LU02

ຄົນໃກ້ສິດຄິດບໍ່ຊື່ ເກືອບເສຍແລນຄຼີວເຊີເປັນຄັນ


ມີຄະດີອຸທະຫອນຢາກເອົາມາຝາກທ່ານຜູ້ອ່ານເພື່ອສອນໃຈໂຕເອງ ກໍລະນີຄົນໃກ້ສິດສວຍໃຊ້ໂອກາດຍັກຍອກຊັບແບບບໍ່ຮູ້ຕົວ, ເມື່ອຮູ້ລົດຖືກຈຳນຳແລ້ວຖ້າເປັນເຈົ້າຈະເຮັດຈັ່ງໃດ ຄະດີນີ້ເກີດຂຶ້ນແຕ່ຕົ້ນປີ 2017 ແຕ່ຫາກໍ່ນຳມາເປີດເຜີຍ ໂດຍປ້ອງກັນຄວາມສະຫງົບນະຄອນຫຼວງ.



ເຫດການມີຢູ່ວ່າສອງສ່ຽວນາງວັນລີ ຫຼວງລາດເຈົ້າຂອງລົດ ແລນຄຼີວເຊີໝາຍເລກທະບຽນ ກຜ 7138ກຳແພງນະຄອນ ແລະນາງ ປູນາ ຜູ້ຕ້ອງຫາ ໜ້າຈະຄົບຫາເປັນໝູ່ກັນແລ້ວ....ອີງຕາມຄຳໃຫ້ການຂອງຜູ້ເສຍຫາຍນາງວັນລີ ຫຼວງລາດເລົ່າໃນຄືນຂອງວັນທີ 22 ກຸມພາ 2017 ເວລາ 22:00 ໂມງນາງປູນາໄດ້ມາຫາຕົນຢູ່ຫ້ອງເຊົ່າທີ່ບ້ານໂພນເຄັງຈຸດປະສົງແມ່ນມາຊວນໄປຫຼິ້ນແຕ່ຕົນເອງບໍ່ໄປ ຮອດເວລາ 23 ໂມງນາງປູນາຈະກັບ ຕົນເອງຈິ່ງໃຫ້ຫຼານຊາຍຊື່ທ້າວໂບ້ໄປສົ່ງຢູ່ບ້ານສີສີສະຫວາດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍເອົາກະແຈພ້ອມລົດໃຫ້ໄປສົ່ງແຕ່ຮອດເວລາ 24:00 ບໍ່ເຫັນຫຼານຊາຍກັບມາຈິ່ງໂທນຳເປັນວ່ານາງປູນາເປັນຄົນຮັບສາຍ ແລະບອກວ່າຈະໃຫ້ທ້າວໂບ້ພາເອົາເອົາເງິນຢູ່ດາວຄຳ ເວລາເລີຍໄປຈົນເຖິງເວລາ 2:00 ຂອງມື້ຕໍ່ມາໄດ້ໂທຫາອີກ ແຕ່ໂທລະສັບຂອງທັງສອງແມ່ນປິດເຄື່ອງ ມາຮອດເວລາປະມານ 7:00 ຂອງວັນທີ 23 ກຸມພາ 2017 ນາງປູນາໄດ້ໂທລະສັບບອກທ້າວໂບ້ແມ່ນກັບໄປແລ້ວ.



ຕົກມາຮອດຕອນສວາຍຂອງວັນດຽວກັນຕົນເອງໄດ້ຈັບສັນຍານຈີພີເອັສທີ່ຕິດຢູ່ໃນລົດປະກົດເຫັນຢູ່ບ້ານເກີນ ເມືອງທຸລະຄົມແຂວງວຽງຈັນ ຕົນເອງຈິ່ງພາອ້າຍເອື້ອຍນຳສັນຍານຈີພີເອັສໄປຈົນຮອດຄາຊິໂນເຫັນທ້າວໂບ້ນັ່ງຢູ່ຕໍ່ໜ້າຄາຊິໂນຄົນດຽວ ສ່ວນນາງປູນາແມ່ນບໍ່ເຫັນ ຈາກນັ້ນໄດ້ພາກັນຊອກຫານາງປູນາຈັ່ງໃດກໍ່ບໍ່ເຫັນ ຈິ່ງພາກັນເອົາທ້າວໂບ້ກັບບ້ານ.

ຮອດວັນທີ 24 ກຸມພາຈິ່ງໃຫ້ຄົນຮູ້ຈັກຕິດຕາມ ແລະພົບເຫັນ ພ້ອມໄດ້ສອບຖາມນາງປູນາ ຕອບວ່າໄດ້ເອົາລົດຂອງນາງວັນລີໄປຈຳນຳກັບພວກປ່ອຍເງິນຢູ່ຄາຊິໂນຈຳນວນ 650.000 ບາດໄປຫຼິ້ນການພະນັນຈົນໝົດ ຈາກນັ້ນຈິ່ງນຳເອົາໂຕນາງປູນາມາມອບໃຫ້ເຈົ້າໜ້າທີ່ດຳເນີນຄະດີຕາມລະບຽບກົດໝາຍ.



 ທ່ານພັນໂທ ແສງທອງ ເກື້ອບຸນລ້ຳ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ກ່າວວ່າ: ຄະດີນີ້ຕົກໃນຂໍ້ຫາຍັກຍອກສໍ້ໂກງຊັບຂອງພົນລະເມືອງ ທາງເຈົ້າໜ້າທີ່ແມ່ນໄດ້ນຳເອົາຂອງກາງພາກັບມາແລເມອບໃຫ້ເຈົ້າເດີມເອົາໄປຊົມໃຊ້ແລ້ວ, ສ່ວນນາງປູນາ ກໍ່ຕ້ອງຖືກດຳເນີນຄະດີຕາມລະບຽບກົດໝາຍ.


ທ່ານຮອງຫົວໜ້າຫ້ອງຕຳຫຼວດຍັງກ່າວອີກວ່າ: ນີ້ເປັນຮູບການໃໝ່ຂອງຄົນບໍ່ດີເພື່ອເອົາຊັບຂອງຄົນອື່ນໂດຍການສວຍໃຊ້ຄວາມຮັກຄວາມແພງຄວາມເປັນໝູ່ເປັນພວກ ເພື່ອຫາວິທີເອົາຂອງຄົນອື່ນ ຈິ່ງຢາກກ່າວເຕືອນມາຍັງປະຊາຊົນຜູ້ທີ່ເປັນເຈົ້າຂອງພາຫະນະທັງຫຼາຍຢ່າໄປເຊື່ອຄົນງ່າຍຫຼາຍ. ມີຄົນຮັກຄົນແພງມາຢືມລົດທີ່ມີລາຄາແພງກໍ່ໃຫ້ພິຈາລະນາກວດກາຄັກແນ່ກ່ອນຢ້ານຈະຕົກຢູ່ກໍລະນີດຽວກັນນີ້.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ





About see

0 comments:

Post a Comment

Powered by Blogger.