LU02

ລະວັງເງິນກິນນ້ຳກິນໃນ ຖືກປັບໃໝເພີ່ມຂຶ້ນ 2 ທົບ



ທ່ານຮູ້ຕົວຫຼືບໍ່ອັນທີ່ຫຼາຍຄົນເຮັດກັນ ໃຫ້ເງິນຊອງກິນນ້ຳກິນໃນ, ໃຫ້ເງິນຊ່ວຍຊຸກຍູ້ໂດຍສະເພາະຢູ່ຕາມຖະໜົນຫົນທາງ ເມື່ອເຈົ້າໜ້າທີ່ຈະລາຈອນເປົ່າໃຫ້ຈອດ ສິ່ງທຳອິດທີ່ຄິດໄດ້ຄືຈົກເງິນອອກຈາກກະເປົານັ້ນຄືທ່ານກຳລັງຊຸກຍູ້ພະນັກງານໃຫ້ສໍ້ລາດບັງຫຼວງ ຫາກປະຕິບັດຕາມລະບຽບກົດໝາຍ ການໃຫ້ ແລະຮັບສິນບົນນັ້ນຜິດທັງສອງຝ່າຍ ພະນັກງານ ລວມທັງຜູ້ໃຫ້ແຖມມີປັບໃໝເພີ່ມອີກ 2 ທົບ.



ການທີ່ຮຽນປະພຶດກັນແບບນັ້ນບໍ່ພຽງແຕ່ຊຸກຍູ້ພະນັກງານໃຫ້ມີແນວຄິດມັກງ່າຍ ແລະສໍ້ລາດບັງຫຼວງແລ້ງຍັງເຮັດໃຫ້ເງິນບໍ່ເຂົ້າລະບົບ ຫາກວ່າຂ້ອຍກໍ່ເຮັດເຈົ້າກໍ່ເຮັດ ແລະລາວກໍ່ເຮັດຄືກັນຕໍ່ໆໄປແລ້ວຈຳນວນເງິນມັນເທົ່າໃດທີ່ເຂົ້າກະເປົາຄົນແຕ່ບໍ່ແມ່ນງົບປະມານລັດ  ກົງກັນຂ້າມຖ້າທ່ານໃຫ້ເພິ່ນຂຽນໃບບິນແລ້ວໄປຈ່າຍຢູ່ຫ້ອງການຈຳນວນເງິນມັນກໍ່ບໍ່ຫຼຸດລື່ນກັນຫຼາຍດອກ ສຳຄັນກວ່ານັ້ນຄືທ່ານໄດ້ປະກອບສ່ວນຊ່ວຍຊາດໄປແລ້ວ ເງິນທີ່ທ່ານເສຍເຂົ້ານັ້ນຈະກັບຄືນມາສູ່ການສ້າງສາບ້ານເມືອງດີກວ່າການຍັດເງິນເຂົ້າກະເປົາຄົນໃດໜຶ່ງຢ່າງງຽບໆ.


ໃນກົດໝາຍອາຍາມາດຕາ 157 ວ່າດ້ວຍການຮັບ ແລະໃຫ້ສິນບົນແກ່ເຈົ້າໜ້າທີ່ໄດ້ລະບຸວ່າ: ພະນັກງານຄົນໃດຫາກໄດ້ທວງ, ຂໍ, ຮັບ ຫຼື ຕົກລົງເອົາສິນບົນຈາກຜູ້ອື່ນໂດຍການໃຊ້ໜ້າທີ່ຕຳແໜ່ງຂອງຕົນ ເພື່ອຜົນປະໂຫຍດຂອງຜູ້ໃຫ້ສິນບົນ ຈະຖືກຕັດອິດສາລະພາບແຕ່ 1-3 ປີ ແລະຖືກປັບໃໝເທົ່າຈຳນວນເງິນ ຫຼື ມູນຄ່າຂອງສິນບົນ.






ສ່ວນຜູ້ໃຫ້ສິຍບົນ ຫຼື ຕົກລົງໃຫ້ສິນບົນແກ່ພະນັກງານ ຈະຖືກຕັດສິນລົງໂທດຕັດອິດສະລະພາບແຕ່ 6 ເດືອນຫາ 2 ປີແລະຈະຖືກປັບໃໝເທົ່າຈຳນວນເງິນ ຫຼື ມູນຄ່າຂອງສິນບົນ.

ໃນກໍລະນີສິນບົນນັ້ນຫາກເປັນຈຳນວນຫຼາຍທັງຜູ້ຮັບ ແລະຜູ້ໃຫ້ສິນບົນຈະຖືກຕັດອິດສະລະພາບແຕ່ 3-5 ປີ ແລະຖືກປັບໃໝສອງເທົ່າຂອງຈຳນວນເງິນ ຫຼື ມູນຄ່າສິນບົນ.

ໃນກໍລະນີມີຜູ້ທີ່ເປັນສື່ກາງແກ່ການຮັບ ແລະໃຫ້ສິນບົນແມ່ນຈະຖືກລົງໂທດຕັດອິດສະລະພາບແຕ່ 6 ເດືອນ ຫາ 2 ປີ ແລະຖືກປັບໃໝເທົ່າຈຳນວນເງິນ ຫຼື ມູນຄ່າສິນບົນ.

ແຕ່ຖ້າຜູ້ທີ່ໃຫ້ສິນບົນຫາກຖືກບັງຄັບ, ຂົ່ມຂູ່ ແລະພາຍຫຼັງໃຫ້ສິນບົນແລ້ວຈິງໃຈໄປລາຍງານຕໍ່ເຈົ້າໜ້າຈະຖືວ່າເປັນຜູ້ກະທຳຜິດໃນຖານໃຫ້ສິນບົນ ເທົ່ານັ້ນບໍ່ຖືກລົງໂທດ.



ຮູ້ແບບນີ້ແລ້ວຕິດເອງວ່າຕໍ່ໄປທ່ານຈະວາງຕົວແບບໃດ ເພາະຄົນເຮົາສ່ວນໃຫຍ່ມັກຈົ່ມມັກດ່າວ່າພາກສ່ວນນັ້ນພາກສ່ວນນີ້ເອົາເງິນຈັ່ງຊັ້ນຈັ່ງຊີ້ ຫາກຕົນເອງມັກຈະສະເໜີສິນບົນໃຫ້ເພິ່ນຕະຫຼອດ ຕົວຢ່າງເວລາຢາກເຂົ້າວຽກກໍ່ເວົ້າໄປກ່ອນຈະໃຫ້ດອກກິນນ້ຳກິນໃນ, ໃຫ້ດອກຈັກເມົາສອງເມົາ ຊຶ່ງການກະທຳແບບນີ້ບໍ່ພຽງເປັນການຊຸກຍູ້ຄົນໃຫ້ເດີນຜິດທາງ ທ່ານເອງກໍ່ມີແນວຄິດສໍ້ລາດບັງຫຼວງເຊັ່ນດຽວກັນ. ແອັດມິນໂປ່ງເຄີຍໄດ້ຍິນຜູ້ໃຫຍ່ຈາກປະເທດເພື່ອນບ້ານບອກວ່າ "ຖ້າຈະຮັບພະນັກງານພວກເຮົາບໍ່ຕ້ອງການຄົນທີ່ພະຍາຍາມຈ້າງເຂົ້າ ເພາະວ່າຄົນຜູ້ນີ້ພະຍາຍາມຄໍຣັບຊັນແຕ່ຍັງບໍ່ທັນເຂົ້າວຽກແລ້ວ".

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.