​ ບານເຕະ

ຈັນທະພອນ ແຫວນວົງສົດ ກອງກາງ ທີມຊາດລາວຊຸດໃຫຍ່ ຍ້າຍຮ່ວມ ສະໂມສອນ ນ່ານ ເອຟຊີ ທີມຈາກ ໄທລີກ 4


ອີງຕາມການລາຍງານຂອງ ເຟຈສະຫະພັນບານເຕະແຫ່ງຊາດລາວ Lao Football Federationໃຫ້ຮູ້ວ່າ:ໃນຕອນເຊົ້າ ວັນພະຫັດ 11 ມັງກອນ 2018 ສະໂມສອນ ນ່ານ ເອຟຊີ ( Nan Football Club ) ທີມຈາກ ໄທລີກ 4 ປະເທດ ໄທ ໄດ້ເຊັນສັນຍາ ຈັນທະພອນ ແຫວນວົງສົດ ກອງກາງ ທີມຊາດລາວ ຊຸດໃຫຍ່ ເຂົ້າຮ່ວມທີມ ພ້ອມສູ້ສຶກການແຂ່ງຂັນໄທລີກ 4 ໂຊນ ພາກເຫນືອ ໃນລະດູການ 2018 , ເຊິ່ງເປັນນັກເຕະຄົນລາວ ຄົນທຳອິດທີ່ໄດ້ລົງຫລິ້ນໃຫ້ກັບ ສະໂມສອນ ນ່ານ ເອຟຊີ ເປັນນັກເຕະຕ່າງປະເທດຄົນ 4 ແລະ ເປັນໂຄຕ້າອາຊຽນຂອງ ສະໂມສອນ ທີ່ຈະສົ່ງຊື່ເຂົ້າຮ່ວມ ໄທລີກ 4 ລະດູການ 2018

ປັດຈຸບັນ ຈັນທະພອນ ແຫວນວົງສົດ ມີອາຍຸ 23 ປີ ເກີດໃນວັນທີ 04 ພະຈິກ 1994 ເກີດທີ່ ບ້ານ ໂພນທັນ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ ເຄີຍຫລິ້ນໃຫ້ທີມຊາດລາວ ມາຫລາຍທັງຊຸດເຍົາວະຊົນ ຈົນເຖິງ ຊຸດໃຫຍ່ ໃນປັດຈຸບັນນີ້ ເຊິ່ງຫລ້າສຸດເຂົ້າຮ່ວມ ທີມຊາດລາວ ຊຸດໃຫຍ່ ໃນລາຍການ CTFA INTERNATIONAL TOURNAMENT 2017 ຢູ່ທີ່ ໄຕ້ຫວັນ ໃນຕົ້ນເດືອນທັນວາ 2017 ທີ່ຜ່ານມາ ແລະ ເຄີນຫລິ້ນໃຫ້ກັບຫລາຍສະໂມສອນ ຄື:

- ປີ 2010 ຫລິ້ນໃຫ້ກັບ ສະໂມສອນ ທະນາຄານ ເອຟຊີ
- ປີ 2013 - 2015 ຫລິ້ນໃຫ້ກັບ ສະໂມສອນ ຮ່ວາງແອ໋ງອັດຕະປື ເອຟຊີ
- ປີ 2016 ຫລິ້ນໃຫ້ກັບ ສະໂມສອນ ໄຟຟ້າລາວ
- ປີ 2017 ຫລິ້ນໃຫ້ກັບ ສະໂມສອນ ນະຄອນຫລວງ ຢູໄນເຕັດ .

ຕະຫລອດການເປັນນັກເຕະບານ ຢູ່ ສປປລາວ ຈັນທະພອນ ຖືວ່າເປັນນັກເຕະຄົນຫນຶ່ງທີ່ມີປະສົບການຫລາຍ ເຄີຍໄດ້ແຊ້ມ ລາວລີກ ແລະ ແຊ້ມຂັນນາຍົກລັດຖະມົນຕີແຫ່ງ ສປປລາວ ໃນປີ 2010 ກັບ ສະໂມສອນ ທະນາຄານ, ພ້ອມກັນນັ້ນ ຍັງພາ ສະໂມສອນ ຮ່ວາງແອ໋ງອັດຕະປື ຄວ້າແຊ້ມ ລາວພຣີເມຍລີກ ໃນປີ 2014 .

ຈັນທະພອນ ເປັນນັກເຕະລາວຄົນທີ 12 ທີ່ຫລິ້ນໃນລີກອາຊີບທີ່ປະເທດໄທ ເຊິ່ງມີນັກເຕະລາວ ທີ່ເຄີຍຫລິ້ນໃນລີກອາຊີບກ່ອນຫນ້ານັ້ນມີ : ລຳເນົາ ສິງໂຕ, ກັນລະຍາ ສີສົມຫວັງ, ຄຳແພງ ໄຊຍະວຸດທິ, ສຸກອາພອນ ວົງຈຽງຄຳ, ເກດສະດາ ສຸກສະຫວັນ, ແລມໂບ້ ໄຊຊະນະ, ໂສພາ ໄຊຊະນະ, ມະໂນລົມ ພົມສຸວັນ, ທານິນ ພັນທະວົງ, ພັດທະນາ ພົມມະເທບ ແລະ ທົດນີລາດ ສີບຸນເຮືອງ.

ມາຮອດປັດຈຸບັນ ໃນປີ 2018 ມີນັກເຕະ ລາວ ທີ່ໄດ້ເຊັນສັນຍາເປັນທາງການຮ່ວມສະໂມສອນ ຈາກ ໄທ ປະກອບມີ ພັດທະນາ ພົມມະເທບ ສະໂມສອນ ຊົນບູຣິ ເອຟຊີ,ທົດນີລາດ ສີບຸນເຮືອງ ສະໂມສອນ ສະຫມຸດການ ເອຟຊີ ແລະ ຈັນທະພອນ ແຫວນວົງສົດ ສະໂມສອນ ນ່ານ ເອຟຊີ

ແຟນບານສາມາດຕິດຕາມຄວາມເຄື່ອນໄຫວ ສະໂມສອນ ນ່ານ ເອຟຊີ Nan Football Club ໄດ້ທີ່ ເຟສບຸກ ທາງການ ສະໂມສອນ :



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.