ຂ່າວຕ່າງປະເທດ

ອີຣານ ພ້ອມໂຕ້ຕອບຄຳສັ່ງລົງໂທດຂອງ ອາເມລິກາ


(VOVWORLD)ວັນທີ 13 ມັງກອນ, ອີຣານ  ໄດ້ອອກຖະແຫຼງວ່າ ປະເທດອີຣານພ້ອມຈະໂຕ້
ຕອບຄຳສັ່ງລົງໂທດເຊິ່ງ ອາເມລິກາ ຈັດວາງສຳລັບລັດຖະມົນຕີຍຸຕິທຳ ອີຣານ ເມື່ອທ່ານປະທານາທິບໍດີ ອາເມລິກາ ໂດໂນທຣຳເພີ່ມທະວີຄວາມມານະພະຍາຍາມປັບປຸງຂໍ້ຕົກລົງ
ນິວເຄຼຍລະຫວ່າງ ເຕເຮຣານ ກັບກຸ່ມບັນດາປະເທດມະຫາອຳນາດ P5+1.

ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ຖະແຫຼງວ່າ: ການກະທຳເປັນປໍລະປັກຂອງອຳນາດການ
ປົກຄອງ ອາເມລິກາ ໄດ້ເກີນການກຳນົດແດງ ກ່ຽວກັບການປະພຶດໃນປະຊາຄົມສາກົນ, ລະເມີດກົດໝາຍສາກົນ ແລະ “ແນ່ນອນຈະຖືກ ອີຣານ ໂຕ້ຕອບດ້ວຍມາດຕະການເໝາະສົມ”.

  ໃນວັນດຽວກັນ, ຈີນ ໄດ້ຮຽກຮ້ອງທຸກໆຝ່າຍເຄົາລົບຂໍ້ຕົກລົງນິວເຄຼຍຂອງ ອີຣານ ທີ່ຍາກຈະບັນລຸໄດ້, ພາຍຫຼັງ ອາເມລິກາ ຕົກລົງຕໍ່ກຳນົດເວລາລົງໂທດອີຣານ.

 ວັນທີ 12 ມັງກອນ, ທ່ານປະທານາທິບໍດີ ໂດໂນທຣຳຖະແຫຼງຈະລົງນາມຄຳສັ່ງໂຈະການປະຕິບັດບັນດາ
ມາດຕະການລົງໂທດແນໃສ່ໂຄງການນິວເຄຼຍຂອງ ອີຣານ ຄັ້ງສຸດທ້າຍ ເພື່ອໃຫ້ ອາເມລິກາ ພ້ອມກັບບັນດາພັນທະມິດ ເອີລົບ ມີໂອກາດ “ປົວແປງບັນດາຂໍ້ຜິດພາດ” ໃນຂໍ້ຕົກລົງນິວເຄຼຍປີ 2015.
ອາເມລິກາ ໄດ້ປະກາດບັນດາມາດຕະການລົງໂທດສຳລັບ 14 ອົງກອນ ແລະ ບຸກຄົນ, ເຊິ່ງລວມມີການນຳຂະແໜງຍຸຕິທຳ ອີຣານ, ທ່ານ Ayatollah Sadeq Larijani.



-----------------

Laos Update : ໃຫ້ທ່ານຫຼາຍກວ່າຂ່າວ



About Laos Postcard - Noy

0 comments:

Post a Comment

Powered by Blogger.