ສະພາແຫ່ງຊາດ

ທ່ານນາງ ປານີ ຢາທໍ່ຕູ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະປະຊາຊົນກຸ່ມຊົ່ງຈ່າ


ວັນທີ 8 ມັງກອນ 2018 ນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະ ປະຊາຊົນ ກຸ່ມຊົ່າຈ່າ ເມືອງນ້ຳບາກ  ແຂວງຫຼວງພະບາງໂດຍການ ຕ້ອນຮັບຂອງທ່ານ ຄຳວອນ ແກ້ວລຸນໜູນ ຮອງເຈົ້າເມືອງນ້ຳບາກ,ມີບັນດາຫົວໜ້າ-ຮອງຫົວໜ້າກຸ່ມ, ອົງການຈັດຕັ້ງບ້ານ ຕະຫຼອດຮອດປະຊາຊົນພາຍໃນກຸ່ມຊົ່ງຈ່າເຂົ້າຮ່ວມ.

ໂອກາດນີ້ ທ່ານ ຕົ່ງເຢັ່ງວື່ ຫົວໜ້າກຸ່ມຊົ່ງຈ່າ ໄດ້ລາຍງານສະພາບການພັດທະນາເສດຖະ ກິດ-ສັງຄົມ ຂອງກຸ່ມໃຫ້ທ່ານປະທານສະພາແຫ່ງຊາດໄດ້ຮັບຮູ້ວ່າ: ກຸ່ມຊົ່ງຈ່າ ຕັ້ງຢູ່ຫ່າງຈາກເມືອງນ້ຳບາກ 36 ກິໂລແມັດ, ປັດຈຸບັນທົ່ວກຸ່ມປະກອບມີ 2 ຊົນເຜົ່າຄື: ເຜົ່າມົ້ງ ແລະ ກຶມມຸ ມີ 7 ບ້ານ 684 ຄອບຄົວ ພົນລະເມືອງ 4,527 ຄົນ(ຍິງ 2.250 ຄົນ) ໃນນັ້ນ ເຜົ່າມົ້ງກວມເອົາ 70%, ມີສຸກສາລາ 1 ແຫ່ງ, ໂຮງຮຽນມັດທະຍົມຕອນຕົ້ນ 1 ແຫ່ງ, ປະຖົມ 7 ແຫ່ງ, ທົ່ວກຸ່ມມີເສັ້ນທາງເຂົ້າເຖິງ.

 ອາຊີບສ່ວນໃຫຍ່ຂອງປະຊາຊົນແມ່ນຍືດຖືເອົາການປູກຝັງ ແລະ ລ້ຽງສັດໃຫຍ່ເປັນຕົ້ນຕໍ ປັດຈຸບັນມີເຕົາຂ້າໝູ 2 ເຕົາ, ເຕົາອົບຊາແບບປະຖົມປະຖານ 3 ແຫ່ງ, ປະຊາຊົນບັນດາເຜົ່າພາຍໃນກຸ່ມແມ່ນມີຄວາມສາມັກຄີເປັນປຶກແຜ່ນ. ຜ່ານມາກຸ່ມຊົ່ງຈ່າໄດ້ຮັບທຶນຊ່ວຍເຫຼືອ 2 ໂຄງ ການຄື: ໂຄງການ ຕາບີ ແລະ ໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ.ຈາກສິ່ງທີ່ເອື້ອຍອຳນວຍ ໄດ້ເຮັດຊີວິດການເປັນຢູ່ຂອງປະຊາຊົນພາຍໃນກຸ່ມນັບມື້ນັບດີຂຶ້ນ

ໂອກາດນີ້ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ມີຄຳເຫັນໂອ້ລົມຕໍ່ການນຳຂອງເມືອງ ແລະ ປະຊາຊົນພາຍໃນກຸ່ມຊົ່ງຈ່າ ໂດຍໄດ້ເນັ້ນໜັກອຳນາດການປົກຄອງເມືອງນ້ຳບາກ ເປັນເຈົ້າການສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ແນ່ໃສ່ເຮັດໃຫ້ປະຊາຊົນບັນດາເຜົ່າຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ສືບຕໍ່ຊຸກຍູ້ສົ່ງເສີມການປູກ-ການລ້ຽງ ຂອງປະຊາຊາຊົນ ພາຍໃນກຸ່ມໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດ, ບັນຫາການການສຶກສາ, ສາສະໜາ ແລະ ອື່ນໆຢ່າງເຂັ້ມງວດ. ພ້ອມນີ້ ຕ້ອງເປັນເຈົ້າການເຕົ້າໂຮມຄວາມສາມັກຄີ ຕິດພັນກັບການແກ້ໄຂ ແລະ ຊຸກຍູ້ສົ່ງເສີມຄອບຄົວທຸກຍາກ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.ເວລາຕໍ່ມາປະທານສະພາກໍໄດ້ໄປຢ້ຽມຢາມເຮືອນເຕົາອົບຊາຂອງປະຊາຊົນ ແລະ ສຸກສາລາບ້ານຊົ່ງຈ່າ ໃນນີ້ທ່ານ ນາງ ປານີ ຢ່າທໍ່ຕູ້ ກໍໄດ້ເນັ້ນໃຫ້ເອົາໃຈໃສ່ສຸຂະພາບຂອງປະຊາຊົນເປັນຫຼັກ ພ້ອມທັງປັບປຸງອຸປະກອນການແພດ ແລະ ສະຖານທີ່ໃຫ້ສະອາດຢູ່ສະເໝີ.


ແຫລ່ງທີ່ມາຈາກໜັງສືພິມ ປະຊາຊົນ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.