ການເງິນ

ທ່ານ ສັນຕິພາບ ພົມວິຫານ ມອບເອງກັບມືເງິນອຸດໜູນຜູ້ມີຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດ


ໃນວັນທີ 5 ມັງກອນ 2018 ນີ້, ທີ່ສະໂມສອນພະແນກແຜນການ ແລະການລົງທຶນແຂວງສະຫວັນນະເຂດໄດ້ຈັດພິທີມອບເງິນອຸດໜູນໃຫ້ແກ່ບຸກຄົນຜູ້ທີ່ມີຜົນງານ ແລະຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕໃນໄລຍະຜ່ານມາ. ໃຫ້ກຽດມອບໂດຍທານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ເຂົ້າຮ່ວມໃນພິທີຄັ້ງນີ້ຍັງມີທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມຂັ້ນແຂວງ ແລະທ່ານ ບຸນລົບ ໂຄດຫຼັກຄຳ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ ພ້ອມດ້ວຍພະນັກງານປະຕິວັດອາວຸໂສ, ຍາດພີ່ນ້ອງນັກຮົບປະຕິວັດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ອີງໃສ່ດຳລັດວ່າດ້ວຍການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະຄຸນງາມຄວາມດີໃນການພາ ລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ເລກທີ 272/ລບ, ລົງວັນທີ 16 ກັນຍາ 2015 ເຊິ່ງໃນປີ 2017 ນີ້, ແຂວງສະຫວັນນະເຂດ ໄດ້ມອບເງິນອຸດໜູນໃຫ້ຜູ້ທີ່ເສຍຊີວິດໃນການປະຕິບັດພາລະກິດປະຕິວັດຊາດ ປະຊາທິປະໄຕ ຈຳນວນ 28 ທ່ານ ເປັນເງິນທັງໝົດ 600 ລ້ານກວ່າກີບ, ປະຕິບັດເງິນນະໂຍບາຍປ່ຽນແທນໂກຕ້າລົດອະນຸມັດໃຫ້ 26 ທ່ານ ລວມເປັນເງິນທັງໝົດ 1 ຕື້ 8 ຮ້ອຍລ້ານກວ່າກີບ ແລະອະນຸມັດເງິນສົມທົບປຸກສ້າງໃຫ້ຈຳນວນ 9 ທ່ານ ເປັນເງິນທັງໝົດ 270 ລ້ານກີບ.

ໃຫ້ກຽດມອບເງິນຈຳນວນດັ່ງກ່າວໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ຂຶ້ນມອບໃຫ້ຢ່າງສົມກຽດ./





-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.