LU02

ໃກ້ແລ້ວງານເທດສະການດອກງີ້ວບານ ໃຜຈະໄປຮ່ວມແດ່



ງານເທດສະການດອກງິ້ວບານ ແຂວງບໍ່ແກ້ວ ເປັນເຫດການທີ່ມີຄວາມໝາຍສຳຄັນ ທາງດ້ານວັດທະນະທຳ, ຮີດຄອງປະເພນີ ແລະ ມູນເຊື້ອອັນດີງາມ ຂອງດອນຊາວດິນແດນແຫ່ງສາມຫລ່ຽມຄຳ ທີ່ມີຊື່ສຽງມາແຕ່ດົນນານ, ປີນີ້ກໍ່ຈະໝູນວຽນມາຄົບຮອບອີກວາລະໜຶ່ງນັບແຕ່ວັນທີ 23-29 ມັງກອນ2018  ຊຶ່ງການນຳແຂວງບໍ່ແກ້ວຈະຖືໂອກາດນີ້ເປີດປີທ່ຽວລາວໄປພ້ອມໆກັນ.


ຕາມລາຍງານຈາກທ່ານ ຈອມສີ ລັດຕະນະປັນ ຮອງເຈົ້າແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນປີທ່ອງທ່ຽວລາວ ປີ 2018 ນີ້, ລັດຖະບານແຫ່ງ ສປປ ລາວ ໄດ້ກຳນົດເອົາ ເທດສະການດອກງິ້ວບານ ເຂົ້າຢູ່ໃນກິດຈະກຳ ປີທ່ອງທ່ຽວ ເຊິ່ງຈະເປັນກາລະໂອກາດອັນດີ ທີ່ຈະສືບຕໍ່ເສີມຂະຫຍາຍ ແລະ ຍົກລະດັບ ການຈັດເທດສະການດອກງິ້ວບານ ແລະ ງານເທດສະການຕ່າງໆ ໃຫ້ກາຍເປັນປະເພນີ ທີ່ເປັນເອກະລັກສະເພາະ ຂອງປະຊາຊົນບັນດາເຜົ່າ ແຂວງບໍ່ແກ້ວ. ພ້ອມນີ້ຍັງເປັນການໂຄສະນາເຜີຍແຜ່ແນວທາງ ການສົ່ງເສີມການທ່ອງທ່ຽວຂອງແຂວງ ໃຫ້ມີການຂະຫຍາຍຕົວ ຢ່າງແຂງແຮງ, ຊຸກຍູ້ສົ່ງເສີມ ການທ່ອງທ່ຽວພາຍໃນ “ລາວທ່ຽວລາວ” ຄຽງຄູ່ກັບການສ້າງ ຄວາມປະທັບໃຈ ແລະ ສິ່ງອໍານວຍຄວາມສະດວກ ໃນດ້ານຕ່າງໆ ເພື່ອດຶງດູດເອົາ ນັກທ່ອງທ່ຽວຕ່າງປະເທດ ແລະ ນັກລົງທຶນ ໃຫ້ເຂົ້າມາທ່ອງທ່ຽວ ແລະ ລົງທຶນພັດທະນາແຂວງບໍ່ແກ້ວ ໄປຕາມທິດຍືນຍົງ ແລະ ສີຂຽວໃຫ້ກາຍເປັນຮູບປະທໍາຢ່າງແທ້ຈິງ.




ງານເທດສະການ ດອກງິ້ວບານຈັດຂຶ້ນປີນີ້ຖືເປັນຄັ້ງທີ 18 ແຖມເອົາງານເປີດປີເຂົ້າທ່ຽວລາວເຂົ້າມາໃສ່ຈິ່ງເຊື່ອວ່າ ຈະເຮັດໃຫ້ພາຍໃນງານມີຄວາມຄຶກຄື້ນມ່ວນຊື່ນກວ່າທຸກໆປີ, ໂດຍຈະເຊີນແຂກ ການນຳລະດັບສູງຈາກສູນກາງ, ຕ່າງແຂວງ, ຕ່າງປະເທດ ເປັນຕົ້ນແຂວງເຊີນລາ, ດຽນບຽນ ສສ ຫວຽດນາມ, ແຂວງຢູນນານ, ກິ່ງແຂວງສິບສອງພັນນາ ສປ ຈີນ, ຈັງຫວັດຊຽງຣາຍ, ຊຽງໃໝ່ ປະເທດໄທ ແລະ ແຂວງທ່າຂີ້ເຫລັກ ປະເທດມຽນມາ ມາຮ່ວມງານ.



ພາຍໃນງານຍັງຈະຈັດໃຫ້ມີຫລາຍກິດຈະກຳ ເຊັ່ນ: ງານວາງສະແດງ-ຈໍາໜ່າຍສິນຄ້າ, ວາງສະແດງຜົນງານ ແລະ ປະກວດອາຫານ, ປະກວດນາງສາວດອກງິ້ວບານ, ຍ່າງສະແດງ ການແຕ່ງກາຍ (ຍິງ-ຊາຍ) ຂອງ 13 ຊົນເຜົ່າ, ສະແດງສິລະປະວັນນະຄະດີ, ແຂ່ງຂັນກິລາເປຕັງ ຊີງຂັນປະທານສະພາແຫ່ງຊາດ ຄັ້ງທີ VIII, ແຂ່ງຂັນກິລາພື້ນເມືອງ, ກິລາມວຍ (ລາວ-ໄທ-ຈີນ) ແລະ ກິລາ ແຂ່ງ ຂັນ ລົດຖີບ, ຈັດເວທີພົບປະລະຫວ່າງ ຜູ້ປະກອບການທາງດ້ານ ທຸລະກິດພາຍໃນ ແລະ ຕ່າງປະເທດ ເພື່ອສົ່ງເສີມການ ລົງທຶນ ແລະ ການທ່ອງທ່ຽວ ພ້ອມທັງຈັດລາຍການນຳທ່ຽວໃນສະຖານທີ່ທ່ອງທ່ຽວຕ່າງໆຂອງແຂວງນຳ.



#ຂໍ້ມູນຈາກກຸ່ມບໍລິສັດ ດອກງີ້ວຄຳ ຈຳກັດ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About see

0 comments:

Post a Comment

Powered by Blogger.