LU02

ແຈ້ງການອາກາດໜາວຍາວນານ 1 ອາທິດ




ກົມອຸຕຸນິຍົມ ແລະອຸທົກກະສາດລາຍງານວ່າ ໃນລະຫວ່າງວັນທີ 9-14 ມັງກອນ 2018 ນີ້ມວນອາກາດໜາວເຢັນຈາກປະເທດຈີນ ຈະມີກຳລັງເພີ່ມແຮງຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກສ່ຽວເໜືອທີ່ກຳລັງພັດແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດ ສະນັ້ນໄລຍະນີ້ອຸນຫະພຸມຈະເຢັນລົງ 3-5 ອົງສາຢູ່ບັນດາແຂວງພາກເໜືອ ພ້ອມມີຝົນຕົກກະຈາຍ ແລະມີລົມພັດແຮງຢູ່ບາງທ້ອງຖິ່ນ ໂດຍສະເພາະເຂດພູດອຍ ບັນດາແຂວງພາກເໜືອທີ່ແຂວງໄຊສົມບຸນ, ເມືອງດັກຈຶງ, ພູພຽງບໍລະເວນອາກາດຈະໜາວເຢັນຫຼາຍ.

ສະເພາະແຂວງຜົ້ງສາລີ, ຊຽງຂວາງໃນວັນທີ 9-10 ມັງກອນ 2018 ອຸນຫະພູມຈະຫຼຸດລົງ 3-5 ອົງສາ ພ້ອມຈະມີລົມແຮງ, ມີຝົນຕົກກະຈາຍເປັນບາງໂອກາດ.



ໂດຍລວມແລ້ວຕະຫຼອດວັນທີ 9-14 ມັງກອນ 2018 ອຸຫະພູມຈະຫຼຸດລົງ 2-4 ອົງສາ ໃນທຸກພາກ ຈິ່ງແຈ້ງເຕືອນມາຍັງພໍ່ແມ່ປະຊາຊົນ ມີສະຕິກຽມພ້ອມຮັບມືກັບສະພາບອາກາດ ຊຶ່ງອາດສົ່ງຜົນຕໍ່ສຸຂະພາບໄດ້ ເປັນຕົ້ນແມ່ນເດັກນ້ອຍ ແລະຜູ້ເຖົ້າ ຕ້ອງຫາເຄື່ອງໜາໃຫ້ນຸ່ງເພື່ອໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ ໃນເວລາດຽວກັນໃຫ້ຕິດຕາມຂ່າວພະຍາກອນອາກາດຢ່າງໃກ້ຊິດ.







-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.