ການຕ່າງປະເທດ

ສປປລາວປະກາດ ຍົກເວັ້ນວີຊາໃຫ້4ປະເທດເອີຣົບ ກະຕຸ້ນການທ່ອງທ່ຽວ



ະຊວງການຕ່າງປະເທດ ໄດ້ອອກແຈ້ງການຍົກເວັ້ນວີຊາຝ່າຍດຽວໃຫ້ແກ່ພົນລະເມືອງ
ທີ່ຖືໜັງສືຜ່ານແດນທຳມະດາຂອງປະເທດດານມາກ, ນອກແວ, ແຟງລັງ ແລະ ຊູແອດ.
       


ການຍົກເວັ້ນວີຊາຄັ້ງນີ້ ກໍເພື່ອເປັນການສະໜອງຕາມແນວທາງນະໂຍບາຍ ເປີດປີທ່ອງທ່ຽວລາວ 2018 ຂອງລັດຖະບານໃຫ້ບັນລຸເປົ້າໝາຍ ແລະ ມີຄວາມ ຄຶກຄື້ນ. ສະນັ້ນ, ລັດຖະບານແຫ່ງ ສປປ ລາວ ເຫັນດີອະນຸມັດໃຫ້ຍົກເວັ້ນວີຊາ ຝ່າຍດຽວ (ຍົກເວັ້ນແບບບໍ່ຕິດວີຊາສະຕິກເກີ້ໃສ່ໜັງສືຜ່ານແດນ) ໃຫ້ແກ່ພົນລະເມືອງທີ່ຖືໜັງສືຜ່ານແດນທຳມະດາຂອງປະເທດ ດານມາກ, ນອກແວ, ແຟງລັງ ແລະ ຊູແອດ ທີ່ຈະເດີນທາງເຂົ້າ-ອອກ ສປປ ລາວ, ນັບແຕ່ວັນທີ 01 ມັງກອນ 2018 ເຖິງ ວັນທີ 31 ທັນວາ 2018 (ສະເພາະປີທ່ອງທ່ຽວລາວ 2018) ໂດຍກຳນົດພັກເຊົາ 15 ວັນ.


-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ


About Laos Postcard - Noy

0 comments:

Post a Comment

Powered by Blogger.