4-6 ອົງສາ

ອາກາດຈະສືບຕໍ່ເຢັນລົງ 4-6 ອົງສາ




ກົມອຸຕຸນິຍົມ ແລະອຸທົກກະສາດລາຍງານວ່າ ເນື່ອງຈາກມວນອາກາດໜາວເຢັນຈາກປະເທດຈີນ ຈະມີກຳລັງເພີ່ມແຮງຂຶ້ນ ແລະສືບຕໍ່ແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກສ່ຽວເໜືອທີ່ກຳລັງພັດແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດ ສະນັ້ນ ໃນລະຫວ່າງວັນທີ 10-15 ມັງກອນ 2018 ນີ້ອຸນຫະພຸມຈະເຢັນລົງ 4-6 ອົງສາຢູ່ບັນດາແຂວງພາກເໜືອ ພ້ອມມີຝົນຕົກກະຈາຍ ແລະມີລົມພັດແຮງຢູ່ບາງທ້ອງຖິ່ນ ໂດຍສະເພາະເຂດພູດອຍ ບັນດາແຂວງພາກເໜືອທີ່ແຂວງໄຊສົມບຸນ, ເມືອງດັກຈຶງ, ພູພຽງບໍລະເວນອາກາດຈະໜາວເຢັນຫຼາຍ.



ສະນັ້ນເພື່ອຄວາມປອດໄພຂອງສຸຂະພາບຈິ່ງແຈ້ງເຕືອນມາຍັງພໍ່ແມ່ປະຊາຊົນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບອາກາດ ຊຶ່ງອາດສົ່ງຜົນຕໍ່ສຸຂະພາບໄດ້ ເປັນຕົ້ນແມ່ນເດັກນ້ອຍ ແລະຜູ້ເຖົ້າ ຕ້ອງຫາເຄື່ອງກັນໜາວນຸ່ງເຮັດໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ ໃນເວລາດຽວກັນໃຫ້ຕິດຕາມຂ່າວພະຍາກອນອາກາດ ແລະການວັດລະດັບນ້ຳຈາກກົມອຸຕຸນິຍົມ ແລະອຸທົກກະສາດຢ່າງໃກ້ຊິດ.



ໂດຍພະຍາກອນອາກາດແຕ່ເວລາ 12 ໂມງ ຂອງວັນທີ 10 ມັງກອນ ເຖິງ ເວລາ 12 ໂມງຂອງວັນທີ 11 ມັງກອນ 2018 ດັ່ງນີ້: ພາກເໜືອດ້ານຕາເວັນອອກ: ອາກາດຈະສືບຕໍ່ໜາວເຢັນລົງ 1-3 ອົງສາ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍເປັນບາງໂອກາດຢູ່ ແຂວຜົ້ງສາລີ ແລະ ຫົວພັນ ພ້ອມມີລົມພັດແຮງຢູ່ແຂວງຊຽງຂວາງ. ອຸນຫະພູມຕ່ຳສຸດ 4 – 8 ອົງສາ ແລະ ສູງສຸດ 14-16 ອົງສາ.

ພາກເໜືອດ້ານຕາເວັນຕົກ: ອາກາດຈະໜາວເຢັນລົງຕື່ມອີກ ພ້ອມມີໝອກໜ້າປົກຫຸ້ມໃນຕອນເຊົ້າ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງອຸດົມໄຊ ແລະ ຫຼວງນ້ຳທາ. ອຸນຫະພູມຕ່ຳສຸດ 12-14 ອົງສາ ແລະ ສູງສຸດ 25-27 ອົງສາ.



ນະຄອນຫຼວງວຽງຈັນ: ມີເມກປົກຄຸມເປັນສ່ວນຫຼາຍ, ອາກາດສືບຕໍ່ເຢັນລົງ, ພ້ອມມີລົງພັດແຮງເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 15-17 ອົງສາ ແລະ ສູງສຸດ 25-27 ອົງສາ.
ພາກກາງ: ອາກາດເຢັນ ຫາ ໜາວເຢັນລົງ, ພ້ອມຈະມີຝົນຕົກກະຈາຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງເປັນບາງໂອກາດຢູ່ທົ່ວໄປ. ອຸນຫະພູມຕ່ຳສຸດ 15-17 ອົງສາ ແລະ ສູງສຸດ 25-27 ອົງສາ.
ແຂວງໄຊສົມບູນ: ອາກາດຈະໜາວຫຼາຍ ແລະ ຈະມີຝົນຕົກແຮງເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 13-15 ອົງສາ ແລະ ສູງສຸດ 17-19 ອົງສາ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About see

0 comments:

Post a Comment

Powered by Blogger.