LU03

ລາວພຣີເມຍລີກ ເຄີຍບູມ ແຕ່ປີ 2018 ຈຸກ ເມື່ອຫຼາຍທີມຖອນຕົວ ຫຼ້າສຸດ ດີເຄ ໄປແລ້ວ, ກໍ່ໃຫ້ເກີດຄວາມລັງເລຕໍ່ທີມຢູ່


   ການແຂ່ງຂັນເຕະບານ ລາວພຣີເມຍລີກ 2018 ງານເຂົ້າເມື່ອມີ 4 ສະໂມສອນເກົ່າ ຈະຖອນຕົວປະກອບດ້ວຍ ທິບ ສະຫວັນ ເອັຟຊີ, ໄອດີຊີ ຈໍາປາສັກ ເອັຟຊີ, ມຊ ເອັຟຊີ ແລະ ດີເຄ ເອັຟຊີ ໂດຍສະເພາະ ທິບ ສະຫວັນ ເອັຟຊີ ແລະ ດີເຄ ເອັຟຊີ ໄດ້ປະກາດຖອນຕົວຢ່າງເປັນທາງການແລ້ວ ເຮັດໃຫ້ເປັນເຄື່ອງໝາຍຄໍາຖາມວ່າ ປີນີ້ຄົບ 8 ທີມ ເໝືອນປີ 2017 ຫຼື ບໍ? ຢາງໃດກໍ່ຕາມ, 2 ນ້ອງໃໝ່ຢ່າງ ມາສເຕີ ເຊເວັ້ນ ແລະ ຫຼວງພະບາງ ຢືນຢັນເຂົ້າຮ່ວມ. ຂະນະທີ່ ທີມເກົ່າແກ່ຢ່າງ ກອງທັບ ເອັຟຊີ ຍັງລຸ້ນວ່າຈະເຂົ້າຮ່ວມຫຼືບໍ?.

   ພາຍຫຼັງທີ່ ທິບ ສະຫວັນ ເອັຟຊີ ປະກາດຊ໊ອກຕໍ່ວົງການບານເຕະ ດ້ວຍການຂໍຖອນຕົວຈາກ ລາວພຣີເມຍລີກ 2018 ແລະ ຫຼ້າສຸດ ດີເຄ ເອັຟຊີ ກໍ່ປະກາດຜ່ານເຟສບຸກທາງການວ່າ ປີ 2018 ອາດບໍ່ມີພວກເຮົາໃນລາວພີເມຍລີກ ເຊິ່ງລະດູການທີ່ຜ່ານມາພວກເຮົາຈົບອັນດັບທີ່ 4 ເຊິງໃນປີນີ້ຂາດຜູ້ສະໜັບສະໜູນແລະງົບປະມານຢ່າງຫຼວງຫຼາຍໃນການຮ່ວມງານລີສູງສຸດໃນປີຊິມາເຖິງນີ້.

   ຈາກກໍລະນີດັ່ງກ່າວ ແອັດມິນນົກ ຂໍເລົ່າເຖິງ ການແຂ່ງຂັນບານເຕະ ລາວລີກ ເລີ່ມຄຶກຄັກມາແຕ່ປີ 2013 ເປັນຕົ້ນມາ ໂດຍມີ 8 ທີມເຂົ້າຮ່ວມແຂ່ງຂັນ ປະກົດວ່າ: ການແຂ່ງຂັນດໍາເນີນໄປຢ່າງຄຶກຄື້ນທີ່ສຸດ ແລະ ແຊັມຕົກເປັນຂອງ SHB ຈໍາປາສັກ, ກ່ອນທີ່ປີ 2014 ຈະໄດ້ຮັບຄວາມສົນໃຈຈາກຫຼາຍທີມ ເຮັດໃຫ້ ລາວລີກ 2014 ມີທີມເຂົ້າຮ່ວມເຖິງ 10.

   ຈົນມາເຖິງປີ 2015 ປ່ຽນຈາກ ລາວລີກ ມາເປັນ ລາວພຣີເມຍລີກ ປະກົດວ່າ: ເປັນໃບໜ້າໃໝ່ຂອງວົງການບານເຕະລາວ ເມື່ອປີເຖິງ 11 ທີມເຂົ້າຮ່ວມຊີງໄຊ ຈາກປີດັ່ງກ່າວ ສົ່ງຜົນເນື່ອງມາເຖິງປີ 2016 ລາວພຣີເມຍລີກ ບູມສຸດໆ ເມື່ອມີເຖິງ 14 ທີມເຂົ້າຮ່ວມ, ເຊິ່ງເປັນປີທີ່ມີທີມເຂົ້າຮ່ວມຫຼາຍທີ່ສຸດໃນວົງການບານເຕະລາວ. ນອກນັ້ນ, ໃນປີ 2016 ວົງການບານເຕະລາວ ກ້າວຂຶ້ນສູງສຸດ ເມື່ອ ລ້ານຊ້າງ ຢູໄນເຕັດ ແຊັມປີດັ່ງກ່າວ ສ້າງປະຫວັດສາດ ຄວ້າຮອງແຊັມໃນລາຍການລະດັບອາຊຽນຢ່າງ ໂຕໂຢຕ້າ ແມ່ຂອງ ຄລັບ ແຊັມປ້ຽນຊິບ 2016.

   ແຕ່ມາເຖິງລະດູການ 2017 ວົງການລີກບ້ານເຮົາຕົກຕໍ່າລົງຢ່າງໜ້າຕົກໃຈ ຫຼັງ ລ້ານຊ້າງ ຢູໄນເຕັດ ຖອນຕົວຈາກການແຂ່ງຂັນ ລວມເຖິງທີມເກົ່າໆກໍ່ທະຍ່ອຍອອກເຊັ່ນກັນ, ຊໍ້າບໍ່ໜໍ່າກ່ອນເປີດລີກ ຍັງຖືກຜົນກະທົບຈາກການ ລົ້ມບານ ເຮັດໃຫ້ບານເຕະບ້ານເຮົາຕົກຕໍ່າລົງອີກ ຈົນເຮັດໃຫ້ ລາວພຣີເມຍລີກ 2017 ມີພຽງ 8 ທີມເຂົ້າຮ່ວມເທົ່ານັ້ນ.

   ຂະນະທີ່ ປີນີ້ ( 2018 ) ຍັງບໍ່ມີວີ່ແວວວ່າ ການແຂ່ງຂັນບານເຕະ ລາວພຣີເມຍລີກ 2018 ຈະເລີ່ມຕົ້ນຂຶ້ນເມື່ອໃດ ແລະ ມີຈັກທີມກັນແທ້ ເພາະຫຼ້າສຸດມີຂ່າວວ່າ: 4 ສະໂມສອນເກົ່າ ຈະຖອນຕົວປະກອບດ້ວຍ ທິບ ສະຫວັນ ເອັຟຊີ ແລະ ຫຼ້າສຸດ ດີເຄ ເອັຟຊີ ປະກາດຖອນຕົວທາງການແລ້ວ, ສ່ວນ ໄອດີຊີ ຈໍາປາສັກ ເອັຟຊີ ແລະ ມຊ ເອັຟຊີ ກໍ່ກຽມຖອນຕົວແລ້ວ, ແຕ່ຍັງບໍ່ທັນປະກາດເທື່ອ.

   ຈາກຜົນດັ່ງກ່າວ ເປັນເຄື່ອງໝາຍຄໍາຖາມອີກປີວ່າ: ລາວພຣີເມຍລີກ 2018 ຈະມີຈັກທີມເຂົ້າຮ່ວມແຂ່ງຂັນ ເຊິ່ງຕ້ອງຕິດຕາມນໍາກັນຕໍ່ໄປວ່າ ສະຫະພັນບານເຕະແຫ່ງຊາດລາວ ຈະອອກມາຖະແຫຼງຂ່າວວ່າປີນີ້ຈະຄົບ 8 ທີມ ຫຼື ຫຼຸດ ຫຼື ກາຍ ບໍ?.

   ຢາງໃດກໍ່ຕາມ, 2 ນ້ອງໃໝ່ຢ່າງ ມາສເຕີ ເຊເວັ້ນ ແລະ ຫຼວງພະບາງ ຢືນຢັນເຂົ້າຮ່ວມ. ຂະນະທີ່ ທີມເກົ່າແກ່ຢ່າງ ກອງທັບ ເອັຟຊີ ຍັງລຸ້ນວ່າຈະເຂົ້າຮ່ວມຫຼືບໍ? ເພາະຫຼັງຈາກຍາດໄດ້ແຊັມບານເຕະ ສາຍ ກ 2017 ຫົວໜ້າຄູຝຶກກອງທັບ ຍັງບໍ່ແນ່ນອນວ່າຈະເຂົ້າຮ່ວມລາວລີກ ເພາະເປົ້າໝາຍຫຼັກ ຄືເລັ່ງໃສ່ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.