500 ແມັດ

ຈະເຮັດໄດ້ແທ້ ຫຼືບໍ ແຜນເລິກຮື້ຮ້ານກິນດື່ມຕາມສະຖານການສຶກສາ





 ເປັນເລື່ອງທີ່ໜ້າຍິນດີທີ່ລັດຖະບານກໍ່ຄືກະຊວງສຶກສາທິການ ແລະກິລາ ມີແຜນຈະເລິດຮື້ຮ້ານກິນດື່ມທີ່ໃກ້ສະຖາບັນການສຶກສາໃຫ້ໝົດພາຍໃນປີນີ້ ກຳນົດລັດສະໝີ 500 ແມັດຖືວ່າໃກ້ເກີນໄປ ຖ້າຈະດີແທ້ຄວນລະດັບຫຼັກຂຶ້ນເມືອ ແຕ່ກໍ່ຍັງດີທີ່ປ່ອຍປະໃຫ້ນັກຮຽນນັກສຶກສາມົ່ວສຸມກິມດື່ມປະລະການຮຽນໃນຊົ່ວໂມງຂຶ້ນຫ້ອງ.


ຕາມແຫຼ່ງຂ່າວຈາກໜັງສືພິມລາວພັດທະນາ ທ່ານລັດຖະມົນຕີກະຊວງສຶກສາ ແລະ ກິ ລາ, ໄດ້ອອກມາໃຫ້ຄຳຂາດ ວ່າ: ປີໃໝ່ນີ້ກະຊວງສຶກສາ ຈະເລັ່ງແກ້ໄຂເລີກຮື້ ບັນດາຮ້ານກິນດື່ມ- ບັນເທີງ ຕ່າງໆ ທີ່ດຳເນີນກິດຈະການຢູ່ ໃກ້ສະຖາບັນການສຶກສາໃນວົງລັດສະໝີ 500 ແມັດ ໃຫ້ສຳເລັດ, ພາຍຫລັງລັດຖະບານ ໄດ້ມີຄຳສັ່ງແນະນຳແລ້ວ ໃນຜ່ານມາ, ແຕ່ການສະກັດກັ້ນ ສິ່ງຫຍໍ້ທໍ້ນີ້ຍັງບໍ່ມີປະສິດທິຜົນ ເທົ່າທີ່ຄວນ, ຫລາຍບ່ອນຍັງບໍ່ສາມາດເລີກຮື້ໄດ້ ແລະ ສືບຕໍ່ ເປັນໄພຂົ່ມຂູ່ຕໍ່ນັກຮຽນນັກ ສຶກສາໃນບໍລິເວນໃກ້ຄຽງນັ້ນ ຍ້ອນບັນດາຮ້ານກິນດື່ມບັນ ເທີງດັ່ງກ່າວ, ສ່ວນຫລາຍຍັງມີເງື່ອນງຳໄປໃນທາງທີ່ບໍ່ດີປານໃດດັ່ງການມົ້ວສຸມສິ່ງມຶນ ເມົາ, ໄພສັງຄົມອື່ນໆ ຕາມມາ. ອັນເປັນຈຸດດຶງດູດນັກຮຽນນັກ ສຶກສາ, ຜູ້ເປັນໄວໜຸ່ມໄປໃນທາງທີ່ບໍ່ດີ, ຕິດການຫລິ້ນກິນ ຟຸມເຟືອຍ, ປະລະການສຶກສາ ຮ່ຳຮຽນໄປກະທຳໃນທາງທີ່ບໍ່ດີຕ່າງໆຕາມມາ.



ດັ່ງນັ້ນການຕັດສິນໃຈ ຂອງລັດຖະມົນຕີກະຊວງສຶກສາຄັ້ງນີ້, ຢູ່ໃນກອງປະຊຸມສະຫລຸບຖອດຖອນບົດຮຽນຂອງ ຂະແໜງການສຶກສາໃນປີຜ່ານມານັ້ນ, ຫວັງວ່າຈະມີຜົນສັກສິດ ແລະ ປະກົດຜົນເປັນຈິງເພື່ອສາ ມາດກຳຈັດປັດເປົ່າສິ່ງບໍ່ດີນັ້ນໃຫ້ໝົດໄປ.

ແນວໃດກໍ່ຕາມການເລິກຮື້ຮ້ານກິນດື່ມຖືເປັນວິທີໜຶ່ງໃນການເອົາສະຖານບັນເທິງໃຫ້ຫຍັບອອກຫ່າງເທົ່ານັ້ນ, ການຈະແກ້ໄຂບັນຫານັ້ນໄດ້ຕ້ອງເລີ່ມຈາກສະຖາບັນຄອບຄົວທີ່ໃກ້ສິດໃຫ້ການສຶກສາອົບຮົມລູກເຕົ້າ ອະທິບາຍໃຫ້ເພິ່ນເຫັນໄດ້ເຖິງຜົນຮ້າຍຜົນເສຍຂອງການກິນດື່ມ ແລະທີ່ສຳຄັນໃຫ້ຄິດເຖິງອະນາຄົດກັບຄວາມຮູ້ທີ່ຈະນຳມາລ້ຽງຊີບເພິ່ນໃນພາຍພາກໜ້າ.

ຂອບໃຈແຫຼ່ງຂ່າວຈາກ ໜັງສືພິມລາວພັດທະນາ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.