ກອງທັບ

ການນຳແຂວງສະຫວັນນະເຂດເຂົ້າຢ້ຽມຢາມ ແລະມອບເຄື່ອງຊ່ວຍເຫຼືອໃຫ້ກອງບັນຊາການທະຫານແຂວງ


ໃນວັນທີ 8 ມັງກອນ 2018 ນີ້, ການນຳແຂວງສະຫວັນນະ ເຂດ ເຊິ່ງນຳໂດຍທ່ານ ສັນຕິ ພາບ ພົມວິຫານ ກຳມະການສູນ ກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງສະຫວັນນະເຂດພ້ອມບັນ ດາພະແນກການ, ບໍລິສັດລັດ ວິສາຫະກິດທັງພາກລັດ ແລະ ເອກະຊົນເຂົ້າຢ້ຽມຢາມ ແລະ ອວຍພອນການນຳກອງບັນຊາການທະຫານແຂວງສະຫວັນນະ ເຂດ.

ທ່ານ ພັນເອກ ຈະເລີນ ວົງວິໄຊ ຮອງເລຂາຄະນະພັກ, ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງສະຫວັນນະເຂດ ໄດ້ ລາຍງານສະພາບການຕ່າງໆ ແລະ ຈຸດພິເສດທີ່ຕັ້ງ, ຂອບເຂດ, ສິດ-ໜ້າທີ່ ແລະ ຜົນງານການ ເຄື່ອນໄຫວໂດຍຫຍໍ້ຂອງກົມກອງແລ້ວ ຈາກນັ້ນ ທ່ານ ສັນຕິ ພາບ ພົມວິຫານ ກໍໄດ້ໂອ້ລົມແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນງານທີ່ຍາດມາໄດ້ໃນນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະ ພັກ-ຄະນະບັນຊາທຸກຂັ້ນຕ້ອງ ຮັກສາຄວາມສາມັກຄີເປັນ ເອກະພາບປະຕິບັດແບບແຜນ ວິທີເຮັດວຽກຕາມຫລັກການ ລວມສູນ, ເປັນໝູ່ຄະນະເອົາໃຈ ໃສ່ເຮັດໜ້າທີ່ສຶກສາອົບຮົມການ ເມືອງນຳພາແນວຄິດສຸມໃສ່ກໍ່ ສ້າງພັກ ເພື່ອປັບປຸງກໍ່ສ້າງກຳ ລັງປະກອບອາວຸດທ້ອງຖິ່ນເຕີບ ໃຫຍ່ເຂັ້ມແຂງໜັກແໜ້ນເຮັດສຳ ເລັດໜ້າທີ່ປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທ້ອງຖິ່ນ ຂອງຕົນດ້ວຍການເສີມຂະ ຫຍາຍມູນເຊື້ອອັນດີງາມຂອງ ກອງທັບ ແລະ ປະຊາຊົນບັນດາ ເຜົ່າ, ຕິດພັນກັບມະຕິກອງປະຊຸມ ໃຫຍ່ ຄັ້ງທີ X ຂອງສູນກາງພັກ ເພື່ອຈັດຕັ້ງນຳພາກົມກອງປະ ຕິບັດໃຫ້ເກີດດອກອອກຜົນ, ສືບ ຕໍ່ຫັນເອົາກຳລັງລົງກໍ່ສ້າງຮາກ ຖານການເມືອງເພື່ອກຳແໜ້ນສະພາບການຮອບດ້ານຢູ່ຮາກ ຖານ ເພື່ອຕ້ານການປາກົດການ ຫຍໍ້ທໍ້ຢູ່ລຽບຕາມຊາຍແດນຕ້ອງ ຍົກ ສູງສະຕິເພິ່ງຕົນເອງ, ກຸ້ມຕົນ ເອງ ແລະ ສ້ງຄວາມເຂັ້ມແຂງ ດ້ວຍຕົນເອງ.

ໃນໂອກາດດັ່ງກ່າວການນຳ ແຂວງ ພ້ອມພະແນກການ ແລະ ບໍລິສັດລັດວິສາຫະກິດທັງພາກ ລັດ ແລະ ເອກະຊົນກໍໄດ້ຜັດປ່ຽນ ກັນຂຶ້ນມອບຂອງຂວັນເປັນອຸປະ ໂພກ ແລະ ບໍລິໂພກໃຫ້ກອງບັນ ຊາການທະຫານແຂວງຈຳນວນ ໜຶ່ງໃນນີ້ການນຳແຂວງມອບ ເງິນສົດ 3 ລ້ານກີບ, ພະແນກ ສາທາ 3 ແສນກີບ ພ້ອມຢາປິ່ນ ປົວສຸຂະພາບຈຳນວນໜຶ່ງ, ພະ ແນກການເງິນ 1 ລ້ານກີບ, ກອງ ຄຸ້ມຄອງພາສີເຂດ VI 1 ລ້ານ ກີບ, ພະແນກສວຍສາອາກອນ ແຂວງ 1 ລ້ານກີບ, ພະແນກ ແຜນການ ແລະ ການລົງທຶນ ແຂວງ 1 ລ້ານ ກີບ, ພະແນກໂຍ ທາມອບຊຸດກີລາ 15 ຊຸດ, ສາພາ ອຸດສະຫະກຳ ແລະ ການຄ້າ 1 ລ້ານກີບ, ສາມະຄົມນັກທຸລະກິດ ຍິງແຂວງສະຫັວນນະເຂດມອບ ເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 4.100.000 ກີບ, ພະແນກກະ ສິກຳ 5 ແສນກີບ, ບໍລິສັດດາວ ວຽງບໍລິການທ່ອງທ່ຽວ 5 ແສນ ກີບ ແລະ ດ່ານສາກົນຂົວມິດຕະ ພາບ II ຈຳນວນ 5 ແສນກີບ


ແຫລ່ງທີ່ມາ:http://www.kongthap.gov.la
-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.