LU03

ຊ໊ອກທັງປະເທດ! ຄະດີລົ້ມບານສະທ້ອນວົງການບານເຕະລາວ ເມື່ອ 18 ນັກເຕະດັງທີ່ເຫຼືອຢູ່ ຖືກສອບສວນລ໋ອກຜົນບານ


   ຖືວ່າ ການລົ້ມບານ ມັນສະທ້ອນແບບສະໜັ່ນຫວັ່ນໄຫວຕໍ່ກັບວົງການບານເຕະລາວ ເລີ່ມຈາກຕົ້ນປີ 2017 ຫາກໍ່ກວາດລ້າງໄປຄັ້ງໃຫຍ່ ຫຼ້າສຸດຕົ້ນປີ 2018 ເກີດຂຶ້ນອີກ ແລະ ສະຫະພັນບານເຕະແຫ່ງຊາດລາວ ສັ່ງຫ້າມ 18 ນັກເຕະດັງ ທີມຊາດລາວຊຸດໃຫຍ່ ຊຸດປີ 2017 ເກືອບຍົກທີມ ຫ້າມລົງແຂ່ງຂັນທຸກລາຍການຊົ່ວຄາວ ເພື່ອສືບສວນຫາຄວາມຊັດເຈນ ກ່ອນຕັດສິນຄັ້ງຕໍ່ໄປ.

ລາຍລະອຽດຕາມແຈ້ງການຫລ້າສຸດຂອງສະຫະພັນບານເຕະແຫ່ງຊາດລາວທີ່ອອກມາເມື່ອວັນທີ 3 ມັງກອນ2018 


   ອີງຕາມໃບແຈ້ງການຂອງ ສະຫະພັນບານເຕະແຫ່ງຊາດລາວ ເລກທີ 005 ນະຄອນຫຼວງວຽງຈັນ ແຈ້ງວ່າ: ຕາມການຕົກລົງເຫັນດີຂອງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ຂໍຖືເປັນກຽດແຈ້ງມາຍັງນັກເຕະທີ່ມີຊື່ດັ່ງລຸ່ມນີ້:

  ເຊິ່ງທັງໝົດນີ້ໄດ້ມີພຶດຕິກໍາທີ່ສາມາດຕີລາຄາໄດ້ວ່າ ມີສ່ວນກ່ຽວຂ້ອງກັບການລ໊ອກຄະແນນ ໃນການແຂ່ງຂັນບານເຕະມິດຕະພາບ ຊຸດໃຫຍ່ ລະຫວ່າງ ທີມຊາດຮົງກົງ ກັບ ທີມຊາດລາວ ໃນວັນທີ 5 ຕຸລາ 2017 ທີ່ຮົງກົງ, ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ຍັງບໍ່ສາມາດສະຫຼຸບໄດ້ດີ ແລະ ມີຄວາມຈໍາເປັນຕ້ອງຂະຫຍາຍເວລາການດໍາເນີນຄະດີອອກໄປຕື່ມ.

   ດັ່ງນັ້ນ, ຄະນະກໍາມະການດ້ານລະບຽບວິໄຊ ຈິ່ງມີຄໍາຕັດສິນ ຂະຫຍາຍເວລາບໍ່ອະນຸຍາດໃຫ້ນັກກິລາທີ່ມີລາຍຊື່ດັ່ງກ່າວ ເຄື່ອນໄຫວທຸກໆກິດຈະກໍາທີ່ກ່ຽວຂ້ອງກັບ ກິລາບານເຕະ ໃນທຸກໆລະດັບຂອງ ສະຫະພັນບານເຕະແຫ່ງຊາດລາວ ອອກໄປຕື່ມ 60 ວັນ ຈາກມື້ສິ້ນສຸດຂອງແຈ້ງການສະບັບເກົ່າ ເພື່ອດໍາເນີນການສືບສວນໃນຂັ້ນຕໍ່ໄປ.




-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ




About larmkp

1 comments:

  1. ຄັນ​ພວກ​ສຸບໍ່​ມັກ​ດ້ວຍ​ໃຈ​ຈິງ​ສູ່​ກະ​ຢ່າ​ເຕະ​ບານ​ລະ​ສິ​ມາ​ເຮັດ​ແນວ​ນິ​ມັນ​ເສຍ​ຊື່​ປະ​ເທດ​ຊາດ​ໝົດ​ຄັນ​ແມ່ນ​ແທ້​ຕ້ອງ​ລົງ​ໂທດ​ຢ່າງ​ໝັກ​ໂລດບໍ່​ໃຫ້​ເຕະ​ບານ​ຕະຫຼອດ​ຊີ​ວິດ​ເລີຍ

    ReplyDelete

Powered by Blogger.