ການສຶກສາ

ກະຊວງສຶກສາ ຈະສ້າງເງື່ອນໄຂ ໃຫ້ນັກຮຽນດີ ນັກຮຽນເກັ່ງ ໄດ້ເຂົ້າຮຽນຕໍ່ສາຍອາຊີວະສຶກສາ ແລະ ວິຊາຊີບຫຼາຍຂຶ້ນ


ໃນປີ2018ນີ້ ກະຊວງສຶກສາທິການແລະກີລາໄດ້ວາງຄາດໝາຍ ສົ່ງເສີມ, ສ້າງເງື່ອນໄຂ ໃຫ້ນັກຮຽນດີ-ນັກຮຽນເກັ່ງ ທີ່ຮຽນຈົບຊັ້ນມັດທະຍົມຕອນຕົ້ນ ໃຫ້ໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ວິຊາຊີບເພີ່ມຂຶ້ນ; ພ້ອມນັ້ນສືບຕໍ່ຄົ້ນຄວ້ານະໂຍບາຍ ແລະ ວິທີການທີ່ເໝາະສົມເພື່ອຊຸກຍູ້ສົ່ງເສີມນັກຮຽນເຂົ້າຮຽນໃນສາຍອາຊີວະສຶກສາໃຫ້ຫຼາຍຂຶ້ນ

ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2017 ເລກທີ 397/ນຍ ນະຄອນຫຼວງວຽງຈັນ, ວັນທີ 22 ທັນວາ 2017 ໄດ້ມອບໃຫ້ ກະຊວງສຶກສາທິການ ແລະ ກິລາ.

ສືບຕໍ່ພັດທະນາຊັບພະຍາກອມະນຸດໃຫ້ມີຄຸນສົມບັດ, ມີຄວາມຮູ້, ຄວາມສາມາດ ແລະ ຊຳນານງານ ເພື່ອຮອງຮັບການສະໜອງໃຫ້ແກ່ການພັດທະນາເສດຖະກິ-ສັງຄົມ: ສືບຕໍ່ສົ່ງເສີມຂະຫຍາຍການຮຽນຂອງເດັກກ່ອນໄວຮຽນສະເລ່ຍທົ່ວປະເທດເພີ່ມຈາກ 74,46% ໃຫ້ບັນລຸໄດ້ 76%, ສູ້ຊົນໃຫ້ຈຳນວນເມືອງທີ່ບັນລຸອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ສູງກວ່າ 60% ເພີ່ມຈາກ 116 ເມືອງ ເປັນ 122 ເມືອງ ຄຽງຄູ່ກັບການເອົາໃຈໃສ່ປັບປຸງຄຸນນະພາບການຮຽນ-ການສອນໃນຊັ້ນປະຖົມສຶກສາໂດຍເນັ້ນໃສ່ປັບປຸງການສອນທັກສະການອ່ານ, ການຂຽນ ແລະ ການຄິດໄລ່ເລກຂັ້ນພື້ນຖານສຳລັບນັກຮຽນປະຖົມຂັ້ນຕົ້ນ.
ສຸມໃສ່ການປັບປຸງສະພາບແວດລ້ອມຂອງໂຮງຮຽນ ພ້ອມທັງເອົາໃຈໃສ່ສະໜອງຫໍພັກນັກຮຽນ ແລະ ຄູສອນໃຫ້ບັນດາໂຮງຮຽນມັດທະຍົມໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ແລະ ເຂດຈຸດສຸພັດທະນາຂອງລັດຖະບານ ເພື່ອແນໃສ່ຫຼຸດຜ່ອນການປະລະການຮຽນໂດຍສະເພາະນັກຮຽນ ຊັ້ນປໍ 1 ໃຫ້ຫຼຸດລົງຈາກ 6,9% ຍັງເຫຼືອ 6,5% ແລະ ເພີ່ມອັດຕາເຂົ້າຮຽນໃໝ່ສຸດທິຊັ້ນປະຖົມສຶກສາເພີ່ມຈາກ 97,6% ໃຫ້ບັນລຸໄດ້ 98%.

ສູ້ຊົນເຮັດອັດຕາການເຂົ້າຮຽນ, ການປະລະການຮຽນ ແລະ ອັດຕາການຄ້າງຫ້ອງ ຂອງນັກຮຽນຊັ້ນປະຖົມ, ມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ ບັນລຸໄດ້ຕາມແຜນທີ່ກຳນົດໄວ້ໃນມະຕິສະພາແຫ່ງຊາດ.
ສູ້ຊົນໃຫ້ຈຳນວນເມືອງທີ່ບັນລຸອັດຕາການເຂົ້າຮຽນລວມໃໝ່ຊັ້ນ ປໍ 5 ສູງກວ່າ 95% ເພີ່ມຈາກ 134 ເມືອງ ເປັນ 138 ເມືອງ.
ສູ້ຊົນໃຫ້ຈຳນວນແຂວງທີ່ບັນລຸອັດຕາການເຂົ້າຮຽນລວມຊັ້ນ ມໍ 4 ຂອງນັກຮຽນຍິງສູງກວ່າ 70% ເພີ່ມຈາກ 10 ແຂວງ ເປັນ 12 ແຂວງ.
ສົ່ງເສີມ, ສ້າງເງື່ອນໄຂ ໃຫ້ນັກຮຽນດີ-ນັກຮຽນເກັ່ງ ທີ່ຮຽນຈົບຊັ້ນມັດທະຍົມຕອນຕົ້ນ ໃຫ້ໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ວິຊາຊີບເພີ່ມຈາກຈາກ 2.2% ໃຫ້ບັນລຸໄດ້ 5% ແລະ ຮຽນຕໍ່ໃນລະດັບຕ່າງໆ ຈາກ 72% ໃຫ້ເພີ່ມຂຶ້ນ 80% ແລະ ໃນລະດັບການສຶກສາຊັ້ນສູງໃຫ້ເທົ່າທຽມກັນລະຫວ່າງເພດ ຍິງ-ຊາຍ ຄຽງຄູ່ກັບການຮັບປະກັນຄຸນນະພາບ ສົ່ງເສີມການສຶກສານອກໂຮງຮຽນ ແລະ ການຮຽນຮູ້ຕະຫຼອດຊີວິດ.

ສືບຕໍ່ຄົ້ນຄວ້ານະໂຍບາຍ ແລະ ວິທີການທີ່ເໝາະສົມເພື່ອຊຸກຍູ້ສົ່ງເສີມນັກຮຽນເຂົ້າຮຽນໃນສາຍອາຊີວະສຶກສາໃຫ້ຫຼາຍຂຶ້ນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານອາຊີວະສຶກສາ-ຝຶກອົບຮົມວິຊາຊີບ ເພື່ອສ້າງນາຍຊ່າງສີມື, ຊ່າງເຕັກນິກ, ນັກວິຊາການໃຫ້ພຽງພໍເພື່ອຕອບສະໜອງໄດ້ຕາມຄວາມຕ້ອງການຂອງສະຖານປະກອບການ ແລະ ການພັດທະນາ ເສດຖະກິດ-ສັງຄົມ; ສືບຕໍ່ຄົ້ນຄວ້າການສ້າງຕັ້ງກອງທຶນພັດທະນາການສຶກສາ, ກອງທຶນພັດທະນາອາຊີວະສຶກສາ ແລະ ກອງທຶນພັດທະນາກິລາເພື່ອນຳສະ  ເໜີລັດຖະບານອະນຸມັດ.

ສ້າງນິຕິກຳ ແລະ ລະບຽບໃນການບັນຈຸ, ສັບຊ້ອນຄູໃຫ້ເປັນລະບົບ ແລະ ຮັດກຸມລວມທັງນະໂຍບາຍໃນການສົ່ງເສີມຄູໄປສິດສອນຢູ່ບ່ອນທີ່ຂາດເຂີນຄູ. ພ້ອມກັນນັ້ນກໍ່ສ້າງເຄື່ອງມື ເພື່ອປະເມີນການເຮັດວຽກຂອງຄູອາສາສະໝັກ ເພື່ອບັນຈຸເຂົ້າເປັນລັດຖະກອນຄູໂດຍໃຫ້ບູລິມະສິດ ຜູ້ທີ່ປະຕິບັດໜ້າທີ່ຫຼາຍປີ, ໄດ້ມາດຕະຖານ ແລະ ສອນຖືກວິຊາທີ່ທ້ອງຖິ່ນມີຄວາມຕ້ອງການແທ້.

ຮຽບຮຽງຈາກຫນັງສືພິມ ເສດຖະກິດ ການຄ້າ
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.