ນາຍົກ

ປະມວນພາບການເດີນທາງຢ້ຽມຢາມ ແລະ ເຄື່ອນໄຫວວຽກງານຢູ່ຕ່າງປະເທດຂອງທ່ານນາຍົກທອງລຸນ ສີສຸລິດ ໃນປີ2017



 ໃນປີ2017 ທ່ານທອງລຸນ ສີສຸລິດ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຂົ້າຮ່ວມຫຼາຍກອງປະຊຸມສຳ
ຄັນຢູ່ຕ່າງປະເທດເຊິ່ງມື້ນີ້ລາວອັບເດດ ຈະມານຳສະເຫນີຄືນອີກວ່າໃນຮອບ1ປີຜ່ານມາ ທ່ານນາ
ຍົກໄດ້ເດີນທາງໄປໃສ່ແດ່

1. ຕອນເຊົ້າວັນທີ  29 ເມສາ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ 
 ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 30 ພາຍ
ໃຕ້ຄຳຂວັນ: "ຮ່ວມມືເພື່ອການປ່ຽນແປງ, ຜູກພັນກັບສາກົນ" ໂດຍການເປັນເຈົ້າພາບ ແລະ ປະທານຂອງປະເທດຟີລິບປິນ ຊຶ່ງມີບັນດາປະມຸກລັດ, ຫົວໜ້າລັດຖະບານ ປະເທດອາຊຽນ, ລັດຖະມົນຕີ ຕ່າງປະເທດອາຊຽນ ແລະ ແຂກຖືກເຊີນເຂົ້າຮ່ວມ.
 

2.  ໂດຍຕອບສະໜອງຕາມຄຳເຊື້ອເຊີນ ຂອງທ່ານ ລີຊຽນລຸງ ນາຍົກລັດຖະມົນຕີ ແຫ່ງ ສ. ສິງກະໂປ, ໃນວັນທີ 2 ພຶດສະພາ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍ
ຄະນະ ໄດ້ເດີນທາງຢ້ຽມຢາມ ສ. ສິງກະໂປ ຢ່າງເປັນທາງການ

 
3. ໂດຍຕອບສະໜອງຕາມ ຄຳເຊື້ອເຊີນຂອງ ທ່ານ ດາໂຕະ ສຣິນາຈິບຕຸນ ອັບດູນຣາຊັກ ນາຍົກລັດຖະມົນຕີ ແຫ່ງ ປະເທດມາເລເຊຍ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມປະເທດມາເລເຊຍ ຢ່າງເປັນທາງການ ແຕ່ວັນທີ 9-10 ພຶດສະພາ 2017.



  4.ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ເສດຖະກິດໂລກ ວ່າດ້ວຍອາຊຽນ
ໃນລະຫວ່າງວັນທີ 10-12 ພຶດສະພາ 2017 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ເວທີປຶກສາຫາລືເສດຖະກິດໂລກ ວ່າດ້ວຍອາຊຽນ ຄັ້ງທີ 26 (World Economic Forum on ASEAN) ຊຶ່ງໄດ້ຈັດຂຶ້ນທີ່ ນະຄອນຫຼວງ
ພະນົມເປັນ, ຣາຊະອານາຈັກກໍາປູເຈຍ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສົມ ເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຜູ້ບໍລິຫານລະດັບສູງ ຂອງອົງການຮ່ວມມືສາກົນ ແລະ ຫົວໜ່ວຍທຸລະກິດ, ມີບັນດາຜູ້ນຳອາຊຽນ ແລະ ປະເທດຕ່າງໆ, ຕົວແທນຈາກພາກລັດຖະບານ ແລະ ພາກທຸລະກິດ ໃນພາກພື້ນ ແລະ ໃນໂລກເຂົ້າ ຮ່ວມປະມານ 700 ກວ່າຄົນ ທີ່ມາຈາກ 50 ກວ່າປະເທດໃນໂລກ.



 5.ໃນໂອກາດເດີນທາງເຂົ້າຮ່ວມ ກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີ (Future of Asia) ຄັ້ງທີ 23 ແຕ່ວັນທີ 05-06 ມິຖຸນາ 2017. ຕໍ່ມາໃນວັນທີ 07 ມິຖຸນາ 2017, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ກໍ່ໄດ້ສືບຕໍ່ຢ້ຽມຢາມຍີ່ປຸ່ນ ຢ່າງເປັນທາງການ, ຊຶ່ງພິທີຕ້ອນຮັບຢ່າງສົມກຽດ ໄດ້ຈັດຂຶ້ນທີ່ເຮືອນຮັບຂອງລັດຖະບານຢີ່ປຸ່ນ. ກ່ອນພິທີພົບປະ ຢ່າງເປັນທາງການ ທ່ານນາຍົກລັດຖະມົນຕີ ຂອງສອງປະເທດ ໄດ້ຍ່າງກວດແຖວກອງກຽດຕິຍົດ.

 
 

6.ວັນທີ 1 ກັນຍາ 2017 ທ່ານນາຍົກທອງລຸນ ສີສຸລິດ ໄດ້ເດີນທາງໄປນະຄອນຫຼວງ ພະນົມເປັນ  ເພື່ອປຶກສາຫາລືກັບທ່ານນາຍົກກຳປູເຈຍ ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງດ້ານຊາຍແດນ ເຊິ່ງທັງສອງຝ່າຍຕົກລົງກັນໃຫ້ຄະນະກຳມະການຊາຍ ແດນ ລົງໄປແກ້ໄຂກັນທີ່ຢູ່ພື້ນທີ່ຕົວຈິງ ຢູ່ບໍລິເວນຫ້ວຍຕະເງົ້າ ທີ່ເປັນບໍລິເວນຄົງຄ້າງ. ຕາມການຕົກລົງກັນດິນສ່ວນໃດ ເປັນຂອງກຳປູເຈຍ, ສ່ວນໃດເປັນຂອງລາວ ຕ້ອງກຳນົດໃຫ້ຈະແຈ້ງ, ຊອກເຫັນຢູ່ ຈຸດໃດ ໃຫ້ປັກຫຼັກໝາຍໃສ່ຈຸດນັ້ນ, ອີງຕາມແຜນທີ່ນີ້ ພວກ ເຮົາຍັງເຫຼືອພຽງແຕ່ 20 ຫຼັກໝາຍ ຢູ່ໃນບໍລິເວນຫ້ວຍຕະເງົ້ານີ້ ດັ່ງນັ້ນ ໃຫ້ທັງສອງຝ່າຍລົງໄປພື້ນທີ່ຕົວຈິງ, ໄປນອນຢູ່ພຸ້ນ ເລີຍ, ຕົກລົງກັນຮອດຈຸດໃດ, ປັກຫຼັກໝາຍໃສ່ຈຸດນັ້ນໂລດ.


7.ໂດຍຕອບສະໜອງ ຕາມຄໍາເຊື້ອເຊີນ ຂອງທ່ານ ໂຈໂກ ວີໂດໂດ (Joko Widodo) ປະທານາທິບໍດີແຫ່ງ ສ. ອິນໂດເນເຊຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ສ. ອິນໂດເນເຊຍ ຢ່າງເປັນທາງການ ນັບແຕ່ວັນທີ 11 ຫາ 12 ຕຸລາ 2017. ການຢ້ຽມຢາມ ສ. ອິນໂດເນເຊຍ ຄັ້ງນີ້ ແມ່ນເປັນຄັ້ງທໍາອິດ ນັບແຕ່ໄດ້ດໍາລົງຕໍາ ແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ເຊິ່ງເປັນການຢ້ຽມຢາມ ທີ່ສອງປະເທດ ກຳລັງພ້ອມກັນດຳເນີນ ການສະເຫຼີມສະຫຼອງ ປີວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ




7.ໃນຕອນເຊົ້າ ຂອງວັນທີ 13 ພະຈິກ 2017, ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນຄັ້ງທີ 31 ພາຍໃຕ້ຄໍາຂວັນ: ‘‘ຮ່ວມມືເພື່ອການປ່ຽນແປງ, ຜູກພັນກັບສາກົນ’’ ໂດຍການເປັນເຈົ້າພາບ ແລະ ປະທານຂອງຟີລິບປິນ ມີບັນດາປະມຸກລັດ, ຫົວໜ້າລັດຖະບານປະເທດອາຊຽນ, ລັດຖະມົນຕີຕ່າງປະເທດອາຊຽນ ແລະ ແຂກຖືກເຊີນເຂົ້າຮ່ວມ.



 



ສັງລວມຈາກເວັບໄຊ http://www.laogov.gov.la
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.