ການເງິນ

ກະຊວງການເງິນ ຈະເລີ່ມເດີນສຳຫຼວດຖານລາຍຮັບ 4 ເມືອງໃນ 15ມັງກອນນີ້ ເພື່ອອັດການຮົ່ວໄຫລຂອງລາຍຮັບ ແລະ ສ້າງຄວາມໂປ່ງໃສ


ກະຊວງການເງິນໄດ້ຮ່ວມກັບສູນສະຖິຕິແຫ່ງຊາດ ກຽມເດີນສຳຫລວດບັນດາຫົວໜ່ວຍທຸລະກິດຢູ່ 4 ເມືອງໃນນະຄອນຫລວງວຽງຈັນ (ນວ)ຄືນໃໝ່  ຊຶ່ງຈະເລີ່ມການສຳຫລວດຕົວຈິງໃນກາງເດືອນມັງກອນຫາທ້າຍເດືອນກຸມພາປີ 2018.

ສະນັ້ນ, ໃນວັນທີ 8 ມັງກອນ 2018 ທີ່ກະຊວງການເງິນ ຈິ່ງໄດ້ຈັດກອງປະຊຸມຊີ້ນຳການເດີນສຳຫລວດຫົວໜ່ວຍທຸລະກິດຢູ່ 4 ເມືອງໃນນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີຫົວໜ້າສູນສະຖິຕິແຫ່ງຊາດ, ຮອງລັດຖະມົນຕີກະຊວງການເງິນ, ຮອງເຈົ້າຄອງນະຄອນຫລວງ, ຫົວໜ້າກົມ, ຫົວໜ້າພະແນກການເງິນນະຄອນຫຼວງ, ເຈົ້າເມືອງ, ຮອງເຈົ້າ ເມືອງ ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ: ໂຄງການເດີນສໍາຫລວດຫົວໜ່ວຍທຸລະກິດຢູ່ 4 ເມືອງໃນນະຄອນຫລວງວຽງຈັນຄື: ເມືອງຈັນທະບູລີ, ເມືອງສີສັດຕະນາກ, ເມືອງ ສີໂຄດຕະບອງ ແລະ ເມືອງໄຊເສດຖາ ແມ່ນໂຄງການສໍາຫລວດເກັບກຳຂໍ້ມູນທີ່ສໍາຄັນ ແລະ ຖືເປັນໂຄງການໂຕແບບຂອງລັດຖະບານໃນການເພີ່ມຄວາມໂປ່ງໃສ ແລະ ອັດການຮົ່ວໄຫລຂອງລາຍຮັບ,  ຫັນເອົາລະບົບຂໍ້ມູນຖານລາຍຮັບເຂົ້າສູ່ການຄຸ້ມຄອງດ້ວຍເຄື່ອງມືທັນສະໄໝ ສາມາດເຊື່ອມໂຍງກັນໄດ້ໃນຂອບເຂດທົ່ວປະເທດ ແລະ ຫັນເອົາການຊຳລະພັນທະພາສີ-ອາກອນ ແລະ ຄ່າທຳນຽມຕ່າງໆຜ່ານລະບົບທະນາຄານ.

ທ່ານ ຮອງນາຍົກລັດຖະມົນຕີ ເນັ້ນຕື່ມວ່າ: ການສຳຫລວດເກັບກຳຫົວໜ່ວຍທຸລະກິດຕົວຈິງໃຫ້ຄົບຖ້ວນ ແລະ ຖືກຕ້ອງສອດຄ່ອງກັບຄວາມເປັນຈິງໃນເງື່ອນໄຂການຂະຫຍາຍຕົວຂອງເສດຖະກິດໃນປັດຈຸບັນ, ເປັນການເກັບກຳຖານຂໍ້ມູນເພື່ອສືບຕໍ່ພັດທະນາລະບົບການຊຳລະພັນທະອາກອນ ແລະ ຄ່າທຳນຽມຕ່າງໆ ຜ່ານລະບົບທະ ນາຄານໃຫ້ສົມບູນໃນອະນາຄົດ  ທັງເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 40/ນຍ, ລົງວັນທີ 29 ກັນຍາ 2016 ກ່ຽວກັບການລົງເກັບກຳ ແລະ ສຳຫລວດຖານລາຍຮັບງົບປະມານຄືນໃໝ່ໃນຂອບເຂດທົ່ວປະເທດໃຫ້ສໍາເລັດຜົນ.

ສຳລັບການເດີນສຳຫລວດຕົວຈິງ ຄາດວ່າຈະໄດ້ເລີ່ມຈັດຕັ້ງປະຕິບັດໃນກາງເດືອນມັງກອນ (ວັນທີ 15 ມັງ ກອນ) ຫາທ້າຍເດືອນກຸມພາປີ 2018 ໂດຍຈະມີຄະນະຮັບຜິດຊອບເດີນສຳຫລວດທີ່ມາຈາກພາກສ່ວນຕ່າງໆທີ່ກ່ຽວ ຂ້ອງ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາບັນດາທ່ານພ້ອມຈິດພ້ອມໃຈກັນຈັດຕັ້ງປະຕິບັດການເດີນສຳຫລວດໃນຄັ້ງນີ້ໃຫ້ປະ ສົບຜົນສຳເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ຮຽກຮ້ອງມາຍັງໃຫ້ອຳນາດການປົກຄອງຂອງນະຄອນ ຫລວງວຽງຈັນກໍ່ຄື 4 ເມືອງໃນຈົ່ງໃຫ້ການຮ່ວມມືຊຸກຢູ່ຊ່ວຍເຫລືອດ້ວຍການແຈ້ງໃຫ້ບັນດາບ້ານ ແລະ ຜູ້ປະກອບການ, ຫົວໜ່ວຍທຸລະກິດຮັບຮູ້ ແລະ ໃຫ້ຄວາມຮ່ວມມືໃນການເດີນສຳຫລວດຄັ້ງນີ້.


ແຫລ່ງຂ່າວຈາກກະຊວງການເງິນ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.