LU02

ຢຸດຊົ່ວຄາວການຂົນສົ່ງຂີ້ເທົ່າລອຍຕາມທາງຫຼວງແຫ່ງຊາດ 4A



  ຂີ້ເທົ່າລອຍທີ່ໄດ້ຈາກຂະບວນການຜະລິດກະແສໄຟຟ້າຈາກຖ່ານຫີນລິກໄນ ຂອງໂຮງງານຄວາມຮ້ອນໄຟຟ້າຫົງສາ ຢູ່ໄຊຍະບູລີ ຈາກລະບົບເກັບກັກຝຸ່ນອາຍເຜົາໄໝ້ ຂອງຖ່ານຫີນໃນເຕົາ ເພື່ອເປັນວັດສະດຸ ສ່ວນປະສົມເຂົ້າໃນການຜະລິດຊີມັງ ຊຶ່ງຜ່ານມາໄດ້ອາໄສເສັ້ນທາງ 4A ຂົນສົ່ງຈາກຫົງສາມາຍັງໄຊຍະບູລີ ແຕ່ເນື່ອງຈາກຕອນນີ້ເສັ້ນທາງເກີດການເປ່ເພ ດັ່ງນັ້ນ, ລັດວິສາຫະກິດຖືຮຸ້ນລາວ ຈິ່ງແຈ້ງການໃຫ້ຢຸດຕິຊົ່ວຄາວຈົນກວ່າເສັ້ນທາງຈະໄດ້ຮັບການສ້ອມແປງສຳເລັດກ່ອນ.



ຂີ້ເຖົ່າລອຍອາດເປັນັບຫນາໃໝ່ສຳລັບຫຼາຍຄົນ ພໍດີມື້ນີ້ມີແຈ້ງການແດ່ ແອັດມິນໂປ່ງຈິ່ງເອົາຂໍ້ມູນຂ່າວໆມານຳສະເໜີທ່ານຜູ້ອ່ານເພື່ອໄດ້ຮູ້ເປັນຂໍ້ມູນພື້ນຖານ ຄວາມຈິງຂີ້ເຖົ່າລອຍປະເທດອື່ນແມ່ນໃຊ້ເວລາຫຼາຍປີແລ້ວ ແຕ່ບ້ານເຮົາຫາກໍ່ມີບໍ່ເທົ່າໃດປີມານີ້ ໃນຂີ້ເທົ່າລອຍຈະຊ່ວຍເພີ່ມຄວາມແຂງແກ່ນ, ທົນທານໃນການຜະລິດເບຕົງ ແລະເປັນອົງປະກອບເພີ່ມຄວາມໜຽວຂອງຊີມັງປະສົມໃນການກໍ່-ໂບກ, ຕິດລ່ຽມ ແລະປູນປະທາຍ, ເປັນສ່ວນປະກອບໃນການ ແຂງໂຕ ແລະເພີ່ມຄວາມໝັ້ນຄົງຂອງອາຄານ ແລະໂຄງການກໍ່ສ້າງຕ່າງໆ ລວມທັງເປັນອົງປະກອບໃນຊັ້ນພື້ນທາງ, ຊັ້ນຮອງພື້ນທາງ ແລະປູໜ້າທາງ, ເປັນສ່ວນປະສົມສຳຄັນຂອງເບຕົງບົດອັດແໜ້ນ ເພື່ອກໍ່ສ້າງເຂື່ອນ, ໃຊ້ໃນອຸດສາ ຫະກຳການຜະລິດດິນຈີ່, ກະເບື້ອງມຸງ ຫຼັງຄາ ແລະວັດສະດຸຮັບໃຊ້ການກໍ່ສ້າງອື່ນໆ.
   




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About see

0 comments:

Post a Comment

Powered by Blogger.