ໄຊຍະບູລີ

ບຸນກອງເຂົ້າໃຫຍ່ ເມືອງພຽງ ອີກຫນຶ່ງລາຍການສົ່ງເສີມການທ່ອງທ່ຽວທີ່ຫນ້າສົນໃຈ (ມີວີດີໂອ)


ໃນ​ວັນ​ທີ 09 ມັງກອນ 2018 ທີ່​​ເມືອງພຽງ ​ແຂວງ​ໄຊ​ຍະ​ບູລີ, ໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2018 ແລະ ງານ​ເທດສະການ​ບຸນ​ກອງ​ເຂົ້າ​ໃຫຍ່ ຂອງແຂວງດັ່ງກ່າວຂຶ້ນ, ໂດຍການ ໃຫ້ກຽດລັ່ນຄ້ອງ 9 ບາດ ເປີດງານຂອງທ່ານ ສອນ​ໄຊ​ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ທັງເປັນປະທານຊີ້ນໍາຈັດງານປີທ່ອງທ່ຽວລາວ 2018 ລະດັບຊາດ, ​ເຊິ່ງມີ ທ່ານ ພົງ​ສະຫວັນ ສິດ​ທະ​ວົງ ​ເຈົ້າ​ແຂວງໆ​ໄຊຍະ​ບູລີ, ມີ​ບັນດາ​ຄະນະ​ພັກ-ຄະນະ​ນຳ​ແຂວງ​, ບັນດາຜູ້ຕາງໜ້າຈາກ ແຂວງອ້ອມຂ້າງ, ກະຊວງ-ກົມກອງທີ່ກ່ຽວຂ້ອງ, ​ແຂກ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ພ້ອມ​ດ້ວຍພໍ່ແມ່ປະຊາຊົນຊາວ​ເມືອງ​ພຽງ ​ແລະ ບັນດາ​ເມືອງ​ອ້ອມ​ຂ້າງແຂວງ​ໄຊ​ຍະ​ບູລີ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.




​ສຳລັບ​ການຈັດ​ງານ​ໃນ​ປີນີ້, ​ແມ່ນ​ຈັດ​ຂຶ້ນ ​ໃນ​ລະຫວ່າງ​ວັນ​ທີ 8-12 ມັງກອນ 2018 ປະກອບ​ດ້ວຍ​ມີຫລາຍກິດຈະກຳ ​ເຊັ່ນ: ການ​ປະກາດ​ຮັບຮອງ​ກົມ​ກອງ​ວັດທະນະທຳ, ຂະ​ບວນ​ແຮ່​ເຂົ້າ​ເປືອກ​ເຂົ້າສານ ພ້ອມ​ດ້ວຍ​ກ້ອນ​ກຳລັງ​ມວນ​ຊົນ-ນັກຮຽນ ຈຳນວນ 27 ກ້ອນ​ກຳລັງ, ກັນ​ທຳ, ຜ້າປ່າ​ສາມັກຄີ, ພິທີ​ສູດ​ຂວັນ​ເຂົ້າ, ການ​ປະ​ກວດ​ທິດາ​ກອງ​ເຂົ້າ​ໃຫຍ່, ການສະ​ແດງ​ສິລະ​ປະ​ວັນນະຄະດີ, ການ​ແຂ່ງຂັນ​ນັກ​ຮ້ອງ​ສຽງດີ, ການ​ແຂ່ງຂັນ​ກິລາ​ພື້ນ​ເມືອງ, ການ​ປະ​ກວດ​ອາຫານ​ພື້ນ​ເມືອງ, ທ່ອງ​ທ່ຽວວັດທະນະທຳ​ກອງ​ເຂົ້າ​ໃຫຍ່, ວິຖີ​ການ​ດຳລົງ​ຊີວິດ​ຂອງ​ຄົນ​ປ່າ, ການ​ຕຳ​ເຂົ້າ-ຟາດ​ເຂົ້າ​ແບບ​ພື້ນ​ເມືອງ ​ແລະ ການ​ຕັກບາດ​ຖວາຍ​ສັງຂະ​ທານ.



  ນອກ​ນີ້, ຍັງ​​ໄດ້​ຈັດ​ງານ​ວາງສະ​ແດງ ​ແລະ ຈຳໜ່າຍສິນຄ້າຂອງ​ປະຊາຊົນ​ຊາວ​ເມືອງ​ພຽງ, ສິນຄ້າ 1 ​ເມືອງ 1 ຜະລິດ​ຕະພັນ (ODOP) ຂອງ​ເມືອງ​ພຽງ, ການວາງສະ​ແດງ​ຂອງ​ຫ້ອງການ​ຕ່າງໆ ​ແລະ ສິນຄ້າ ODOP ຈາກ​ບັນດາ​ແຂວງ​ອ້ອມ​ຂ້າງ, ຈາກ ສສ ຫວຽດນາມ ​ແລະ ຣາຊະ​ອານາຈັກ​ໄທ ລວມ​ເກືອບ 100 ຫ້ອງ​ວາງສະ​ແດງ









-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About Laos Postcard - Noy

0 comments:

Post a Comment

Powered by Blogger.