LU03

ຕົບມືໃຫ້ເລີຍ! ນັກເຕະອາຊຽນ ສ້າງສະຖິຕິຮັບຄ່າຕົວສູງສຸດຂອງ OHL ທີມໃນປະເທດເບລຢຽມ


   ເປັນທາງການສໍາລັບ ກະວິນ ທໍາສັດຈານັນ ຜູ້ຮັກສາປະຕູມື 1 ຂອງທີມຊາດໄທ ຍ້າຍໄປຮ່ວມກັບທີມ ເອົາ ເຮເວີລີ ເລີເວນ ( OHL ) ທີມໃນເຟິສ ດິວິຊັນ ບີ ຂອງປະເທດເບລຊິກ ເປັນທີ່ຮຽບຮ້ອຍ ໂດຍຄ່າຕົວຂອງລາວ ສູງສຸດຂອງສະໂມສອນດັ່ງກ່າວ.

   ທ່ານ ໄອຍະວັນ ສຣີວັນນະປຣະກາ ຮອງປະທານສະໂຖມສອນ ເອົາ ເຮເວີເລ ແລະ ຮອງປະທານສະໂມສອນ ເລັສເຕີ ຊິຕີ້ ລວມເຖິງ ທ່ານ ວະລັກ ໂຫຼທອງ ປະທານສະໂມສອນ ເອັສຊີຈີ ເມືອງທອງ ຢູໄນເຕັດ ພ້ອມດ້ວຍ ກະວິນ ຮ່ວມກັນຖະແຫຼ່ງຂ່າວເປີດຕົວທີ່ໄຮງແຮມ ພູລ ແມນ ຄິງ ພາເວີ ເມື່ອຕອນບ່າຍຂອງວັນທີ 10 ມັງກອນ 2018 ໂດຍ ກະວິນ ຈະຍ້າຍໄປຮ່ວມທີມ OHL ທັນທີ ພ້ອມໃສ່ເສື້ອໝາຍເລກ 16.

   ສໍາລັບ ກະວິນ ເປັນຜູ້ຮັກສາປະຕູທີ່ໃຫຍ່ມາກັບສະໂມສອນ ເມືອງທອງ ຢູໄນເຕັດ, ໂດຍມາຫຼິ້ນໃຫ້ກັບທີມເມື່ອປີ 2008 ກ່ອນຈະກາຍເປັນມື 1 ຂອງທີມໄດ້ຢ່າງໄວວາ ໂດຍສາມາດພາທີມຄວ້າແຊັມ ໄທລີກ ໄດ້ເຖິງ 4 ສະໄໝ ລວມທັງລີກຄັບ ອີກ 2 ສະໄໝ.

   ສ່ວນຜົນງານຂອງຜູ້ຮັກສາດປະຕູອາຍຸ 28 ປີຄົນດັ່ງກ່າວກັບ ທີມຊາດໄທ ລາວລົງຫຼິ້ນໃຫ້ກັບທີມຊຸດແຊັມ ຊີເກມ 2013 ແລະ ແຊັມ ເອເອັຟເອັຟ ຊູຊູກິ ຄັບ 2014 ແລະ 2016.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About larmkp

0 comments:

Post a Comment

Powered by Blogger.