ການສຶກສາ

ມາເບິ່ງລາຍລະອຽດ! ດຳລັດວ່າດ້ວຍເບ້ຍລ້ຽງນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດ ໃນສາຍສາມັນສຶກສາ


ຫຼັງຈາກມີກະແສຂ່າວ ລັດຖະບານ ໄດ້ອອກດໍາລັດໃໝ່ວ່າດ້ວຍເບ້ຍລ້ຽງນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດ ໃນສາຍສາມັນສຶກສາ ກໍມີກະແສຍ້ອງຍໍຊົມເຊີຍຢ່າງຫຼວງຫຼາຍມື້ນີ້ແອັດມີນນ້ອຍ ຈິ່ງຂໍສານຕໍ່ຈາກແອັດມີນນົກທີ່ໄດ້ນຳສະເຫນີລາຍລະອຽດໄປແລ້ວສອງສາມວັນຜ່ານມາ ອີກຄັ້ງ ໂດຍເປັນລາຍລະອຽດທັງຫມົດໃນດຳລັດດັ່ງກ່າວ ທີ່ມີ5 ຫນ້າ.


   ໃນດໍາລັດດັ່ງກ່າວ ປະກອບມີ 6 ໝວດ ແລະ 21 ມາດຕາ ໂດຍມີຈຸດປະສົງເພື່ອກໍານົດຫຼັກການ ແລະ ລະບຽບການກ່ຽວກັບການສະໜອງເບ້ຍລ້ຽງ ໃຫ້ແກ່ນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດໃນສາຍສາມັນສຶກສາ ເພື່ອໃຫ້ນັກຮຽນ ໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມກັນ ແນໃສ່ປະຕິບັດນະໂຍບາຍການສຶກສາພາກບັງຄັບຂອງລັດຖະບານ.

   ສໍາລັບເປົ້າໝາຍຜູ້ທີ່ໄດ້ຮັບເບ້ຍລ້ຽງ ແມ່ນນັກຮຽນຜູ້ທຸກຍາກ ແລະ ນັກຮຽນຜູ້ດ້ອຍໂອກາດ ໃນຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກສາຕອນຕົ້ນຂອງລັດ ໃນບ້ານ, ເມືອງ ທີ່ທຸກຍາກທີ່ສຸດ ແລະ ເຂດຈຸດສຸມຂອງລັດຖະບານໃນຂອບເຂດທົ່ວປະເທດ.


  ໃນມາດຕາ 7  ເງື່ອນໄຂນັກຮຽນທີ່ຈະໄດ້ຮັບເບ້ຍລ້ຽງ ໄດ້ລະບຸວ່າ:
 ຕ້ອງແມ່ນນັກຮຽນຜູ້ທຸກຍາກ ແລະ ນັກຮຽນຜູ້ດ້ອຍໂອກາດ, ເຊິ່ງໄດ້ຜ່ານການຄັດເລືອກຈາກຂະແໜງການສຶກສາທິການ ແລະ ກິລາ ແລະ ໄດ້ຮັບການຢັ້ງຢືນຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງຕາມເກນມາດຕະຖານ ຕົ້ນຕໍດັ່ງນີ້:
+ສະຖານະພາບ ທາງດ້ານຄອບຄົວທຸກຍາກ ຕາມມາດຕະຖານທີ່ກໍານົດໄວ້,
+ມີລູກຫຼາຍຄົນ ແລະ ເຮັດການຜະລິດບໍ່ກຸ້ມກິນ,
+ໃຫ້ບຸລິມະສິດ ເພດຍິງ ແລະ ຊົນເຜົ່າ,
+ເດັກພິການທີ່ມີຄວາມພ້ອມ ແລະ ສາມາດຮຽນຮ່ວມກັບເດັກປົກກະຕິໄດ້,
+ລະດັບການສຶກສາຂອງພໍ່-ແມ່ ຕໍ່າ ຫຼື ກືກໜັງສື
+ໄລຍະທາງຫ່າງໄກ ແຕ່ເຮືອນຫາໂຮງຮຽນ (ລາຍລະອຽດຂອງເກນມາດຕະຖານການຄັດເລືອກ ໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ)


ມາດຕາ8 ຫຼັກການລວມໃນການຄັດເລືອກ
ແມ່ນຄັດເລືອກນັກຮຽນທີ່ມີເງື່ອນໄຂໃກ້ຄຽງກັນ ຕາມເກນມາດຕະຖານ ທີ່ໄດ້ກໍານົດໄວ້ໃນມາດຕາ 7 ໂດຍຈັດບຸລິມະສິດ ຄື:
+ນັກຮຽນທີ່ມີເງື່ອນໄຂໃກ້ຄຽງກັນ ລະຫວ່າງ ເພດຍິງ ແລະ ຊາຍ ໃຫ້ເລືອກເອົາເພດຍິງ ແລະ
+ ນັກຮຽນທີ່ມີເງື່ອນໄຂໃກ້ຄຽງກັນ ລະຫວ່າງ ຊົນເຜົ່າລາວ ແລະ ຊົນເຜົ່າອື່ນໆ ໃຫ້ເລືອກເອົາຊົນເຜົ່າອື່ນໆ.


  ມາດຕາ10 ການສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາ
ເບ້ຍລ້ຽງທີ່ຈະສະໜອງໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາ ແມ່ນ 100.000 ກີບ ຕໍ່ຄົນຕໍ່ເດືອນ ໃນສົກຮຽນ 1, ແຕ່ເດືອນກັນຍາ ຫາ ພຶດສະພາ ຂອງປີຕໍ່ມາ,
ການສະໜອງເບ້ຍລ້ຽງໃຫ້ປະຕິບັດຈົນກວ່ານັກຮຽນດັ່ງກ່າວ ຈະຈົບຊັ້ນປະຖົມສຶກສາ
ມາດຕາ 11 ການສະໜອງເບ້ຍລ້ຽງໃຫ້ແກ່ນັກຮຽນຊັ້ນມັດທະຍົມ
 ເບ້ຍລ້ຽງທີ່ຕະສະຫນອງໃຫ້ນັກຮຽນຊັ້ນມັດທະຍົມຕອນຕົ້ນ ແມ່ນ 150.000 ກີບ ຕໍ່ຄົນຕໍ່ເດືອນ ໃນສົກຮຽນ 1 ແຕ່ເດືອນກັນຍາ ຫາ ເດືອນພຶດສະພາ ຂອງປີຕໍ່ມາ, ການສະໜອງເບ້ຍລ້ຽງ ໃຫ້ປະຕິບັດແຕ່ປີທີ 1 ຈົນກວ່ານັກຮຽນດັ່ງກ່າວ ຈະຈົບຊັ້ນມັດທະຍົມສຶກສາຕອນຕົ້ນ.

ມາດຕາ12 ກົນໄກການເບີກຈ່າຍ
ການເບີກຈ່າຍໃຫ້ນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດ ແມ່ນນຳໃຊ້ລະບົບການໂອນຜ່ານທະນາຄາເຂົ້າບັນຊີເງິນຝາກປະຢັດຂອງນັກຮຽນຜູ້ໄດ້ຮັບເບ້ຍລ້ຽງ

+ລາຍລະອຽດຂອງດຳລັດ






-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.