ທ່ອງທ່ຽວ

ສວນວັດທະນະທໍາ ບ້ານໂພນທາດ ເມືອງໄຊພູທອງ ຈະສ້າງສຳເລັດທ້າຍເດືອນນີ້



 ໂຄງການກໍ່ສ້າງສວນວັດທະນະທໍາ ບ້ານໂພນທາດ ຂອງເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 6 ພະຈິກ 2017 ໂດຍແມ່ນບໍລິສັດວັນວິໄລເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 1.85 ຕື້ກີບ ເຊິ່ງມີເນື້ອທີ່ສວນ3,596 ຕາແມັດ,ໂດຍແມ່ນທຶນຈາກວັດພະທາດໂຜ່ນທີ່ໄດ້ມາຈາກການລະດົມທຶນ ແລະ ຈັດງານບຸນຜ້າປ່າສາມັກຄີ ເຊິ່ງທາງບໍລິສັດ ຈະເລັ່ງມືໃຫ້ສໍາເລັດ100% ໃນວັນທີ 25  ມັງກອນ 2018 ເຊິ່ງມາຮອດປະຈຸບັນນີ້ແມ່ນມີຄວາມຄືບໜ້າໄປແລ້ວ 67%.

ທ່ານ ສໍາລານ ທອງລິວົງ ຕ່າງໜ້າບໍລິສັດວັນວິໄລໄດ້ໃຫ້ສໍາພາດຕໍ່ນັກຂ່າວປະຈໍາເມືອງວ່າ: ໂຄງການກໍ່ສ້າງສວນວັດທະນະທໍາແມ່ນມີຄວາມຄືບໜ້າໄປແລ້ວ 67% ສ່ວນທາງບໍລິສັດວັນວິໄລແມ່ນກໍາລັງຂຸ້ນຂ້ຽວໃນບາງໜ້າວຽກທີ່ສໍາຄັນເປັນຕົ້ນແມ່ນ:ຮົ້ວກໍາແພງສວນສໍາເລັດໄປແລ້ວບາງສ່ວນ,ວຽກປູກຕົ້ນໄມ້ພຸ່ມປະດັບໄດ້ສໍາເລັດແລ້ວບາງສ່ວນ.
ນອກຈາກນັ້ນໜ້າວຽກທີ່ຍັງຄ້າງແມ່ນວຽກເຮັດວົງມົນ ພ້ອມປູກະໂລທາງຍ່າງ ແລະ ປູກຫຍ້ານວນນ້ອຍຕາມລ້ອງທາງຍ່າງ ແລະ ອີກພາກສ່ວນໜຶ່ງແມ່ນເຮັດນໍ້າຕົກ,ນໍ້າພຸ.  ພ້ອມນັ້ນຍັງມີອີກ 5 ກິດຈະກໍາຫຼັກຄື: ປັ້ນຮູບຊ້າງສານ,ຮູບປັ້ນໜາຊ່ຽງ,ຮູບປັ້ນນາງແພງສີ,ໃບເສມາ ແລະ ພະຍານາກ. ລວມເຖິງຍັງໄດ້ເຮັດກໍາແພງຫໍປູຕາຄືນໃໝ່ ເພື່ອໃຫ້ກົມກືນກັບທິວທັດທໍາມະຊາດຂອງສວນວັດທະນະທໍາ, ສ່ວນໜ້າວຽກວາງທໍ່ນໍ້າສະປິງເກີເພື່ອຫົດດອກໄມ້ພາຍໃນສວນແມ່ນສໍາເລັດໄປແລ້ວບາງສ່ວນ ນໍ້າທີ່ນໍາມາຫົດແມ່ນໄດ້ນໍາໃຊ້ນໍ້າໜອງຫຼວງພາຍໃນວັດພະທາດໂຜ່ນ.

ຖ້າໂຄງການສ້າງສວນວັດທະນະທໍາສໍາເລັດຖືວ່າເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງພາຍໃນຂອບເຂດວັດພະທາດໂຜ່ນ ຂອງເມືອງໄຊພູທອງ ,ນອກຈາກສ້າງສວນດັ່ງກ່າວໃຫ້ເປັນແຫຼ່ງທ່ອງທ່ຽວແລ້ວຍັງຈະສ້າງໃຫ້ເປັນບ່ອນສະໜອງຄວາມຮູ້ໃຫ້ແກ່ບັນດານ້ອງນັກຮຽນ ແລະ ນັກທ່ອງທ່ຽວໄດ້ຕື່ມອີກ ທີ່ທາງສວນແມ່ນໄດ້ລວມເອົາຕໍານານທາງດ້ານປະຫວັດສາດ,ວັດທະນະທໍາເຂົ້າມາວາງໄວ້ພາຍໃນສວນທີ່ສາມາດຍ່າງທ່ຽວຊົມ ແລະ ສຶກສາຫາຄວາມຮູ້ກ່ຽວກັບບັນດາຮູບປັ້ນທີ່ມີຕໍານານກ່ຽວກັບຄວາມເປັນມາຕັ້ງແຕ່ບູຮານນະການຂອງອົງພະທາດໂຜ່ນ.

ພ້ອມດຽວກັນນີ້ກໍ່ຍັງເປັນບ່ອນພັກຜ່ອນຂອງນັກທ່ອງທ່ຽວໄດ້ຕື່ມອີກ, ພາຍໃນສວນຖືກເແບ່ງເຂດກໍ່ສ້າງຢ່າງເປັນລະບົບສ່ວນໃຫຍ່ແລ້ວຈະຖືກຕົກແຕ່ງດ້ວຍດອກໄມ້ນາໆຊະນິດທີ່ນັກທ່ອງທ່ຽວເຫັນແລ້ວເປັນຕາສະອອນ ແລະ ອົດໃຈທີ່ຈະຖ່າຍຮູບບໍ່ໄດ້, ນອກຈາກນີ້ທາງສວນແມ່ນມີສັນຍາລັກທີ່ໂດດເດັ່ນເມື່ອນັກທ່ອງທ່ຽວເຂົ້າມາທ່ຽວຊົມໃນສວນແລ້ວຈະຕື່ນຕາຕື່ນໃຈ ແລະ ຈະສາມາດດຶງດູດຄວາມສົນໃຈຂອງແຂກທີ່ເຂົ້າມາກາບໄຫວອົງພະທາດໂຜ່ນໄດ້ປັນຢ່າງດີ.

ການສ້າງສວນວັດທະນະທໍານີ້ຂື້ນມາກໍເພື່ອໃຫ້ກາຍເປັນສູນລວມກິດຈະກໍາຕ່າງໆສ້າງຄວາມແຕກຕ່າງໃຫ້ກັບການທ່ອງທ່ຽວ ທັງເປັນການຕ້ອນຮັບປີທ່ອງທ່ຽວລາວ2018 ຂອງເມືອງໄຊພູທອງ ທີ່ຈະໄດ້ເປີດຂຶ້ນພ້ອມກັບງານບຸນນະມັດສະການພະທາດໂຜ່ນ ໃນອະນາຄົດອັນໃກ້ນີ້.


ແຫລ່ງທີ່ມາຈາກຂປລ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.