LU03

ຍິງກວ່າຊ໊ອກ! ປອ. ໄຊບັນດິດ ຣາຊະພົນ ເລຂາທິການ ສຕລ ຍື່ນໃບລາອອກ


   ວົງການບານເຕະລາວງານເຂົ້າຕໍ່ເນື່ອງ ຫຼັງຈາກທີ່ ລາວພຣີເມຍລີກ 2018 ມີຫຼາຍທີມຖອນຕົວ ໂດຍສະເພາະທີມເກົ່າທີ່ຄຸ້ນໜ້າຄົນຕາກໍ່ອອກໄປແລ້ວ 4 ທີມເປັນຕົ້ນແມ່ນ ທິບ ສະຫວັນ ເອັຟຊີ ກັບ ດີເຄ ເອັຟຊີ ປະກາດຖອນຕົວຢ່າງເປັນທາງການແລ້ວ.

   ແຕ່ຫຼ້າສຸດກັບອາການຊ໊ອກຍິ່ງກວ່າຊ໊ອກ ເມື່ອ Lao sport news ລາຍງານຂ່າວວ່າ: ໃນຕອນຫົວຄ່ຳຂອງມື້ນີ້ ວັນທີ 08/01/2018, ນັກຂ່າວສາຍກິລາ ຫຼາຍຄົນໄດ້ຮັບໜັງສື ການແຈ້ງຂໍລາອອກຈາກຕຳແໜ່ງ ຂອງ ທ່ານ ປອ. ໄຊບັນດິດ ຣາຊະພົນ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ(ສຕລ).


   ໂດຍເນື້ອໃນໂດຍຫຍໍ້ ຂໍໜັງສືດັ່ງກ່າວແມ່ນ ທ່ານ ປອ. ໄຊບັນດິດ ຣາຊະພົນ ໄດ້ແຈ້ງເຈດຈຳນົງ ໃນການລາອອກຈາກຕຳແໜ່ງຂອງຕົນ ເຖິງເລຂາທິການຂອງ FIFA, AFC ແລະ  AFF ພາຍຫຼັງເຮັດໜ້າທີ່ນີ້ມາເປັນເວລາ 6 ປີ. ເມື່ອໄດ້ຮັບຂ່າວແນວນັ້ນ ທາງທີມງານກໍ່ໄດ້ຕິດຕໍ່ໄປຫາທາງ ທ່ານ ປອ. ໄຊບັນດິດ ຣາຊະພົນ ວ່າມັນເປັນຄວາມຈິງບໍ່ ແລະກໍ່ໄດ້ຮັບການຢືນຢັນຄຳຕອບວ່າເປັນຄວາມຈິງ.

   ສ່ວນສາເຫດໃນການລາອອກໃນຄັ້ງນີ້ ທ່ານໄດ້ເປີດເຜີຍວ່າ: "ເພື່ອເປັນການເປີດໂອກາດໃຫ້ ຄົນເກັ່ງໄດ້ເຂົ້າມາບໍລິຫານ, ທາງຄະນະ ບໍລິຫານງານ ສຕລ ມີ ເປົ້າໝາຍ ແລະ ຈຸດປະສົງ ທີ່ຈະພັດທະນາ ບານເຕະ ລາວ ດ້ວຍທີມງານໃໝ່ ເພື່ອບັນລະເປົ້າໝາຍ ທີ່ວາງໄວ້ ສ່ວນ ຂ້າພະເຈົ້າ ເອງ ກໍຈະໄດ້ຂໍເວລາໄປສຸມໃສ່ ທຸລະກິດ ຂອງຕົນເອງຢ່າງຈິງຈັງ ".

      ເມື່ອຖາມເຖິງຜູ້ມາແທນຕຳແໜ່ງ ທ່ານກ່າວວ່າ" ສ່ວນຜູ້ມາແທນນັ້ນ ຍັງບໍ່ທັນມີ ແຕ່ເພີ່ນໄດ້ ແຕ່ງຕັ້ງຜູ້ຮັກສາການ ທ່ານ ຍອດແກ້ວ ແລະ ຮອງເລຂາທິການ ທ່ານ ສົມສະໜຸກ ມາຮັບພາລະແທນ ລໍຖ້າການແຕ່ງຕັ້ງ ".





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.