່າງລັດ ແລະ ພາກ​ທຸລະກິດ ໃນ​ຂະແໜງ​ການທ່ອງທ່ຽວກັບ​ຂະແໜງການ​ປິ່ນ​ອ້ອມ ໄດ້​ມີຄວາມ​ແໜ້ນ​ແຟ້ນ ແລະ ກົມກຽວ​ກັນ​ຫຼາຍ​ຂຶ້ນ ຄາດ​ຄະເນ​ນັກທ່ອງ​ທ່ຽວ ແລະ ລາຍ​ຮັບ​ຈາກນັກ​ທ່ອງ​ທ່ຽວ​ແຕ່​ປີ 2018-2020 ໃຫ້​ໄດ້ 2 ລ້ານ​ຄົນ​ຕໍ່​ປີ ແລະ ສາມາດ​ສ້າງ​ລາຍ​ຮັບ​ທົ່ວ​ສັງຄົມຈາກ​ການທ່ອງທ່ຽວ​ໃຫ້​ໄດ້ 190-200 ລ້ານ​ໂດ​ລາ​ສະຫະລັດ.


ຂໍ້​ມູນ​ຈາກ​ແຜນ​ວຽກ​ຈຸດ​ສຸມຂອງ​ນະຄອນຫຼວງ​ວຽງ​ຈັນ ​ໃນການ​ເປັນ​ເຈົ້າພາບ​ທີ່​ດີ ປີ​ທ່ອງທ່ຽວ​ລາວ 2018.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.