1624

ພົບຮັກທີ່ກູ້ໄພ ໃຈມັກເພາະມິເມດຕາ




ຜ່ານມາຂ່າວຈາກໜ່ວຍກູ້ໄພເປັນເລື່ອງໂສກເສົ້າໜ້າເຫັນໃຈ ແຕ່ມື້ນີ້ມີຂ່າວມົງຄຸນໜຸ່ມສາວກູ້ໄພຈາກສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ກຳລັງຈູງແຂນກັນເຂົ້າປະຕູວິວາແລ້ວ ພາຍຫຼັງທີ່ທັງສອງໄດ້ສຶກສາດູໃຈ, ໄດ້ຜ່ານຮ້ອນຜ່ານໜາວມານຳກັນດົນເຖິງ 3 ປີປາຍໃນການຊ່ວຍເຫຼືອສັງຄົມ.



ຄູ່ບ່າວສາວປ້າຍແດງທີ່ວ່ານັ້ນກໍ່ຄື ທ້າວສົມເພັດ ສຸລິຍະບັນດິດ ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກັບນາງ ຫັດສະດີ ສີດາວົງ ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທັງສອງໄດ້ມາເຮັດວຽກເປັນອາສາສະໝັກຊ່ວຍເຫຼືອສັງຄົມຢູ່ໜ່ວຍກູ້ໄພ 1624 ແລະໄດ້ອອກວຽກຮ່ວມກັນຫຼາຍຕໍ່ຫຼາຍຄັ້ງຈົນເກີດມີຄວາມເຂົ້າອົກເຂົ້າໃຈ ແລະເລີ່ມຮັກມັກກັນແບບຊູ້ສາວຈົນຮອດມື້ນີ້ ແລະຄິດວ່ານີ້ແລຄູ່ແທ້ຂອງກັນແລະກັນ ຈິ່ງຕົກລົງກັນກ້າວສູ່ປະຕູວິວາໃນວັນທີ 12 ມັງກອນ 2018 ນີ້ ຂໍສະແດງຄວາມຍິນດີນຳຫຼາຍໆເດີ!!!!



ທ້າວ ສົມເພັດ ເລົ່າສູ່ລາວອັບເດດຟັງວ່າ: ຍ້ອນເຫັນວ່າບ້ານເຮົາມີອຸປະຕິເຫດ ແລະເຫດການສຸກເສີນເກີດຂຶ້ນຫຼາຍ ຕົນເອງເປັນຄົນທີ່ມັກຊ່ວຍເຫຼືອຄົນຢູ່ແລ້ວຈິ່ງສະໝັກເຂົ້າມາຢູ່ໃນໜ່ວຍກູ້ໄພ 1624 ນັບແຕ່ວັນທີ 28 ພະຈິກ 2014 ຈົນເຖິງປະຈຸບັນ, ການມາເປັນກູ້ໄພຖືເປັນໂອກາດທີ່ສຸດໃຫ້ຕົນໄດ້ຮຽນຮູ້ການປະຖົມພະຍາບານຂັ້ນຕົ້ນ, ການຫ້າມເລືອດ, ໄດ້ຮຽນຮູ້ການນຳໃຊ້ອຸປະກອນຕ່າງໆທີ່ບໍ່ເຄີຍຮູ້ມາກ່ອນຈາກຫົວໜ້າ ແລະສາມາດຊ່ວຍຊີວິດຜູ້ຄົນຈຳນວນຫຼວງຫຼາຍ ພິເສດໄປກວ່ານັ້ນຄືກູ້ໄພໄດ້ພາຕົນມາພົບຮັກແທ້ຈິ່ງມີມື້ນີ້ວິນາທີສຳຄັນຂອງຊີວິດ. ພາຍຫຼັງແຕ່ງງານແລ້ວຍັງຈະສືບຕໍ່ເຮັດໜ້າທີ່ຊ່ວຍເຫຼືອສັງຄົມຕໍ່ໄປເລື້ອຍໆ.


ສ່ວນນາງຫັດສະດີ ມີອາຊີບເປັນຄູສອນ ນາງໄດ້ແບ່ງເວລານອກໂມງອອກມາເປັນອາສາກູ້ໄພຊ່ວຍເຫຼືອສັງຄົມຕາມຄວາມຮຽກຮ້ອງຕ້ອງການໃນແຕ່ລະວັນ ສາວຫັດສະດີບອກວ່າ ການມາເປັນອາສາກູ້ໄພໄດ້ເຮັດໃຫ້ຕົນໄດ້ປະສົບການຫຼາຍຢ່າງ ໄດ້ເພື່ອນມິດສະຫາຍທີ່ຈິງໃຈ, ໄດ້ຊ່ວຍຜູ້ຄົນມາກໜ້າຫຼາຍຕາ ແລະເຮັດຄວາມດີໂດຍການຊ່ວຍພວກເຂົາເຫຼົ່ານັ້ນໃຫ້ພົ້ນໄພ ພະຍາຍາມເທົ່າທີ່ເຮັດໄດ້ ຫຼັງຈາກແຕ່ງງານແລ້ວວຽກກູ້ໄພກໍ່ຍັງຈະເຮັດສືບຕໍ່ໄປ.


ອີກບໍ່ເທົ່າໃດວັນຂ້າງໜ້າກໍ່ຈະເຖິງງານວິວາຂອງທັງສອງ ທີມຂ່າວລາວອັບເດດຂໍອວຍພອນໃຫ້ທັງສອງຈົ່ງຮັກກັນໄປຕະຫຼອດເປັນຜົວແກ້ວເມຍທິບຈົນແກ່ເຖົ້າ.


ຊົມເຊີຍທັງສອງຄົນທີ່ມີນ້ຳໃຈດີງາມຊ່ວຍເຫຼືອສັງຄົມຕະຫຼອດມາເຖິງບໍ່ມີຫຍັງ ແຕ່ເຫື່ອແຮງ, ນ້ຳໃຈ ແລະມິດໄມຕີທີ່ມີຕໍ່ເພື່ອນມະນຸດດ້ວຍກັນນັ້ນຍິ່ງໃຫຍ່ກວ່າສິ່ງໃດແລ້ວ.







-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.