ລັດຖະກອນ

ຮອງປະທານປະເທດ ເນັ້ນການບັນຈຸລັດຖະກອນໃໝ່ ຕ້ອງປະຕິບັດຕາມກົດໝາຍຢ່າງເຄັ່ງຄັດ


ກະຊວງ​ພາຍ​ໃນ ​ຈັດ​ກອງ​ປະຊຸມສະຫຼຸບ ແລະ ການຈັດຕັ້ງ​ປະຕິບັດ​ວຽກ​ງານ 3 ສ້າງ ປະຈຳ​ປີ 2017 ແລະ ທິດ​ທາງ​ແຜນການ​ປີ 2018 ຂຶ້ນ​ວັນ​ທີ 9-11 ມັງກອນ 2018 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ເປັນປະທານ​ຂອງ​ທ່ານ ຄຳ​ໝັ້ນ ສູນ​ວິເລີດ ລັດຖະມົນຕີ​ກະຊວງ​ພາຍໃນ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງທ່ານ ພັນ​ຄຳ ວິພາ​ວັນ ຮອງ​ປະທານ​ປະເທດ ມີ​ບັນດາ​ຮອງ​ລັດຖະ​ມົນຕີ ຜູ້ຕາງໜ້າ​ຈາກ​ກະຊວງອົງ​ການຈັດຕັ້ງ​ຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ.

ທ່ານ ທອງ​ຈັນ ມະນີ​ໄຊ ຮອງລັດຖະມົນຕີ​ກະຊວງ​ພາຍ​ໃນ ໄດ້ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ເຫັນ​ວ່າ ຕະຫຼອດ​ໄລຍະ 1 ປີຜ່ານມາ ກະຊວງ​ພາຍ​ໃນ​ໄດ້​ເອົາໃຈໃສ່​ຊີ້​ນຳ-ນຳພາ​ວຽກ​ງານ​ແຕ່​ລະ​ດ້ານ​ຢ່າງຕັ້ງໜ້າ ເປັນຕົ້ນ​ແມ່ນວຽກ​ງານການ​ປົກຄອງ ໂດຍ​ໄດ້​ປັບປຸງ​ພາລາ​ບົດບາດ​ຂອງ​ບາງ​ກະຊວງ​ທີ່​ມີລັກສະນະ​ຊ້ຳ​ຊ້ອນ ເຮັດ​ໃຫ້ການຈັດ​ຕັ້ງ​ມີ​ສະ​ເຖຍ​ລະ​ພາບ​ໂດຍ​ພື້ນຖານ.
 ຄົ້ນຄວ້າ​ນຳ​ສະເໜີ​ລັດ​ຖະບານ​ກ່ຽວ​ກັບ​ການ​ສ້າງຕັ້ງ​ນະຄອນ​ຫຼວງ​ພະ​ບາງ,ນະຄອນໄກສອນ ພົມວິຫານ, ນະຄອນ​ປາກເຊ ແລະ ກະກຽມ​ການ​ສ້າງຕັ້ງເທສະ​ບານ​ ສຳລັບ​ເມືອງ​ທີ່​ເປັນທີ່​ຕັ້ງ​ສຳນັກງານ​ປົກຄອງ​ແຂວງ ຄື: ແຂວງ​ບໍ​ລິ​ຄຳ​ໄຊ ຄຳ​ມ່ວນ ຫົວພັນ ແລະ ແຂວງ​ຫຼວງ​ນ້ຳ​ທາ.

 ສຳເລັດ​ການ​ສ້າງ​ຍຸດ​ທະ​ສາດ ວຽກ​ງານ​ຈົດ​ທະບຽນ ສະຖິຕິ​ພົນລະ​ເມືອງ ແລະ ການ​ສ້າງ​ຖານ​ຂໍ້ມູນ​ຄຸ້ມ​ຄອງ​ພົນລະເມືອງ ແລະ ຕິດ​ຕັ້ງ​ຢູ່ນະຄອນຫຼວງ​ວຽງ​ຈັນ ແຂວງ​ຫຼວງ​ພະ​ບາງ ແລະ ແຂວງຈຳປາ​ສັກ ເພື່ອ​ກຽມ​ເຮັດ​ທົດ​ລອງສັງ​ລວມ​ສະຖິຕິ​ການ​ຈົດ​ທະບຽນພົນລະເມືອງ​ເດັກ​ເກີດ​ໃໝ່ປີ 2013-2016 ໄດ້​ທັງ​ໝົດ 262.452 ຄົນ ຍິງ 135.781 ຄົນ ແລະ ອອກ​ໃບຢັ້ງຢືນ​ການເກີດ ຈຳນວນ 179.814 ຄົນ ຍິງ 87.175 ຄົນ ແລະ ສະເໜີ​ລັດຖະ​ບານ​ແກ້​ໄຂ​ຍົກຍ້າຍ​ພົນ​ລະເມືອງ​ຢູ່​ບາງ​ທ້ອງຖິ່ນ​ຈຳນວນ​ໜຶ່ງ ວຽກ​ງານ​ລັດຖະກອນ​ໄດ້​ເຜີຍແຜ່ແນະນຳ ແລະ ຊຸກຍູ້​ບັນດາ​ກະຊວງ-ອົງການ ແລະ ທ້ອງຖິ່ນ ປະຕິບັດ​ຄຳ​ສັ່ງ​ກ່ຽວ​ກັບ​ມາດ​ຕະການ​ຄຸ້ມ​ຄອງ ແລະ ຈັດ​ຕັ້ງ​ປະຕິບັດ​ລາຍ​ຈ່າຍ​ເງິນເດືອນ ເງິນ​ອຸດໜູນ ແລະ ເງິນ​ນະໂຍບາຍ ປັບປຸງ​ກົນ​ໄກ​ລະບົບ​ກວດ​ຜ່ານ​ບັນຊີຈຳນວນ​ພົນ.
 ກະກຽມ​ອອກ​ບັດ​ພະນັກ​ງານ-ລັດຖະກອນ ເພື່ອ​ກວດກາ​ຈຳນວນ​ພົນ​ໃຫ້​ຖືກຕ້ອງ ເຊິ່ງປັດຈຸບັນ​ທົ່ວ​ປະເທດ​ມີ​ລັດຖະກອນ​ທັງ​ໝົດ 183.680 ຄົນ ຍິງ 84.268 ຄົນ ສຳລັບ​ການ​ເຄື່ອນໄຫວ​ວຽກ​ງານ 3 ສ້າງ ເຫັນ​ວ່າບັນດາ​ກະຊວງ ອົງການ ແລະ ທ້ອງຖິ່ນ ​ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຢ່າງເປັນ​ລະບົບ​ຕໍ່​ເນື່ອງ ບັນດາ​ເມືອງ ແລະ ບ້ານ​ເປົ້າ​ໝາຍ​ທີ່​ຈະ​ພັດ​ທະນາ​ຕາມ​ທິດ 3 ສ້າງ​ ໄດ້​ມີ​ການ​ຂະຫຍາຍ​ຕົວ​ກວ້າງ​ອອກ​ໄປ​ແຕ່​ລະທ້ອງຖິ່ນ ເຮັດ​ໃຫ້​ເປົ້າ​ໝາຍ​ການພັດທະນາ​ຂອງ​ລັດຖະບານ​ມີ​ຜົນສຳເລັດ​ເທື່ອ​ລະ​ກ້າວ.

ໂອກາດ​ນີ້ ທ່ານ ພັນ​ຄຳ ວິພາ​ວັນ ໄດ້​ໃຫ້​ກຽດ​ໂອ້​ລົມ ເຊິ່ງທ່ານ​ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມຕໍ່​ຜົນສຳເລັດ​ ການເຄື່ອນໄຫວວຽກ​ງານ​ຂອງ​ກະຊວງ​ພາຍ​ໃນ ໄລຍະ 1 ປີຜ່ານມາ ແລະ ເນັ້ນ​ໃຫ້ກະຊວງ​ພາຍ​ໃນ​ເອົາໃຈໃສ່​ຈັດ​ຕັ້ງປະຕິບັດ​ວຽກ​ງານ​ແຕ່​ລະ​ດ້ານ​ໃນປີ 2018 ເປັນຕົ້ນ​ແມ່ນ ການເສີມ​ຂະຫຍາຍ​ບົດບາດ​ການ​ນຳພາ​ຂອງ​ຄະນະ​ພັກ ເພີ່ມ​ທະວີການ​ຄຸ້ມ​ຄອງ​ຂອງ​ຄະນະ​ນຳ​ແຕ່ລະ​ຂັ້ນ ສູ້​ຊົນ​ບຸກ​ທະລຸ​ດ້ານ​ຈິນຕະ​ນາ​ການ​ຢ່າງ​ຈິງ​ຈັງ ໃນ​ການສຶກ​ສາ​ອົບຮົມ​ແນວ​ຄິດ-ການເມືອງ ໃຫ້​ພະນັກງານ-ລັດ​ຖະກອນ​ຂະແໜງ​ພາຍ​ໃນ ເສີມ​ຂະຫຍາຍ​ຄວາມ​ເປັນ​ເຈົ້າ​ການ​ຫັນ ແນວທາງ​ນະໂຍບາຍ​ຂອງ​ພັກເປັນ​ກົດໝາຍ ແລະ ລະບຽບການ​ບໍລິຫານ​ຄຸ້ມ​ຄອງ​ລັດ​ໃຫ້​ມີປະ​ສິດທິ​ຜົນ ແລະ ສອດຄ່ອງ .

ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ໃນການ​ຄົ້ນຄວ້າ​ປັບປຸງ​ກົງຈັກ​ການຈັດ​ຕັ້ງ​ອົງການ​ບໍລິຫານ​ລັດ ​ໃຫ້ຖືກຕ້ອງ​ຕາມ​ທິດ​ກະທັດ​ຮັດ​ແຕ່ສູນ​ກາງ​ຮອດ​ທ້ອງຖິ່ນ​ໃຫ້​ມີຄວາມ​ເໝາະ​ສົມ ແລະ ເຂັ້ມແຂງ ເພື່ອ​ເປັນ​ຕົວ​ແບບ​ທາງ​ດ້ານ​ລະບົບ​ການຈັດຕັ້ງ​ແກ່​ຂະແໜງການອື່ນໆ ເອົາໃຈໃສ່​ປັບປຸງ​ກົງຈັກການ​ບໍລິຫານ​ຄຸ້ມ​ຄອງ​ລັດ​ຂັ້ນທ້ອງຖິ່ນ ໃຫ້​ໄປ​ຕາມ​ກົດໝາຍການ​ປົກຄອງ​ທ້ອງຖິ່ນ ເປັນຕົ້ນ ການ​ສ້າງ​ເທສະ​ບານ ແລະ ນະຄອນ​ຢູ່​ຂັ້ນ​ແຂວງ​ ບ່ອນ​ທີ່​ມີ​ເງື່ອນໄຂ​ໃຫ້​ສຳເລັດ​ໂດຍ​ໄວ ໂດຍ​ສະເພາະແມ່ນ​ການ​ສ້າງ​ນະຄອນຫຼວງ​ພະ​ບາງ ນະຄອນ​ໄກສອນ ພົມວິຫານ ແລະ ນະຄອນ​ປາກ​ເຊ ທີ່​ລັດຖະບານ​ໄດ້​ຮັບຮອງ​ເອົາ ເປັນ​ເຈົ້າ​ການ​ຜັນ​ຂະຫຍາຍ ແລະ ຈັດ​ຕັ້ງ​ປະຕິບັດ​ກົດໝາຍວ່າດ້ວຍ​ພະນັກງານ-ລັດຖະກອນ​ໃຫ້ມີ​ຜົນ​ສັກສິດ ການ​ບັນຈຸ​ລັດ​ຖະກອນ​ໃໝ່​ຕ້ອງ​ປະຕິບັດ​ຕາມ​ກົດໝາຍ ແລະ ລະບຽບ​ການ​ຢ່າງເຄັ່ງ​ຄັດ ຕ້ອງ​ບັນຈຸ​ຕາມ​ຕົວ​ເລກທີ່​ລັດຖະບານ​ອະນຸມັດ ​ບົນ​ພື້ນຖານ​ການ​ສອບເສັງຄັດ​ເລືອກຢ່າງ​ເປັນ​ທຳ ແລະ ສອດຄ່ອງ​ກັບຕຳແໜ່ງ​ງານ ເພື່ອ​ຮັບປະກັນ​ໃຫ້ມີ​ຄຸນະພາບ ແລະ ຕອບ​ສະໜອງແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃຫ້​ຫຼາຍ​ຂຶ້ນ.


ແຫລ່ງທີ່ມາຈາກhttps://www.vientianemai.net
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.