ການຕ່າງປະເທດ

ນາຍົກລັດຖະມົນຕີ ລາວ-ກຳປູເຈຍ ພົບປະສອງຝ່າຍ ທີ່ ພະນົມເປັນ



ແຫລ່ງຂ່າວຈາກກະຊວງການຕ່າງປະເທດໃຫ້ຮູ້ວ່າ: ໃນວັນທີ 11 ມັງກອນ 2018, ທີ່ ນະຄອນຫລວງ ພະນົົມເປັນ. ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ພົບປະກັບ ພະນະທ່ານ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ, ໃນໂອກາດທີ່ພະນະທ່ານ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມຜູ້ນຳ
ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2, ພາຍໃຕ້ຫົວຂໍ້ “ແມ່ນ້ຳເແຫ່ງສັນຕີພາບຂອງພວກເຮົາ ແລະ
 ການພັດທະນາແບບຍືນຍົງ” (Our River of Peace and Sustainable Development).

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນ ​ແລະ ການ​ຮ່ວມ​ມືຂອງສອງ​ປະ​ເທດ ລາວ-ກຳປູເຈຍ ໂດຍ​ສະ​ເພາະ​ແມ່ນການຮ່ວມມືສອງຝ່າຍ ໃນ​ປີ​ 2017 ທີ່ຜ່ານມາ, ຊຶ່ງທັງສອງ​ປະ​ເທດ​ ​ໄດ້​ມີການແລກປ່ຽນ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ປຶກສາ​ຫາລືກັນ ຢ່າງເປັນປົກກະຕິ. ພ້ອມກັນນີ້, ທັງສອງຝ່າຍ ຍັງໄດ້ທົບທວນຄືນ ກ່ຽວກັບ ວຽກງານໃນດ້ານຕ່າງໆເຊັ່ນ: ວຽກງານກົງສຸນ, ພະລັງງານໄຟຟ້າ, ເສດຖະກິດການຄ້າ, ການທ່ອງທ່ຽວ ແລະ ອື່ນໆ.

ໃນໂອກາດດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມ​​ຍິນ​ດີ​ທີ່ໄດ້ພົບກັບ ພະນະທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ, ຊຶ່ງເປັນປະທານຮ່ວມຂອງກອງປະຊຸມສຸດຍອດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2, ພ້ອມທັງ ສະແດງຄວາມຂອບໃຈຢ່າງສູງ ທີ່ລັດຖະບານ ແລະ ປະຊາຊົນກໍາປູເຈຍ ໄດ້ໃຫ້ການຕ້ອນຮັບອັນ
ອົບອຸ່ນ, ໃຫ້ຄວາມສະດວກຕໍ່ການເຂົ້າຮ່ວມປະຊຸມຂອງພະນະທ່ານ ແລະ ຄະນະ ໃນຄັ້ງນີ້.



 ພະນະທ່ານ ນາຍົກລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມ ໃນການເປັນເຈົ້າພາບຈັດ ກອງປະຊຸມອັນສໍາຄັນໃນຄັ້ງນີ້ຂອງກໍາປູເຈຍ, ໂດຍພະນະທ່ານ ໄດ້ຕາງໜ້າ
ໃຫ້ແກ່ ສປປ ລາວ ສະແດງຄວາມຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ 6  ປະເທດ ສະມາຊິກ ກໍຄື ປະເທດກໍາປູເຈຍ ທີ່ເປັນເຈົ້າພາບກອງປະຊຸມໃນຄັ້ງນີ້ ມອບຕຳແໜ່ງປະທານ ຮ່ວມກອງປະຊຸມໃຫ້ ສປປ ລາວ ເປັນເຈົ້າພາບກອງປະຊຸມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຄັ້ງຕໍ່ໄປ ກໍຄື ຄັ້ງທີ 3, ຊຶ່ງ ສປປ ລາວ ຈະນໍາເອົາຜົນຂອງກອງປະຊຸມຄັ້ງນີ້ ສືບຕໍ່ຜັນຂະຫຍາຍການຮ່ວມ ມືໃນອານຸພາກພື້ນ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃຫ້ເກີດຜົນສໍາເລັດ ແລະ ສືບຕໍ່ແຜນຮ່ວມ ມືຂອງກອງປະຊຸມຄັ້ງຕໍ່ໆໄປ.

ໃນໂອກາດນີ້, ພະນະທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ ກໍໄດ້ສະແດງຄວາມ
ຂອບໃຈ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມຜູ້ນຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2, ທີ່ ນະຄອນຫລວງພະນົມເປັນ, ຣາຊະອານາຈັກກຳປູເຈຍ ຂອງພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໃນຄັ້ງນີ້, ຊຶ່ງຖືເປັນກຽດ ແລະ ກໍເປັນການຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ​ ລາວ-ກຳປູເຈຍ ໃຫ້ນັບ​ມື້ນັບມີ​ຄວາມ​ແໜ້ນ​ແຟ້ນ, ຈະ​ເລີ​ນງອກ​ງາມ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆຂຶ້ນ.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.