ນາຍົກ

​ ທ່ານ​ທອງ​ລຸນ ສີສຸ​ລິດ ພົບປະກັບ ທ່ານ​ ລີ ເຄີ້​ສຽງ



ຂປລ.ໃນວັນທີ 10 ມັງກອນ 2018, ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ລີ ເຄີ້ສຽງ ນາ ຍົກລັດຖະມົນຕີ ແຫ່ງ ສປ ຈີນ. ໃນໂອກາດເຂົ້າຮ່ວມ ກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2, ທີ່ພະນົມເປັນ ຣາຊະອານາ ຈັກກໍາປູເຈຍ.

ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງ ຕໍ່ຜົນສໍາເລັດອັນຈົບງາມ ໃນການຢ້ຽມຢາມທາງລັດຖະກິດ ແຫ່ງ ສປປ ລາວ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ໃນລະ
ຫວ່າງວັນທີ 13-14 ພະຈິກ 2017 ຜ່ານມາ ແລະ ເຫັນດີສືບຕໍ່ຜັນຂະຫຍາຍຜົນ ການຢ້ຽມຢາມດັ່ງກ່າວ ໃຫ້ໄດ້ຮັບໝາກຜົນສູງສຸດ, ໂດຍສະເພາະ ແມ່ນສືບຕໍ່ຈັດຕັ້ງປະຕິ ບັດ 17 ໂຄງການ ທີ່ສອງຝ່າຍໄດ້ຕົກລົງ
ກັນແລ້ວ ໃຫ້ສໍາເລັດຕາມເປົ້າໝາຍທີ່ວາງໄວ້, ເປັນຕົ້ນແມ່ນ ໂຄງການລົດໄຟລາວ-ຈີນ ທີ່ເປັນໂຄງການ ຍຸດທະສາດ ແລະ ມີຄວາມໝາຍສໍາຄັນ ລະຫວ່າງ ສອງປະເທດ ກໍຄືພາກພື້ນ. 


ພ້ອມນີ້, ສອງຝ່າຍໄດ້ປຶກສາຫາລືກັນ ເພື່ອໃຫ້ການເປັນປະທານຮ່ວມຂອງ ສປປ ລາວ ກັບ ສປ ຈີນ ໃນຂອບການຮ່ວມມືແມ່ນນໍ້າຂອງ-ແມ່ນໍ້າລ້ານຊ້າງ ສົກປີ 2018-2020 ນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ນອກນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຈະຈັດງານວາງສະ
ແດງສາກົນ ການນໍາເຂົ້າຂອງຈີນ (China International Import EXPO), ທີ່ຈະຈັດຂຶ້ນໃນ ເດືອນ ພະຈິກ 2018 ນີ້, ທີ່ນະຄອນຊຽງໄຮ, ສປ ຈີນ, ຊຶ່ງ ສະຫາຍ ທອງລຸນ ສີສຸລິດ ກໍຈະນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມງານດັ່ງກ່າວ.

ໃນວັນດຽວກັນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ທ່ານ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.


ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດອັນຈົບງາມ ແລະ ຮອບດ້ານ ໃນການຮ່ວມກັນຈັດບັນດາກິດຈະກໍາ ສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດ
ນາມ, ຫວຽດນາມ-ລາວ ໃນປີ 2017 ຜ່ານມາ ດ້ວຍບັນຍາກາດຟົດຟຶ້ນ, ມີຄວາມໝາຍຄວາມສໍາຄັນ ແລະ ເຕັມໄປດ້ວຍ ເນື້ອໃນຄວາມເຂົ້າອົກເຂົ້າໃຈ, ຊ່ວຍເຫລືອຊຶ່ງກັນ ແລະ ກັນ; ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ໝາກຜົນການປະສານສົມທົບ ແລະ ການແລກປ່ຽນຄວາມຄິດເຫັນ ໃນຂອບຂອງ ກອງປະຊຸມຕ່າງໆ
ທີ່ປິ່ນອ້ອມ ເປັນຕົ້ນແມ່ນ ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ເຊິ່ງເຮັດໃຫ້ຜົນຂອງກອງປະຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຮັບຜົນສໍາເລັດຢ່າງຈົບງາມ. 

ນອກນີ້, ສອງຝ່າຍຍັງໄດ້ປຶກ ສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ ເພື່ອກະກຽມໃຫ້ແກ່ສອງກອງປະຊຸມໃຫຍ່ ທີ່ຈະຈັດຂຶ້ນໃນ ເດືອນກຸມພາ 2018 ນີ້, ຄື ກອງປະຊຸມສອງກົມການເມືອງ ແລະ ກອງປະຊຸມຄະນະກໍາມະທິການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 40. ພ້ອມນັ້ນ, ສອງຝ່າຍຈະສືບຕໍ່ຊຸກຍູ້ ການພົວພັນຮ່ວມມືສອງປະເທດ ລາວ-ຫວຽດນາມ ໃນປີ 2018 ແລະ ຕໍ່ໜ້າ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີໝາກຜົນກວ່າເກົ່າ.

-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.