LU03

ປິ່ງປ່ອງ ຊີງຂັນລັດຖະມົນຕີ ສສກ ຄັດເລືອກນັກກິລາບັນຈຸທີມຊາດ ຈະເປີດສາກທ້າຍເດືອນນີ້


   ສະຫະພັນກິລາປິ່ງປ໋ອງແຫ່ງຊາດ ກຽມຈັດການແຂ່ງຂັນກິລາປິ່ງປ່ອງ ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໃນທ້າຍເດືອນມັງກອນ.

    ໜັງສືພິມ ເສດຖະກິດ-ການຄ້າ ລາຍງານຂ່າວເມື່ອບໍ່ດົນນີ້ວ່່າ: ທ່ານ ນາງ ດາລາວອນ ມະນີຈັນ ຜູ້ຊ່ວຍເລຂາສະຫະພັນກິລາປິ່ງປ່ອງແຫ່ງຊາດ ເປີດເຜີຍວ່າ: ຄະນະສະຫະພັນກິລາປິ່ງປ່ອງແຫ່ງຊາດ ກຽມຈັດການແຂ່ງຂັນກິລາປິ່ງປ່ອງ ຊີງຂັນທ່ານລັດຖະມົນຕີ ກະຊວງ ສສກ ໃນລະຫວ່າງວັນທີ 26-28 ມັງກອນນີ້ ທີ່ສະໂມສອນ ລ້ານຊ້າງ ອິນດໍ ນະຄອນຫລວງວຽງຈັນ ເພື່ອເປັນການຄັດເລືອກເອົານັກກິລາທີ່ມີຄວາມສາມາດ ແລະ ພອນສະຫວັນດີເດັ່ນ ບັນຈຸເຂົ້າເປັນນັກກິລາທີມຊາດ ພ້ອມທັງເປັນການທົດສອບນັກກິລາ ທີ່ນອນໃນເປົ້າໝາຍເຂົ້າຮ່ວມການແຂ່ງຂັນລາຍການຕ່າງໆທັງພາຍໃນ, ພາກພື້ນ ແລະ ສາກົນ.

   ສໍາລັບການແຂ່ງຂັນຄັ້ງນີ້ ໄດ້ເຮັດໜັງສືແຈ້ງເຊີນໃຫ້ບັນດາສະໂມສອນທົ່ວປະເທດເຂົ້າຮ່ວມ, ໂດຍຄາດວ່າຈະມີນັກກິລາ ຈາກ 5 ແຂວງ ແລະ 10 ສະໂມສອນທົ່ວປະເທດ ເຂົ້າຮ່ວມຊີງໄຊຄວາມເປັນໜຶ່ງ. ເຊິ່ງການແຂ່ງຂັນດັ່ງກ່າວ ແມ່ນກຳນົດຊີງໄຊກັນທັງໝົດ 4 ຮຸ່ນຄື: ຮຸ່ນອາຍຸ 13 ປີ, 18 ປີ, ທົ່ວໄປ ແລະ ອາວຸໂສ ຍິງ+ຊາຍ, ສ່ວນຮູບແບບການແຂ່ງຂັນແມ່ນລະບົບແບ່ງສາຍຕີໝູນວຽນ ໂດຍນໍາໃຊ້ລະບົບ ABC ຊະນະ 3 ໃນ 5 ເກມ.

   ສ່ວນລາງວັນ ອັນດັບ 1 ອາຍຸ 13 ປີ ຈະໄດ້ຂັນລາງວັນພ້ອມດ້ວຍເງິນສົດ 2 ລ້ານກີບ, ອັນດັບ 2 ຈະໄດ້ຮັບເງິນສົດ 1,5 ລ້ານກີບ, ອັນດັບ 3 ຈະໄດ້ຮັບເງິນສົດ 1,2 ລ້ານກີບ. ຂະນະທີ່ຮຸ່ນອາຍຸ 18 ປີ ແລະ ຮຸ່ນທົ່ວໄປ ແມ່ນໄດ້ເທົ່າກັນ ລາງວັນທີ 1 ຈະໄດ້ຮັບຂັນ ພ້ອມເງິນສົດ 1,5 ລ້ານກີບ, ອັນດັບ 2 ຈະໄດ້ຮັບເງິນສົດ 1,2 ລ້ານກີບ ແລະ ອັນດັບ 3 ຈະໄດ້ຮັບເງິນສົດ 9 ແສນກີບ. ຂະນະທີ່ ຮຸ່ນ ອາວຸໂສ ອັນດັບ 1 ຈະໄດ້ຮັບຂັນ ພ້ອມເງິນສົດ 1,2 ລ້ານກີບ, ອັນດັບ 2 ຈະໄດ້ຮັບເງິນສົດ 1 ລ້ານກີບ ແລະ ອັນດັບ 3 ຈະໄດ້ຮັບເງິນສົດ 8 ແສນກີບ.





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About larmkp

0 comments:

Post a Comment

Powered by Blogger.